ໂດຍຕອບສະໜອງຄຳເຊີນຂອງສະຫາຍ ບຸນຍັງ ວໍລະຈິດ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ສະຫາຍ ເລຮົງແອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດຫວຽດນາມ ໄດ້ເດີນທາງມາຢ້ຽມຢາມເຮັດວຽກ ແລະ ອວຍພອນປີໃໝ່ບັນດາສະຫາຍການນຳພັກ-ລັດ ແລະ ປະຊາຊົນລາວ ແຕ່ວັນທີ 11-13 ເມສາ 2015.
ຕອນບ່າຍວັນທີ 11 ເມສາ ຄະນະໄດ້ເຂົ້າຢ້ຽມຄຳນັບສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ຢູ່ເຮືອນຂອງສະຫາຍ ເຊິ່ງສະຫາຍປະທານປະເທດ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ເລຮົງແອງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດຫວຽດນາມ ທີ່ມາຢ້ຽມຢາມ ແລະ ເຮັດວຽກນຳເອົາໄມຕີຈິດມິດຕະພາບ ແລະ ຄວາມສາມັກຄີອັນດູດດື່ມມາຍັງການນຳພັກ-ລັດ ແລະ ປະຊາຊົນລາວ ໃນໂອກາດປີໃໝ່ ລາວ ພສ 2558 ຖືວ່າເປັນການເຄື່ອນໄຫວທີ່ມີຄວາມໝາຍສຳຄັນ ສະແດງເຖິງຄວາມສະໜິດສະໜົມຖານອ້າຍນ້ອງ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ພ້ອມນີ້ ສະຫາຍປະທານປະເທດ ຍັງໄດ້ອວຍພອນບັນດາຜົນສຳເລັດອັນໃຫຍ່ຫຼວງສຳຄັນຮອບດ້ານ ມີຄວາມໝາຍປະຫວັດສາດທີ່ພັກ-ລັດ ແລະ ປະຊາຊົນຫວຽດນາມຍາດມາໄດ້ ໃນໄລຍະຜ່ານມາ ແລະ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ປະຊາຊົນຫວຽດນາມ ຈະສາມາດຍາດໄດ້ໄຊຊະນະ ແລະ ປະຕິບັດບັນດາເປົ້າໝາຍທີ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກກອມມູນິດຫວຽດນາມ ວາງອອກໃຫ້ມີຜົນສຳເລັດ ແລະ ອວຍພອນໃຫ້ການກະກຽມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃນຕົ້ນປີ 2016 ໄດ້ຮັບຜົນສຳເລັດເປັນຢ່າງດີ ສະຫາຍປະທານປະເທດ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ ສອງລັດ ແລະ ສອງຊາດລາວ-ຫວຽດນາມ ທີ່ນັບມື້ຂະຫຍາຍຕົວເຂົ້າສູ່ລວງເລິກ ມີປະສິດທິຜົນ ແລະ ແທດເຖິງຕົວຈິງໃນທຸກຂົງເຂດ ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ພັກ-ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນໃຫຍ່ຫຼວງແກ່ພັກ-ລັດ ແລະ ປະຊາຊົນລາວໃນເມື່ອກ່ອນ ກໍ່ຄືໃນປັດຈຸບັນ.
ສະຫາຍ ເລຮົງແອງ ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ຖືກກັບໄລຍະທີ່ພັກ-ລັດ ແລະ ປະຊາຊົນລາວ ຫາກໍ່ສຳເລັດການສະເຫຼີມສະຫຼອງ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ ແລະ ກຽມສະເຫຼີມສະຫຼອງບຸນປີໃໝ່ລາວ ພ້ອມທັງສະແດງຄວາມຂອບໃຈຕໍ່ສະຫາຍປະທານປະເທດ ພ້ອມດ້ວຍການນຳຂັ້ນສູງຂອງພັກ-ລັດຂອງລາວ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນແກ່ຄະນະ ແລະ ຍັງໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ແລະ ອວຍພອນປີໃໝ່ຈາກສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ສະຫາຍ ເຈືອງ ເຕິນຊາງ ປະທານປະເທດແຫ່ງ ສສ ຫວຽດນາມ ມາຍັງສະຫາຍ ຈູມມາລີ ໄຊຍະສອນ ແລະ ການນຳຂັ້ນສູງຂອງພັກ-ລັດ ແລະ ປະຊາຊົນລາວ ອວຍພອນບັນດາຜົນສຳເລັດອັນໃຫຍ່ຫຼວງໃນທຸກຂົງເຂດ ທີ່ພັກ-ລັດບັນລຸໄດ້ໃນການປ່ຽນແປງໃໝ່ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ພັກປະຊາຊົນປະຕິວັດລາວ ຈະນຳພາປະຊາຊົນລາວ ຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ປະຕິບັດບັນດາເປົ້າໝາຍທີ່ກອງປະຊຸມໃຫຍ່ ຄັ້ງທີ 9 ຂອງພັກວາງອອກ ກໍ່ຄືກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ໃນຕົ້ນປີ 2016 ຢ່າງມີຜົນສຳເລັດ.
ສະຫາຍ ເລຮົງແອງ ໄດ້ສະແດງຄວາມຂອບໃຈຕໍ່ພັກ-ລັດ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ ແລະ ລ້ຳຄ່າແກ່ພັກ-ລັດ ແລະ ປະຊາຊົນຫວຽດນາມໃນພາລະກິດປົດປ່ອຍຊາດ ທ້ອນໂຮມປະເທດເປັນເອກະພາບ ກໍ່ຄືພາລະກິດແຫ່ງການປ່ຽນແປງໃໝ່ໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປັດຈຸບັນ ຈາກນັ້ນ ສະຫາຍກໍ່ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ໃນໄລຍະມໍ່ໆມານີ້ ແລະ ໝາກຜົນຂອງການພົບປະກັບສະຫາຍ ບຸນຍັງ ວໍລະຈິດ ໃຫ້ສະຫາຍ ຈູມມາລີ ໄຊຍະສອນ ຮັບຊາບ ເຊິ່ງສະຫາຍປະທານປະເທດ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົບປະລະຫວ່າງ ຜູ້ແທນຂັ້ນສູງຂອງສອງພັກ ລາຍງານສະພາບການຂອງລາວ ການພົວພັນລາວ-ຫວຽດນາມໃນມໍ່ໆນີ້ ພ້ອມທັງສະແດງຄວາມຂອບໃຈ ແລະ ອວຍພອນສຸຂະພາບສະຫາຍເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ປະທານປະເທດແຫ່ງ ສສ ຫວຽດນາມ ແລະ ການນຳຂັ້ນສູງຂອງພັກ-ລັດຫວຽດນາມອີກດ້ວຍ.
ກ່ອນໜ້ານີ້ ສະຫາຍ ເລຮົງແອງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດຫວຽດນາມ ກໍ່ໄດ້ພົບປະກັບຄະນະຜູ້ແທນຂັ້ນສູງຂອງລາວ ເຊິ່ງນຳໂດຍສະຫາຍ ບຸນຍັງ ວໍລະຈິດ ຢູ່ທຳນຽບປະທານປະເທດ ເຊິ່ງການພົບປະຄັ້ງນີ້ ທັງສອງຝ່າຍໄດ້ຕີລາຄາສູງຄວາມໝາຍຄວາມສຳຄັນຂອງການຢ້ຽມຢາມ ເຊິ່ງສະແດງເຖິງສາຍພົວພັນຄວາມສາມັກຄີພິເສດລະຫວ່າງລາວ-ຫວຽດນາມ ຫວຽດນາມ-ລາວ ລາຍງານສະພາບການຂອງແຕ່ລະພັກແຕ່ລະປະເທດ ການພົວພັນລະຫວ່າງສອງພັກ ສອງລັດ ໃຫ້ກັນຊາບແລກປ່ຽນບັນຫາທີ່ສອງຝ່າຍໃຫ້ຄວາມສົນໃຈ ສອງຝ່າຍໄດ້ເປັນເອກະພາບກັນສືບຕໍ່ເພີ່ມທະວີການຢ້ຽມຢາມ ພົບປະລະຫວ່າງການນຳຂັ້ນສູງ ເພີ່ມທະວີແລກປ່ຽນຂໍ້ມູນຂ່າວສານ ບົດຮຽນໃນການກໍ່ສ້າງພັກ ຈັດກອງປະຊຸມພົບປະສຳມະນາທິດສະດີ ແລະ ພຶດຕິກຳ ເພີ່ມທະວີການຮ່ວມມືຮອບດ້ານ ເຊັ່ນ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເສດຖະກິດການຄ້າ ການລົງທຶນ ການສຶກສາ ວັດທະນະທຳ ແລະ ອື່ນໆ ຊຸກຍູ້ການໂຄສະນາກ່ຽວກັບມູນເຊື້ອການພົວພັນພິເສດ ລະຫວ່າງລາວ-ຫວຽດນາມ ເນື່ອງໃນໂອກາດຄົບຮອບວັນສຳຄັນຂອງສອງພັກ-ສອງລັດ ເປັນເອກະພາບກັນໃນການຊີ້ນຳ ບັນດາກະຊວງຂະແໜງການ ແລະ ທ້ອງຖິ່ນໃຫ້ປະຕິບັດບັນດາຂໍ້ຕົກລົງສອງກົມການເມືອງ ລະຫວ່າງສອງພັກ ສອງລັດ ແລະ ບັນດາເນື້ອໃນກອງປະຊຸມ ຄະນະກຳມາທິການຮ່ວມມືສອງຝ່າຍລາວ-ຫວຽດນາມ ໃຫ້ມີຜົນສຳເລັດ.
ໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ສະຫາຍ ເລຮົງແອງ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ ສະຫາຍ ສີສະຫວາດ ແກ້ວບຸນພັນ ອະດີດກຳມະການກົມການເມືອງສູນກາງພັກ ອະດີດນາຍົກລັດຖະມົນຕີ ອະດີດປະທານແນວລາວສ້າງຊາດ ພ້ອມນີ້ ຍັງໄດ້ໄປວາງກະຕ່າດອກໄມ້ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ແລະ ຫໍພິພິທະພັນ ສຸພານຸວົງ ຕື່ມອີກ.
ການມາຢ້ຽມຢາມ ສປປ ລາວ ຂອງສະຫາຍ ເລຮົງແອງ ພ້ອມດ້ວຍພັນລະຍາ ແລະ ຄະນະຄັ້ງນີ້ ແມ່ນເຕັມໄປດ້ວຍບັນຍາກາດແຫ່ງຄວາມສາມັກຄີແບບພິເສດ ແລະ ປະກອບສ່ວນສຳຄັນ ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ອັນເປັນມູນເຊື້ອຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນ ແລະ ເລິກເຊິ່ງກວ່າເກົ່າ.
ແຫລ່ງຂ່າວ: ວຽງຈັນໃໝ່