spot_img
Homeຂ່າວພາຍ​ໃນຊາວບ້ານຮຽກຮ້ອງ ຊ່ວຍສ້າງວັດເພື່ອຮັກສາພະພຸດທະຮູບ

ຊາວບ້ານຮຽກຮ້ອງ ຊ່ວຍສ້າງວັດເພື່ອຮັກສາພະພຸດທະຮູບ

Published on

988519_798218066936185_3518920716660273609_n

ປະຊາຊົນ ບ້ານຊອຍ ນາຟ້າ, ເມືອງແປກ, ແຂວງຊຽງຂວາງ ຊ່ວຍກັນປະຄອງເອົາສຽນ ພະພຸດທະຮູບເກົ່າແກ່ອົງໜຶ່ງ ທີ່ຖືກຄົນຮ້າຍພະຍາຍາມຕັດສຽນໄປຂາຍ ເພື່ອເອົາຂຶ້ນຕັ້ງໄສ່ອົງພະພຸດທະຮູບ ດ້ວຍຄວາມອີລາກອິເລືອ ເນື່ອງໃນໂອກາດປີໃໝ່ລາວ. ຊາວບ້ານບອກວ່າ ເຖິງແມ່ນວ່າພະພຸດທະຮູບຈະຖືກທຳລາຍໄປແດ່ ແຕ່ດ້ວຍຈິດໃຈທີ່ສັດທາໃນພຸດທະສາດສະໜາ ກໍຄືຄວາມຮັກແລະຫວງແຫນ ມູນມໍລະດົກທີ່ຕົກທອດມາແຕ່ບູຮານ ເປັນສູນລວມຈິດໃຈຂອງປະຊາຊົນພາຍໃນເຂດນັ້ນ. ແນວໃດກໍຕາມ ດ້ວຍທຶນຮອນຂອງພໍ່ແມ່ປະຊາຊົນ ເຊິ່ງຍັງຂາດເຂີນ ຈຶ່ງບໍ່ສາມາດຈະສ້າງອາຄານໃຫ້ເປັນທີ່ປະດິດສະຖານ ອົງພະພຸດທະຮູບໄດ້ ຈຶ່ງຮຽກຮ້ອງມາຍັງຂັ້ນເທິງ ຄື ພາກລັດ, ພະແນກຖະແຫຼງຂ່າວ-ວັດທະນະທຳແລະທ່ອງທ່ຽວແຂວງ, ອົງການຈັດຕັ້ງ ຫຼືບຸກຄົນໃຈບຸນ ທັງພາຍໃນແລະຕ່າງປະເທດ ຜູ້ມີເງື່ອນໄຂພໍຊ່ວຍໄດ້ ກໍຂໍຄວາມຊ່ວຍເຫຼືອສ້າງອາຄານ ຫຼືຫໍພະ ເພື່ອປະດິດສະຖານແລະຮັກສາ ພະພຸດທະຮູບອົງນີ້ໄວ້ແດ່.

10929206_798217930269532_600892586511736296_n

ພະເຈົ້າອົງຕື້ວັດ ບ້ານຊອຍ-ນາຟ້າ, ເມືອງແປກ, ແຂວງຊຽງຂວາງ ເນື່ອງຈາກວັດດັ່ງກ່າວແມ່ນຖືກສົງຄາມທຳລາຍແຕ່ປາງສົງຄາມ ພຣະພຸດທະຮູບ ທອງສຳລິດ ອາຍຸໄດ້ຫຼາຍຮ້ອຍປີ ແມ່ນຖືກພວກຄົນບໍ່ດີພະຍາຍາມ ທຳລາຍ ແລະ ລັກຕັດສຽນ ກັບ ເອົາຊີ້ນສ່ວນ ຫຼາຍຄັ້ງ. ທ່ານໃດມີໃຈໃສສັດທາ ສາມາດຮ່ວມບໍລິຈາກ ເພື່ອປະຕິສັງຂອນສ້າງວັດ ແລະ ພຣະອົງຕຶ້ນີ້ໄດ້ເພື່ອ ໃຫ້ຄຽງຄູ່ກັບຊາວພຸດ ກໍ່ຄືຊາວລາວ ຕະຫຼອດໄປ

11107735_798218276936164_615961943326504921_n

ເລກບັນຊີ: 130120001085941001

ຊື່ບັນຊີ: ວັດອົງຕື້ບ້ານຊອຍນາຟ້າ

ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ

ທ່ານສາມາດສອບຖາມຂໍ້ມູນໄດ້ທີ່ເບີ :

020 22249271 ພະອາຈານໃຫຍ່ ຄຳພັນ.
020 99326160 ທ່ານ ຄຳພັນ ແນວໂຮມ
020 59366696 ທ່ານ ດວງຈັນ ນາຍບ້ານ
020 98824777 ທ່ານ ບຸນລິດ ທີ່ປຶກສາ

1 ແຊຣ ຂອງທ່ານກໍ່ຄືການປະກອບສ່ວນອີກແຮງໜຶ່ງໃນການຊ່ວຍສ້າງວັດ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...