Homeຂ່າວພາຍ​ໃນນວ ມີ 97 ຫົວໜ່ວຍທຸລະກິດບໍ່ແຮ່ ມູນຄ່າການລົງທຶນ 400 ຕື້ກວ່າກີບ

ນວ ມີ 97 ຫົວໜ່ວຍທຸລະກິດບໍ່ແຮ່ ມູນຄ່າການລົງທຶນ 400 ຕື້ກວ່າກີບ

Published on

20150408120344

ກອງ​ປະຊຸມ​ປະຈຳ​ສົກ​ປີ 2013-2014 ແລະ ທິດ​ທາງ​ແຜນການ​ປະຈຳ​ສົກ​ປີ 2014-2015 ຂອງ​ພະ​ແນກ​ພະລັງງານ ແລະ ບໍ່​ແຮ່ ນະຄອນຫຼວງ​ວຽງ​ຈັນ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 8 ເມສາ 2015 ທີ່​ພະ​ແນກດັ່ງກ່າວ ເປັນ​ປະທານ​ຂອງ​ທ່ານ ຊົງ​ເລົາ ຢົງ​ນູ ຫົວໜ້າ​ພະ​ແນກພະລັງງານ ແລະ ບໍ່​ແຮ່ ນະຄອນຫຼວງ​ວຽງ​ຈັນ ມີ​ທ່ານ ຄຳ​ມະນີ ອິນ​ທິ​ລາດ ລັດຖະມົນຕີຊ່ວຍ​ວ່າການ ​ກະຊວງ​ພະລັງງານ ແລະ ບໍ່​ແຮ່ ແລະ ທ່ານ ແກ້ວພິລາ​ວັນ ອາ​ໄພ​ລາດ ຮອງ​ເຈົ້າຄອງ​ນະຄອນ​ຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ພະນັກ​ງານ ແລະ ແຂກ​ທີ່​ຖືກ​ເຊີນເຂົ້າ​ຮ່ວມ.

ທ່ານຫົວໜ້າ​ພະ​ແນກ​ພະລັງງານ ແລະ ບໍ່​ແຮ່​ນະຄອນຫຼວງ ໄດ້​ຂຶ້ນ​ລາຍ​ງານ​ບົດ​ສະຫຼຸບ​ປະຈຳປີ​ວ່າ: ໃນ​ໜຶ່ງ​ປີຜ່ານມາ ​ພະ​ແນກພະລັງງານ ແລະ ບໍ່​ແຮ່​ ໄດ້​ເອົາໃຈ​ໃສ່​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ ຈຶ່ງ​ສາມາດ​ຍາດ​ໄດ້​ຜົນສຳເລັດໃນ​ຫຼາຍ​ດ້ານ ເປັນຕົ້ນ​ແມ່ນ ວຽກງານ​ພະລັງງານ ໂດຍ​ສະເພາະການ​ຊົມໃຊ້​ພະລັງງານ​ໄຟຟ້າ​ທົ່ວ ນວ ເທົ່າ​ກັບ 43,70% ຂອງການ​ຊົມໃຊ້​ໄຟຟ້າ​ທົ່ວ​ປະເທດ ມີຈຳນວນ​ຄອບຄົວ​ທີ່​ໄດ້​ຊົມໃຊ້​ໄຟຟ້າ​ຖາວອນ​ກວມ 99,98 % ຂອງ​ຈຳນວນ​ຄອບຄົວ​ທັງ​ໝົດ ແລະ ມີ​ບໍລິສັດ​ໄຟຟ້າ​ເອກະ​ຊົນ ທີ່​ໄດ້​ຮັບ​ອະນຸຍາດ​ດຳເນີນ​ທຸລະກິດ 154 ບໍລິສັດ​ ລວມ​ມູນ​ຄ່າການ​ລົງທຶນ​ທັງ​ໝົດ 644 ຕື້​ກີບ ຄຽງ​ຄູ່​ກັນ​ນັ້ນ ໄດ້​ມີ​ຫົວໜ່ວຍ​ທຸລະ​ກິດ​ດ້ານ​ບໍ່​ແຮ່ 97 ຫົວໜ່ວຍ ມູນ​ຄ່າ​ລົງທຶນ​ທັງ​ໝົດ 404 ຕື້ກວ່າ​ກີບ ເນື້ອທີ່​ສຳ​ປະທານ​ຂຸດຄົ້ນ 96,64 ກິໂລແມັດ ກວມ​ເອົາ 2,46% ອອກ​ອະນຸຍາດ​ໃຫ້​ແກ່​ຜູ້ປະກອບ​ການ​ທັງ​ໝົດ 22 ຫົວໜ່ວຍ ແລະ ສາມາດ​ສະຫຼຸບ​ການຜະລິດ​ການຈຳໜ່າຍຂອງ​ບໍ​ລິສັດ ໄດ້​ຜະລິດຄຳ 48 ແທ່ງ ມູນຄ່າ 1 ຕື້​ກວ່າ​ກີບ ເງິນ 31 ແທ່ງ 39 ລ້ານ​ກວ່າ​ກີບ ເຊິ່ງ​ບັນດາ​ບໍ​ລິສັດ​ໄດ້​ມອບ​ພັນທະ​ຄ່າ​ຊັບ​ພະຍາກອນ ແລະ ອາກອນ​ຕ່າງໆ​ໃຫ້ລັດ​ຮອດ​ປັດຈຸບັນ 1,9 ຕື້​ກີບ ແລະ ໄດ້​ມີ​ໂຮງງານ​ອຸດສາຫະກຳ​ເສີມຄຸນຄ່າ ແລະ ແຍກ​ທາດ ຈຳນວນ 23 ແຫ່ງ ມູນ​ຄ່າ​ລົງທຶນ 874 ຕື້ກວ່າ​ກີບ ແລະ ຄຸ້ມ​ຄອງ​ການ​ຂຸດຄົ້ນ​ດິນ​ແດງ​ໃນ ນວ ມີ​ທັງ​ໝົດ 51 ຫົວໜ່ວຍ ມູນ​ຄ່າ​ລົງທຶນ 50,5 ຕື້​ກີບ ລວມ​ບໍ​ລິ​ມາດ​ໃນ​ການ​ຂຸດຄົ້ນ 207.600 ແມັດ​ກ້ອນ ໂດຍປະຕິບັດ​ພັນທະ​ເຂົ້າ​ງົບປະມານທັງ​ໝົດ 729 ລ້ານ​ກວ່າ​ກີບ ນອກຈາກ​ນັ້ນ ກໍ່​ໄດ້​ຜ່ານ​ທິດ​ທາງແຜນການ​ໃນຕໍ່ໜ້າ​ແຕ່​ລະ​ດ້ານ ພ້ອມ​ທັງ​ແຜນ​ຍຸດ​ທະ​ສາດ ແລະ ວິໄສ​ທັດ ໄປ​ພ້ອມ​ກັບ​ແຜນ​ພັດ​ທະນາ​ວຽກ​ງານ​ພະລັງງານ ແລະ ບໍ່​ແຮ່​ໄລຍະ 5 ປີ (2016-2020) ແລະ ບັນຫາ​ຄົງ​ຄ້າງ​ທີ່ນຳ​ມາ​ປຶກສາ​ຫາລື ແລະ ຄົ້ນຄວ້າ​ວິທີ​ແກ້​ໄຂ ເພື່ອ​ເຮັດ​ໃຫ້​ວຽກງານ​ດັ່ງກ່າວ ​ຍາດ​ໄດ້​ຜົນສຳເລັດເພີ່ມ​ຂຶ້ນ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...