Homeຂ່າວຕ່າງປະເທດຈຳ​ເລີຍ​ຄະ​ດີ​ລົ້ມ​ລະ​ລາຍ ຈົກ​ປືນ​ຍິງ​ຜູ້​ພິ​ພາກ​ສາ ແລະ ທະ​ນາຍ ຕາຍຄາ​ສານ​ຢູ່​ອີ​ຕາ​ລີ!

ຈຳ​ເລີຍ​ຄະ​ດີ​ລົ້ມ​ລະ​ລາຍ ຈົກ​ປືນ​ຍິງ​ຜູ້​ພິ​ພາກ​ສາ ແລະ ທະ​ນາຍ ຕາຍຄາ​ສານ​ຢູ່​ອີ​ຕາ​ລີ!

Published on

EyWwB5WU57MYnKOuFtHjO5Ucp6vJPrIzn0Jg9A8okUYuuBWKWakbgG

ເກີດ​ເຫດ​ມື​ປືນກວາດ​ຍິງ​ຜູ້​ພິ​ພາກ​ສາ ພ້ອມ​ທະ​ນາຍ​ຄາ​ສຳ​ນັກ​ງານ​ສານ ຕາຍ 4 ຄົນ ຢູ່​ເມືອງ​ມິ​ລານ ປະ​ເທດ​ອີ​ຕາ​ລີ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 10 ເມ​ສາ​ນີ້​ວ່າ ເກີດ​ເຫດ​ມື​ປືນກວາດ​ຍິງ ໃນ​ສຳ​ນັກ​ງານ​ສານ ພາ​ເລດ ອອບ ຈັ​ສ​ຕິ​ສ ໃນ​ເມືອງ​ມິ​ລານ ປະ​ເທດ​ອີ​ຕາ​ລີ ໂດຍ​ຜູ້​ກໍ່​ເຫດ​ຄື ທ້າວ ເຄ​ລາ​ດິ​ໂອ ຈາ​ດິ​ເອນ​ໂລ ເຊິ່ງ​ຕົກ​ເປັນ​ຈຳ​ເລີຍ​ຖືກ​ຟ້ອງ​ລົ້ມ​ລະ​ລາຍ ເຊິ່ງ​ເຂົາ​ໄດ້​ບຸກ​ຍິງ​ຜູ້​ພິ​ພາກ​ສາ, ທະ​ນາຍ​ຄວາມ ແລະ ຊາຍ​ອີກ 1 ຄົນ ໃນ​ຕອນ​ເຊົ້າ​ຂອງ​ມື້​ວັນ​ພຸດ (8 ເມ​ສາ​ຜ່ານມາ) ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ.  ເບື້ອງ​ຕົ້ນ ມື​ປືນ​ລາຍ​ນີ້​ກຳ​ລັງ​ນັ່ງ​ຟັງ​ການ​ພິ​ຈາ​ລະ​ນາ​ຄະ​ດີລົ້ມ​ລະ​ລາຍ ຈາກ​ການ​ສໍ້​ໂກງ​ຂອງ​ເຂົາ ທີ່​ຫ້ອງ​ພິ​ຈາ​ລະ​ນາ​ຄະ​ດີ​ເທິງ​ຊັ້ນ 3 ຂອງ​ອາ​ຄານ​ສານ ພາ​ເລດ ອອບ ຈັ​ສ​ຕິ​ສ ກ່ອນ​ທີ່​ເຂົາ​ຈະ​ຈົກ​ປືນ​ອອກ​ມາ​ຍິງ​ທະ​ນາຍ​ຄວາມ ແລະ ຊາຍ​ອີກ​ຄົນ​ໜຶ່ງ ເຮັດ​ໃຫ້​ທະ​ນາຍ​ຄວາມ​ເສຍ​ຊີ​ວິດ​ພາຍ​ໃນ​ສານ ສ່ວນ​ຊາຍ​ອີກ​ຄົນ​ທີ່​ຖືກ​ຍິງ ແມ່ນ​ໄປ​ເສຍ​ຊີ​ວິດ​ຢູ່​ໂຮງ​ໝໍ, ຈາກ​ນັ້ນ ມື​ປືນ​ລາຍ​ດັ່ງ​ກ່າວ ກໍ​ອອກ​ຈາກ​ຫ້ອງ​ພິ​ຈາ​ລະ​ນາ​ຄະ​ດີ ແລ້ວ​ມຸ່ງ​ໜ້າ​ໄປ​ຍັງ​ສຳ​ນັກ​ງານ​ຂອງ​ຜູ້​ພິ​ພາກ​ສາ​ສານ​ອຸ​ທອນ ເຊິ່ງ​ມີ ທ່ານ ເຟີ​ນັນ​ໂດ ຊາມ​ປີ ຢູ່​ພາຍ​ໃນ​ສຳ​ນັກ​ງານ​ດັ່ງ​ກ່າວ ແລ້ວ​ເຂົາ​ກໍ​ຍິງ​ທ່ານ ເຟີ​ນັນ​ໂດ ຈົນ​ເສຍ​ຊີ​ວິດ, ຕໍ່​ມາ​ເຈົ້າ​ໜ້າ​ທີ່​ໄດ້​ພົບ​ມີ​ຜູ້​ເສຍ​ຊີ​ວິດ​ອີກ​ຄົນ​ທີ 4 ຢູ່​ພາຍ​ໃນ​ອາ​ຄານ​ສານ ໂດຍ​ເຊື່ອ​ວ່າ​ເສຍ​ຊີ​ວິດ​ເພາະ​ຫົວ​ໃຈ​ວາຍ​ຈາກ​ເຫດ​ຍິງ​ກັນ.

ມື​ປືນ​ລາຍ​ດັ່ງ​ກ່າວ ໄດ້​ຫລົບ​ຊ່ອນ​ຢູ່​ພາຍ​ໃນ​ອາ​ຄານ​ສານ​ດົນ​ກ່​ວາ 1 ຊົ່​ວ​ໂມງ ກ່ອນ​ທີ່​ຈະ​ຫລົບ​ໜີ​ດ້ວຍ​ລົດ​ຈັກ ແຕ່​ກໍ​ຖືກ​ໜ່ວຍ​ສາ​ລະ​ວັດ​ທະ​ຫານ ຄ​າ​ຣາ​ບິ​ເນຍ​ຣີ ຈັບ​ກຸມ​ຕົວ​ໄດ້ ທີ່​ເມືອງວິ​ເມີ​ຄາ​ເຕ ເຊິ່ງ​ຫ​່າງ​ອອກ​ຈາກ​ເມືອງ​ມິ​ລານ ໄປ​ທາງ​ທິດ​ຕາ​ເວັນ​ອອກ​ສຽງ​ເໜືອ​ປະ​ມານ 25 ກີ​ໂລ​ແມັດ.

 

 

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...