ສານອວຍພອນປີໃໝ່ລາວ ພສ 2558 ຈາກ​ປະ​ທານ​ປະ​ເທດ ແຫ່ງ ສ​ປ​ປ ລາວ

20150408101957

ເນື່ອງ​ໃນ​ໂອກາດ​ສົ່ງ​ທ້າຍ​ປີ​ເກົ່າ ປີ​ມະເມຍ ​ພສ 2557 ແລະ ຕ້ອນຮັບ​ປີ​ໃໝ່ ປີ​ມະແມ ​ພສ 2558 ຂ້າພະເຈົ້າ​ມີ​ຄວາມ​ປິ​ຕິ​ຊົມຊື່ນ​ເປັນ​ຢ່າງ​ຍິ່ງ ສົ່ງ​ພອນ​ໄຊ​ອັນ​ປະເສີດ​ມາ​ຍັງ​ພີ່ນ້ອງ​ຮ່ວມ​ຊາດ ຢູ່​ພາຍ​ໃນ​ປະເທດ ແລະ ຊາວ​ລາວ ທີ່​ກຳລັງ​ເຮັດ​ວຽກ ຫຼື ດຳລົງ​ຊີວິດ​ຢູ່​ຕ່າງ​ແດນ ພ້ອມ​ທັງ​ຊາວ​ຕ່າງ​ດ້າວ ແລະ ຊາວ​ຕ່າງປະເທດ ທີ່​ດຳລົງ​ຊີວິດ ແລະ ປະຕິບັດ​ໜ້າທີ່​ຂອງ​ຕົນ​ຢູ່ ​ສປປ ລາວ ຂໍ​ໃຫ້​ທຸກໆ​ຄົນ​ຈົ່ງ​ມີ​ແຕ່​ຄວາມສຸກ ມີ​ຄວາມ​ເບີກບານ​ມ່ວນຊື່ນ ແລະ ໄດ້​ຮັບ​ຜົນສຳເລັດ​ໃໝ່​ໃນ​ປີ​ໃໝ່​ນີ້.

ໃນ​ຕະຫຼອດ​ປີ​ມະເມຍ​ທີ່​ຜ່ານ​ມາ ເຖິງ​ວ່າ​ສະພາບ​ແວດ​ລ້ອມ​ສາກົນ ແລະ ພາກ​ພື້ນ​ໄດ້​ຜັນ​ແປ​ຢ່າງ​ສັບສົນ ໄພພິບັດ​ທຳ​ມະ​ຊາດ​ເກີດ​ຂຶ້ນຫຼາຍ​ຄັ້ງ ຄວາມ​ຫຍຸ້ງຍາກ​ດ້ານການ​ເງິນ-ງົບປະມານ ແລະ ອຸປະສັກ​ຕ່າງໆ ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ປະເທດ​ເຮົາ​ໃນ​ບາງ​ດ້ານ​ກໍ່​ຕາມ ແຕ່ການ​ນຳ​ຂອງ​ພັກ ແລະ ລັດ​ຖະບານ​ພວກ​ເຮົາ​ກໍ່​ໄດ້​ຕັ້ງໜ້າ ແລະ ຕັດສິນ​ໃຈ​ຮ່ວມ​ກັບ​ປະຊາຊົນ​ລາວບັນດາເຜົ່າ​ໃນ​ທົ່ວ​ປະເທດ ເປັນເຈົ້າ​ການ​ຜ່ານ​ຜ່າ​ຂໍ້​ຫຍຸ້ງຍາກຕ່າງໆ ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ມະຕິກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ 9 ຂອງພັກ ແລະ ແຜນ​ພັດທະນາ​ເສດຖະ​ກິດ-ສັງຄົມ 5 ປີ ຄັ້ງ​ທີ 7 ຂອງລັດ ສຸມ​ໃສ່​ແກ້​ໄຂ​ຄວາມທຸກ​ຍາກຂອງ​ປະຊາຊົນ ແລະ ຈັດ​ຕັ້ງ​ປະຕິບັດ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ຂອງສະຫະ​ປະຊາ​ຊາດ ອັນ​ໄດ້​ເຮັດ​ໃຫ້ ​ສປປ ລາວ ມີ​ຜົນສຳເລັດ​ໃນ​ຫຼາຍດ້ານ ອັນ​ໄດ້​ສ້າງ​ສະຖຽນ​ລະ​ພາບທາງ​ດ້ານ​ການເມືອງ​ຢ່າງ​ໜັກແໜ້ນ ສັງຄົມ​ມີ​ຄວາມ​ສະຫງົບປອດ​ໄພ ແລະ ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ ຈັງຫວະ​ການ​ພັດທະ​ນາ​ເສດຖະກິດ-ສັງຄົມ​ໄດ້​ສືບຕໍ່​ຂະຫຍາຍຕົວ ການ​ລົງທຶນ​ຈາກພາຍ​ໃນ ແລະ ຕ່າງປະເທດ​ ກໍ່​ໄດ້ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ແລະ ມີ​ປະສິດທິ​ຜົນໃນ​ປີຜ່ານມາ ລວມຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ​ມີ​ອັດຕາ​ການ​ເຕີບ​ໂຕ​ປະມານ 7,5% ສະເລ່ຍ​ລາຍ​ຮັບ​ຕໍ່​ຫົວ​ຄົນ ບັນລຸໄດ້​ປະມານ 1.700 (ໜຶ່ງ​ພັນ​ເຈັດຮ້ອຍ) ໂດ​ລາ​ສະຫະລັດ​ຕໍ່​ຄົນ​ຕໍ່​ປີ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ ກໍ່ໄດ້​ຮັບ​ການ​ປັບປຸງ​ຍົກ​ລະດັບ​ຂຶ້ນຕື່ມ ຄອບຄົວ​ທຸກ​ຍາກ​ໄດ້​ຮັບ​ການແກ້​ໄຂ​ໃຫ້​ຫຼຸດ​ລົງ ໄດ້​ຕາມ​ຄາດໝາຍການ​ພົວພັນ​ຮ່ວມ​ມື​ລະຫວ່າງ ​ສປປ ລາວ ​ເຮົາ ກັບ​ບັນດາ​ປະເທດ​ເພື່ອນ​ມິດ ແລະ ອົງການ​ສາກົນ ກໍ່​ໄດ້​ສືບຕໍ່​ຂະຫຍາຍຕົວຢ່າງ​ກວ້າງຂວາງ ອັນ​ໄດ້​ຍົກຖານະ​ບົດບາດ ແລະ ອິດ​ທິ​ພົນຂອງ ​ສປປ ລາວ ໃຫ້​ນັບ​ມື້​ນັບ​ສູງຂຶ້ນ​ໃນ​ເວທີ​ສາກົນ.

ໃນ​ຕົ້ນ​ເດືອນ​ມີນາ ພວກ​ເຮົາໄດ້​ມີ​ການ​ສຳ​ຫຼວດ​ພົນລະເມືອງ ແລະ ທີ່ຢູ່​ອາໄສ ຄັ້ງ​ທີ 4 ທົ່ວ​ປະເທດ ເພື່ອ​ສ້າງ​ເງື່ອນໄຂ​ພື້ນຖານອັນ​ໃໝ່​ ໃຫ້​ແກ່​ການ​ວາງ​ແຜນ​ພັດທະ​ນາ​ເສດຖະກິດ-ສັງຄົມ ຄັ້ງ​ທີ 8 ສຳລັບ 2015-2020 ແຜນຍຸດ​ທະ​ສາດ​ການ​ພັດທະນາ​ເຖິງ​ປີ 2025 ແລະ ວິໄສ​ທັດ​ຮອດ​ປີ 2030 ການ​ນຳ​ພັກ-ລັດ​ພວກ​ເຮົາ ຍັງ​ໄດ້​ຮ່ວມ​ກັບ​ປະຊາຊົນ​ທົ່ວ​ທັງປະເທດ ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ພັກ​ປະຊາຊົນປະຕິວັດ​ລາວ ຄົບຮອບ 60 ປີ ດ້ວຍ​ຄວາມ​ເອກອ້າງ​ທະ​ນົງ​ໃຈ ທີ່​ເຕັມ​ໄປ​ດ້ວຍເນື້ອ​ໃນ​ສຳຄັນ ອັນ​ເຮັດ​ໃຫ້​ສັງຄົມລາວ​ໄດ້​ຮັບ​ຮູ້​ເຖິງ​ຜົນງານ ແລະ ຜົນສຳເລັດ​ອັນ​ໃຫຍ່​ຫຼວງ ​ຈາກການ​ນຳພາ​ອັນ​ສະຫຼາດ​ສ່ອງ​ໃສຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ໃນ​ພາລະກິດ​ການ​ຕໍ່ສູ້​ກູ້​ຊາດ ​ເພື່ອຄວາມ​ເປັນ​ເອກະລາດ​ແຫ່ງ​ຊາດ ແລະ ໃນ​ການ​ສ້າງສາ​ພັດທະນາປະເທດ​ຊາດ ຕະຫຼອດ 60 ປີ​ທີ່ຜ່ານ​ມາ.

ປີ​ມະແມ ​ພສ 2558 ເປັນ​ປີ​ທີ່ມີ​ຄວາມ​ໝາຍ​ສຳຄັນ ​ພິເສດ ນອກຈາກ​ການ​ສະເຫຼີມສະຫຼອງວັນ​ສ້າງຕັ້ງ​ພັກ​ປະຊາຊົນ​ປະຕິວັດລາວ​ທີ່​ມີ​ກຽດ​ ສະຫງ່າ​ ໃນ​ເດືອນຜ່ານ​ມາ​ແລ້ວ​ນັ້ນ ພວກ​ເຮົາ​ຍັງຈະ​ໄດ້​ພ້ອມ​ກັນ​ສືບຕໍ່​ຊຸກຍູ້​ຂະບວນ​ການ​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ ເພື່ອ​ຕ້ອນຮັບ​ວັນ​ຄົບຮອບ 40 ປີ ແຫ່ງ​ການ​ສະ​ຖາ​ປະນາ​ ສາທາລະນະ​ລັດ ປະຊາ​ທິ​ປະໄຕ ປະຊາຊົນ​ລາວ ວັນ​ເກີດ​ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 95 ປີ ການ​ກຽມພ້ອມເຂົ້າ​ເປັນ​ປະຊາ​ຄົມ​ເສດຖະກິດ​ອາຊຽນ ​ໃນ​ທ້າຍ​ປີ 2015 ນີ້ ໃນ​ປີ 2016 ທີ່​ຈະ​ມາ​ເຖິງ ​ສປປ ລາວ ພວກ​ເຮົາ​ຍັງ​ມີ​ເຫດການ​ເດັ່ນ ​ທີ່ຕ້ອງ​ໄດ້​ເອົາໃຈໃສ່​ອອກແຮງ​ການ ກະກຽມ​ໃຫ້​ແກ່​ການ​ດຳເນີນ​ກອງປະຊຸມ​ໃຫຍ່ ຄັ້ງ​ທີ 10 ຂອງ​ພັກປະຊາຊົນ​ປະຕິວັດ​ລາວ ທັງ​ຈະໄດ້​ຮັບ​ກຽດ​ອີກ​ເທື່ອ​ໃໝ່ ​ເປັນ​ປະທານ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ອາຊຽນ ຄັ້ງ​ທີ 16 ທີ່​ນະຄອນຫຼວງວຽງ​ຈັນ.

ດ້ວຍ​ເຫດ​ນີ້ ຂ້າພະເຈົ້າຈຶ່ງ​ຂໍຮຽກຮ້ອງ​ມາ​ຍັງ​ທຸກໆ​ທ່ານ ​ຈົ່ງພ້ອມພຽງ​ກັນ​ເພີ່ມ​ທະວີ​ຄວາມສາມັກຄີ​ ອັນ​ເປັນ​ປຶກ​ແຜ່ນ​ແໜ້ນໜາ​ຂອງ​ຊາດ​ລາວ​ໃນ​ທົ່ວ​ປະເທດ ກໍ່​ຄື​ກັບ​ຊາວ​ລາວ​ຢູ່​ຕ່າງປະເທດ ໂດຍ​ຢຶດ​ໝັ້ນ​ໃນ​ແນວທາງ​ພາຍໃນ ແລະ ຕ່າງປະເທດ​ຂອງ​ພັກ ແລະ ລັດ​ເຮົາ​ຢ່າງ​ສະເໝີ​ຕົ້ນ​ສະເໝີ​ປາຍ ສືບຕໍ່​ສ້າງ​ການ​ຫັນປ່ຽນຢ່າງ​ແຂງແຮງ​ຕາມ​ຈິດໃຈ​ຂອງ 4 ບຸກ​ທະລຸ ທີ່​ກອງ​ປະຊຸມ​ໃຫຍ່ ຄັ້ງທີ 9 ຂອງ​ພັກ​ວາງ​ອອກ ຈົ່ງ​ພ້ອມກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ແລະ ສິ່ງ​ທ້າ​ທາຍ​ທົດ​ສອບ​ທຸກ​ປະການ ເພື່ອ​ກ້າວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ ທັງ​ໝົດ​ເຫຼົ່ານັ້ນ​ແມ່ນ​ເພື່ອ​ແນໃສ່ເຮັດ​ໃຫ້​ປະເທດ​ຊາດ​ມັ່ງ​ຄັ່ງ​ເຂັ້ມແຂງ ປະຊາຊົນ​ຮັ່ງມີ​ຜາ​ສຸກ ສັງຄົມ​ມີ​ຄວາມ​ຍຸຕິ​ທຳ ແລະ ສີວິໄລ.

ໃນ​ໂອກາດ​ອັນ​ເປັນ​ສິລິ​ມຸງຄຸນນີ້ ຂ້າພະເຈົ້າ ໃນ​ນາມ​ຄະນະ​ບໍ​ລິຫານ​ງານ​ສູນ​ກາງ​ພັກ ແລະ ລັດຖະ​ບານ ​ສປປ ລາວ ຂໍ​ສົ່ງ​ພອນ​ໄຊອັນ​ປະເສີດ​ມາ​ຍັງ​ສະມາຊິກ​ພັກ ພະນັກງານ ທະຫານ ຕຳຫຼວດ ແລະ ພີ່ນ້ອງ​ຮ່ວມ​ຊາດ​ທຸກ​ຄົນ ຈົ່ງ​ປະສົບ​ແຕ່​ຄວາມ​ຜາ​ສຸກ​ໃນ​ຊີວິດ​ສ່ວນ​ຕົວ ຄອບຄົວ ແລະ ມີ​ຜົນສຳເລັດ​ຢ່າງ​ຈົບງາມ ​ໃນ​ໜ້າທີ່ວຽກ​ງານ​ຮັບຜິດຊອບ​ຂອງ​ຕົນ.

ພິເສດ ຂ້າພະເຈົ້າຂໍ​ຝາກຄວາມ​ຢ້ຽມຢາມ​ຖາມ​ຂ່າວ ແລະ ຄວາມ​ເປັນ​ຫ່ວງ​ເປັນ​ໄຍ ພ້ອມ​ທັງພອນ​ໄຊ​ອັນ​ປະເສີດ ໄປ​ຍັງ​ຖັນແຖວ​ກຳລັງ​ປະກອບ​ອາວຸດ ທີ່ພວມ​ປະຕິບັດ​ໜ້າທີ່​ອັນ​ສູງ​ສົ່ງ ແລະ ມີ​ກຽດ​ສະຫງ່າ​ໃນ​ການ​ປົກປັກ​ຮັກສາ​ເຂດ​ນ້ຳ​ແດນ​ດິນ​ອັນຄົບ​ຖ້ວນ​ຂອງ​ປະເທດ​ ຊາດ ຈົ່ງ​ມີສຸຂະພາບ ແລະ ພະ​ລາ​ນາ​ໄມ​ສົມບູນ ແລະ ເຂັ້ມແຂງ​ແຮງ​ກ້າ​ສະເໝີ​ໄປ.

ພ້ອມ​ດຽວ​ກັນ​ນີ້ ຂ້າພະເຈົ້າກໍ່ຂໍ​ຝາກ​ຄວາມ​ຢ້ຽມຢາມ​ຖາມ​ຂ່າວອັນ​ອົບ​ອຸ່ນ​ ມາ​ຍັງ​ພະນັກງານ​ບຳນານ ຜູ້​ເສຍ​ອົງຄະ​ທຸກ​ຖ້ວນ​ໜ້າ ຈົ່ງ​ມີ​ສຸຂະພາບ​ແຂງແຮງ ແລະ ຕໍ່​ຜູ້​ທີ່​ພວມ​ຮັກສາ​ປິ່ນປົວ​ຢູ່​ຕາມໂຮງໝໍ​ແຫ່ງ​ຕ່າງໆ ຈົ່ງ​ຫາຍ​ຈາກພະຍາດ​ໂລຄາ​ທັງ​ປວງ​ໂດຍ​ໄວ.

ປີ​ມະແມ 2558 ຂໍ​ໃຫ້​ທຸກໆ​ຄົນຈົ່ງ​ມີ​ແຕ່​ຄວາມ​ຢູ່​ເຢັນ​ເປັນ​ສຸກ ຄວາມເຈັບ​ຢ່າ​ໄດ້ ຄວາມ​ໄຂ້​ຢ່າ​ມີ ຂໍ​ໃຫ້​ມີ​ສຸຂະພາບ​ເຂັ້ມແຂງ ຢູ່​ດີ​ມີແຮງ​ຕະຫຼອດ​ປີ.

ຂໍ​ຂອບໃຈ-ສະບາຍດີ​ປີ​ໃໝ່

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່