spot_img
Homeຂ່າວພາຍ​ໃນທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບຫົວໜ້າອົງການໄຈກາ ຢ້ຽມອຳລາ

ທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບຫົວໜ້າອົງການໄຈກາ ຢ້ຽມອຳລາ

Published on

ທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບຫົວໜ້າອົງການໄຈກາ ຢ້ຽມອຳລາ

 

ຕອນບ່າຍ ວັນທີ 21 ກຸມພາ 2013 ຢູ່ທີ່ກະຊວງການຕ່າງປະເທດ ທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ລັດຖະ
ມົນຕີວ່າການ ກະຊວງການຕ່າງປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບອຳລາຂອງທ່ານ Masato TOGAWA ຫົວໜ້າ
ອົງການຮ່ວມມືສາກົນຍີ່ປຸ່ນ (ໄຈກາ) ປະຈຳລາວ ໂອກາດຈະສຳເລັດໜ້າທີ່ຢູ່ ສປປ ລາວ ໃນທ້າຍເດືອນກຸມພາ 2013 ນີ້.
ທ່ານ ດຣ. ທອງລຸນ ສີສຸລິດ ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ສະແດງຄວາມຂອບໃຈຕໍ່ທ່ານຫົວໜ້າອົງການໄຈກາ ທີ່ໄດ້ເອົາໃຈໃສ່
ຢ່າງຕັ້ງໜ້າເຂົ້າໃນການປະກອບສ່ວນວຽກງານພັດທະນາຢູ່ລາວ ເຊິ່ງຕະຫຼອດການມາປະຕິບັດງານໄດ້ຫ້າວຫັນ ຮ່ວມເຮັດວຽກກັບ
ລັດຖະບານລາວ ແຕ່ປີ 2010 ເປັນຕົ້ນມາ ເອົາໃຈໃສ່ຕິດຕາມກວດກາບັນດາໂຄງການ ພ້ອມທັງຂົນຂວາຍທຶນຈາກລັດຖະບານ
ແລະ ປະຊາຊົນຍີ່ປຸ່ນ ເພື່ອປະກອບສ່ວນເຂົ້າໃນວຽກງານການພັດທະນາຢູ່ ສປປ ລາວ ເປັນຕົ້ນແມ່ນວຽກງານການສົ່ງເສີມດ້ານສຶກ
ສາທິການ ສາທາລະນະສຸກ ແລະ ໂຄງການເງິນກູ້ດອກເບ້ຍຕ່ຳ ໂອກາດດັ່ງກ່າວ ທ່ານ Masato TIGAWA ໄດ້ສະແດງຄວາມ
ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງພັກ-ລັດຖະບານ ຕະຫຼອດປະຊາຊົນລາວບັນດາເຜົ່າ ທີ່ໃຫ້ຄວາມຮ່ວມມືຊ່ວຍເຫຼືອການມາ
ປະຕິບັດວຽກງານຕະຫຼອດໄລຍະຜ່ານມາ ອັນໄດ້ເຮັດໃຫ້ວຽກງານການພັດທະນາຢູ່ ສປປ ລາວ ບັນລຸຈຸດປະສົງຕາມເປົ້າໝາຍສອງ
ຝ່າຍວາງໄວ້.
ຂ່າວແຈ້ງຕື່ມວ່າ: ໂອກາດດຽວກັນ ທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການ ກະຊວງການຕ່າງ
ປະເທດ ກໍໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ Koichi TAKEI ຫົວໜ້າອົງການໄຈກາປະຈຳລາວຄົນໃໝ່ຕື່ມອີກ.
ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...