spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມກະຊວງສາທາລະນະສຸກ - WHO ຈັດງານສະຫລອງວັນສຸຂະພາບໂລກ 2015

ກະຊວງສາທາລະນະສຸກ – WHO ຈັດງານສະຫລອງວັນສຸຂະພາບໂລກ 2015

Published on

20150407131808

ກະຊວງ​ສາທາລະນະ​ສຸກ ກົມອາຫານ ແລະ ຢາ ຮ່ວມ​ກັບ​ອົງການ​ອະນາໄມ​ໂລກ ຈັດ​ງານ​ສະເຫຼີມ​ສະຫຼອງ​ວັນ​ສຸຂະພາບ​ໂລກ 2015 ໃນ​ຫົວຂໍ້ ຄວາມ​ປອດ​ໄພຂອງ​ອາຫານ ຈັດ​ຂຶ້ນ​ໃນ​ວັນ​ທີ 07 ເມສາ 2015 ທີ່​ເດີ່ນ​ທາດຫຼວງ ໂດຍ​ມີ​ທ່ານ ​ສຈ.​ດຣ. ເອກສະຫວ່າງ ວົງ​ວິຈິດ ລັດຖະມົນຕີວ່າການ​ກະຊວງ​ສາທາລະນະ​ສຸກ ທ່ານ ​ດຣ. ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ທ່ານ​ຜູ້ຕາງໜ້າ​ຈາກ​ອົງການ​ອະນາ​ໄມ​ໂລກ ປະຈຳ​ລາວ ບັນດາທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ ທ່ານ​ເຈົ້າເມືອງ ທ່ານ​ຜູ້ຕາງໜ້າຈາກ​ສຳນັກງານ ອົງການ ຫ້ອງການ ພະແນກການ ແລະ ມວນຊົນ​ຊາວ​ນະຄອນຫຼວງ​ວຽງ​ຈັນ ເຂົ້າ​ຮ່ວມ.

ໂອກາດ​ນີ້ ທ່ານ​ເຈົ້າ​ຄອງ​ນະຄອນ​ຫຼວງ​ວຽງ​ຈັນ ໄດ້​ກ່າວ​ບາງຕອນ​ວ່າ: ຕະຫຼອດ​ໄລຍະ​ເວລາທີ່​ຜ່ານ​ມາ ພັກ-ລັດຖະບານ ກໍ່​ຄືອົງການ​ປົກຄອງ​ນະຄອນຫຼວງ ໄດ້​ມີ​ຄວາມ​ເປັນ​ຫ່ວງ-ເປັນ​ໄຍ ແລະ ເອົາໃຈໃສ່​ຕໍ່​ສຸຂະພາບຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນມາ​ໂດຍ​ຕະຫຼອດ ໂດຍ​ສະເພາະ ວຽກ​ງານ​ສຸຂະພາບ ແລະ ອາຫານ​ປອດ​ໄພ ເປັນ​ແຜນ​ວຽກ​ບຸລິມະ​ສິດ​ໜຶ່ງ​ຂອງ​ລັດຖະບານ ນະຄອນ​ຫຼວງ​ເອງ​ເນັ້ນ​ເປັນ​ນະຄອນຫຼວງ​ໜ້າ​ຢູ່ ແລະ ຍືນ​ຍົງ ໂດຍ​ສະເພາະ ໄດ້​ອອກ​ນະໂຍບາຍ 6 ສ ຄື: ສະຫງົບ​ສຸກ ສະອາດ ສີຂຽວ ສະຫວ່າງ ສະ​ເໜ່ ແລະ ສີວິໄລ.

ແຜນການ​ສຳຄັນ​ໃນຕໍ່ໜ້າ ຈະ​ໄດ້​ສືບຕໍ່​ໂຄສະນາ​ເຜີຍແຜ່ໃຫ້ທົ່ວ​ສັງຄົມ​ເຂົ້າໃຈ ການ​ບໍລິໂພກທີ່​ຖືກ​ຫຼັກ​ອະນາໄມໃຫ້​ແຮງ​ກວ່າເກົ່າ ສົ່ງເສີມ​ການ​ປູກ​ຜັກ ແລະ ໝາກ​ໄມ້​ປອດ​ສານພິດ​ໃຫ້​ຫຼາຍກາຍເປັນ​ສິນຄ້າ ສ້າງ​ຕະຫຼາດສົດ ຂາຍ​ສົ່ງ-ຂາຍຍ່ອຍ ທີ່​ໄດ້ມາດຕະຖານ ຖືກ​ຫຼັກ​ອະນາໄມໃນ​ແຕ່​ລະ​ເມືອງ ມີ​ໜ່ວຍ​ກວດກາຄຸນະພາບ​ຂອງ​ອາຫານ ເພື່ອ​ຮັບປະກັນ​ເຄື່ອງ​ບໍລິໂພກຢູ່​ໃນ​ຕະຫຼາດ ​ໃຫ້​ມີ​ຄວາມ​ປອດ​ໄພ ແລະ ນຳ​ໃຊ້​ມາດ​ຕະການ​ກ່າວ​ເຕືອນ ແລະ ປັບ​ໃໝ​ຜູ້​ທີ່​ເຮັດ​ບໍ່​ໄດ້​ມາດຕະ​ຖານ​ທີ່​ທາງ​ການ​ກຳນົດ ແລະ ອື່ນໆ.

ພາຍ​ໃນ​ງານ​ຄັ້ງ​ນີ້ ນອກຈາກຈັດ​ໃຫ້​ມີ​ການ​ຍ່າງ​ເພື່ອ​ສຸຂະພາບແລ້ວ ຍັງ​ມີ​ການ​ຈັດ​ວາງສະແດງຮູບ​ພາບ ການ​ແຂ່ງຂັນ​ແຕ້ມ​ຮູບຂອງ​ນັກຮຽນ ຖາມ-ຕອບ​ວິ​ທະຍາ​ສາດ ລວມ​ທັງ​ການ​ນຳ​ສະເໜີ​ວິທີ​ການ​ແຕ່ງກິນ​ທີ່​ປອດ​ໄພ ແລະ ສະອາດ​ຢູ່​ພາຍ​ໃນ​ງານ​ນຳອີກ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...