spot_img
Homeຂ່າວພາຍ​ໃນທົບທວນວິຊາການຍຸລະສາດ ຄັ້ງທີ X

ທົບທວນວິຊາການຍຸລະສາດ ຄັ້ງທີ X

Published on

ທົບທວນວິຊາການຍຸລະສາດ ຄັ້ງທີ X

 

ກອງປະຊຸມທົບທວນວິຊາການຍຸລະສາດ (ພະຍາດພາຍໃນ) ຄັ້ງທີ 10 ຂອງສະມາຄົມແພດລາວ ແລະ ພາກວິຊາອາຍຸລະສາດ
ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ໄດ້ຈັດຂຶ້ນໃນວັນທີ 21 ກຸມພາ 2013 ນີ້ ຢູ່ທີ່ສູນການຮ່ວມມືສາກົນ ແລະ ການເຝິກ
ອົບຮົມຫຼັກ 5 ພາຍໃຕ້ການເປັນປະທານຂອງທ່ານ ຮສຈ.ດຣ. ສົມຈິດ ບຸບຜາ ອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດສຸ
ຂະພາບ ທ່ານ ຮສ.ດຣ ບົວຈັນ ຣາຊະຈັກ ປະທານສະມາຄົມແພດພາຍໃນລາວ ພ້ອມດ້ວຍຄະນະສະມາຄົມ ສະມາຊິກ ແລະ
ແຂກເຂົ້າຮ່ວມ 250 ຄົນ.
ກອງປະຊຸມໄດ້ດຳເນີນເປັນເວລາ 2 ວັນ ເຊິ່ງຜູ້ເຂົ້າຮ່ວມໄດ້ຮັບຟັງ ແລະ ຮຽນຮູ້ກ່ຽວກັບບົດຮຽນ ແລະ ເຕັກໂນໂລຊີໃໝ່ໆ ທີ່ໄດ້
ຜ່ານການຄົ້ນຄວ້າ ແລະ ນຳໃຊ້ຢ່າງໄດ້ຜົນໃໝ່ໆທັງໝົດ 16 ບົດ ໃນນັ້ນອາຈານລາວມີ 11 ບົດ ແລະ ອາຈານຕ່າງປະເທດ 5
ບົດ ທັງນີ້ເພື່ອແລກປ່ຽນບົດຮຽນທາງດ້ານວິຊາການລະຫວ່າງແພດພາຍໃນລາວ ເພື່ອເພີ່ມພູນຄວາມຮູ້ທາງເຕັກນິກວິທະຍາສາດ
ການແພດໃໝ່ໆໃຫ້ກັບແພດພາຍໃນລາວ ນຳໄປຈັດຕັ້ງປະຕິບັດ ແລະ ນຳໃຊ້ເຂົ້າໃນການດູແລຮັກສາ ແລະ ປິ່ນປົວຄົນເຈັບຂອງ
ຕົນໃນຂອບເຂດທົ່ວປະເທດ ທັງເປັນການສ້າງຄວາມສາມັກຄີຮັກແພງ ພົບປະສ້າງສັນແບບອ້າຍນ້ອງໃນວົງຄະນາຍາດຂອງແພດ
ພາຍໃນລາວ.
ກອງປະຊຸມຄັ້ງນີ້ ຍັງໄດ້ມີການປ່ອນບັດຄັດເລືອກເອົາຄະນະບໍລິຫານງານ ສະມາຄົມແພດພາຍໃນຊຸດໃໝ່ ຕື່ມອີກ.
ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...