spot_img
HomePicpostມະຫັດສະຈັນ ຖ້ຳເຊບັ້ງໄຟ

ມະຫັດສະຈັນ ຖ້ຳເຊບັ້ງໄຟ

Published on

ຖ້ຳເຊບັ້ງໄຟ ຫຼືຖ້ຳຄູນ ບ້ານໜອງປິງ, ເມືອງບົວລະພາ, ແຂວງຄຳມ່ວນ

 

ທາງເວັບໄຊດັງຂອງອັງກິດ  http://www.dailymail.co.uk ໄດ້ເຜີຍກ່ຽວກັບສະຖານທີ່ທ່ອງທ່ຽວທີ່ເປັນສິ່ງມະຫັດສະຈັນແຫ່ງໜຶ່ງຂອງປະເທດລາວທີ່ຫຼາຍຄົນຍັງບໍ່ທັນຮູ້ຈັກນັ້ນ ກໍຄື ຖ້ຳຄູນ ຫຼື ຖ້ຳເຊບັ້ງໄຟ ທີ່ຢູ່ບ້ານ ໜອງປິງ ເມືອງ ບົວລະພາ ແຂວງ ຄຳມ່ວນ ເຊິ່ງມີຄວາມລຶກລັບອັນສະຈັນໜ້າສົນໃຈ  ຈຶ່ງເຮັດໃຫ້ນັກສຳຫຼວດຊາວອາເມລິກາຄົນໜຶ່ງ ເຂົ້າໄປທ່ອງທ່ຽວ, ສຳຫຼວດ ແລະ ບັນທຶກພາບສວຍງາມດັ່ງກ່າວ. ເຊິ່ງໃນການສຳຫຼວດພື້ນທີ່ທາງຕອນລຸ່ມຂອງ ປະເທດລາວ ນີ້: ນັກຖ່າຍພາບໄດ້ຖ່າຍພາບຫີນທີ່ປະຫຼາດ ແລະ ຂອງນ້ຳທະເລສີຂຽວມໍລະກົດ ຂອງໂຄງປະກອບສ້າງຖ້ຳອັນຍິ່ງໃຫຍ່ແຫ່ງນີ້.

ນັກຖ່າຍຮູບ John Spies  ໄດ້ບັນທຶກພາບ ອັນງົດງາມຂອງການສຳຫຼວດ ຖ້ຳຄູນ ຫຼື ທີ່ຮູ້ຈັກກັນໃນຊື່ ຖ້ຳເຊບັ້ງໄຟ ທີ່ມີຄວາມຍາວກວ່າ 15 ກິໂລແມັດ. ເໝາະສົມແກ່ການຄົ້ນຫາປະສົບການໃໝ່ ແລະ ຕ້ອງໄດ້ໃຊ້ເຮືອຄາຍັກພາຍເຂົ້າໄປ. ສ່ວນທ່ານໃດສົນໃຈໄປທ່ຽວຊົມຖ້ຳ ສາມາດເປີດໃຫ້ເຂົ້າໄດ້ສະເພາະລະດູແລ້ງ ເດືອນ ພະຈິກ ຫາ ເມສາ ເທົ່ານັ້ນ ​ເພາະ​ການ​ໄປ​ຊ່ວງ​ນີ້ຈະ​ມີ​ຄວາມ​ປອດ​ໄພຫຼາຍກວ່າ, ຈະ​ເຫັນ​ແມ່ນ້ຳ​ໄດ້​ຊັດ​ເຈນ​ສວຍ​ງາມ ​ແລະ ອຸດົມສົມບູນ​ໄປ​ດ້ວຍ​ທຳ​ມະ​ຊາດ​ປ່າ​ໄມ້​ໃບ​ຂຽວ.

ປະເທດລາວເປັນປະເທດໜຶ່ງທີ່ມີ ແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຫຼາຍແຫ່ງ ທີ່ສວຍງາມທາງທຳມະຊາດ ແລະ ວັດທະນະທຳ ແຕ່ຫຼາຍໆຄົນຍັງບໍ່ຮູ້ວ່າສິ່ງທີ່ຄົ້ນພົບຢູ່ໃຕ້ດິນນັ້ນ ອາດຈະມີຄວາມມະຫັດສະຈັນ ເຊິ່ງມັນເປັນສິ່ງທີ່ໜ້າຕື່ນເຕັ້ນຫຼາຍ.

ຖ້ຳມະຫັດສະຈັນ ຫຼື ຖ້ຳຄູນ (ຖ້ຳ​ເຊບັ້ງ​ໄຟ) ຖ້ຳ​ທີ່​ງົດ​ງາມ​ແຫ່ງ​ນີ້ພວກ​ຊາວບ້ານ​ອາດ​ຈະ ​ບໍ່ມີ​ໂອກາດ​ໄດ້​ເຫັນສິ່ງ​ແບບ​ນີ້ ​ເພາະ​ເຂົາ​ເຈົ້າ​ເຊື່ອ​ວ່າ​ມີ ຜີ ຫຼື ວິນ​ຍານ​ອາ​ໄສຢູ່​ໃນ​ຖ້ຳມະຫັດສະຈັນ​ແຫ່ງ​ນີ້.

​ເປັນ​ບ່ອນ​ທີ່​ຮວບຮວມບັນດາແຮ່ທາດຕ່າງໆ ຕາມຝາຜະໜັງຖືກຕົບແຕ່ງດ້ວຍຫີນງອກ ຫີນຍ້ອນ ເບິ່ງແລ້ວຄ້າຍຄືວ່າເປັນມະຫາວິຫານ ທີ່ຖືກເທວະດາປະດັບຕົກແຕ່ງດ້ວຍຜ້າກັ້ງ ຈາກແດນສະຫວັນ ສ່ວນຢູ່ພື້ນກໍເຕັມໄປດ້ວຍກ້ອນກິນຍ້ອຍ ທີ່ກໍ່ໂຕຂຶ້ນຈາກການຍ້ອຍຂອງນ້ຳຈາກຫິນຜາ ສະທ້ອນແສງຍິບແຍັບຫຼາກຫຼາຍສີສັນ.

ຜູ້​ຄົນ​ເຂົ້າອອກ​ເປັນ​ປະຈຳບໍ່ມີ​ເວັ້ນ​ໃນ​ແຕ່​ລະມື້ ​​ເມື່ອ​ເຂົ້າ​ໄປ​ພວກ​ເຮົາ​ຈະ​ເຫັນ​ຄວາມ​ເລິກ​ຂອງ​ນ້ຳ ​ແລະ ການ​ສະທ້ອນ​ແສງ​ຂອງ​ມັນ​ຢ່າງ​ສວຍ​ງາມ. ນັກ​ທ່ອງ​ທ່ຽວສາມາດ​ຂີ່​ເຮືອ​ຄາ​ຍັກ​ຂອງ​ຕົນ​ໄດ້ ຫຼື ສາມາດ​ເຊົ່າ​ນຳ​ປະຊາຊົນ​ໃນ​ທ້ອງ​ຖິ່ນ​ ໃນ​ການ​ເຂົ້າ​ໄປ​ທ່ຽວຊົມ​ໄດ້.

ສຳລັບ​ຮູບ​ພາບ​ທີ່​ພວກ​ເຮົາ​ຖ່າຍ​ນີ້ ທາງທີ​ມງານ​ໄດ້​ໃຊ້​ໄຟ LED ທີ່​ມີ​ປະສິດທິພາບ​ສູງ ​ແລະ ວິທະຍຸ​ສື່ສານ​ເພື່ອ​ເຮັດ​ໃຫ້​ແສງແຜ່ກະຈາຍໄປທົ່ວຖ້ຳ ແລະໄດ້ເຫັນຄວາມສວຍງາມຢ່າງທົ່ວເຖິງ.

ສິ່ງທີ່ນັກສຳຫຼວດຄົ້ນພົບກ່ຽວກັບຖ້ຳ ນ້ອຍໆແຫ່ງນີ້ ແຕ່ເບິ່ງແລ້ວມັນບໍ່ນ້ອຍເລີຍມັນຄືຖ້ຳທີ່ມີແມ່ນ້ຳທີ່ກວ້າງໃຫຍ່ ເຊິ່ງໝາຍຄວາມວ່າເປັນຖ້ຳທີ່ມີແມ່ນ້ຳໄຫຼຜ່ານນັ້ນເອງ.

Pollack ນັກຖ່າຍພາບສາກົນກ່າວວ່າ: ທຸກສິ່ງທຸກຢ່າງໃນຖໍ້ານີ້ ສິ່ງປະກອບສ້າງຂອງຫີນຍ້ອຍທີ່ລຽງໄປຕາມຖ້ຳ ອາດຈະເຮັດໃຫ້ທ່ານຮູ້ສຶກຢ້ານ ຄິດວ່າມີສັດຮ້າຍຕ່າງໆຢູ່ນຳ.

ບັນຍາກາດທຳມະຊາດທີ່ດີທີ່ສຸດ ເຂົ້າໄປບໍລິເວນນ້ຳໄຫຼອອກຂອງຖ້ຳຄູນ ຈະມີຕົ້ນໄມ້ສີຂຽວຫຼາຍນານາຊະນິດ ເຊິ່ງການເຂົ້າໄປນັ້ນຈະຕ້ອງໄດ້ໃຊ້ເຮືອຄາຍັກເຂົ້າໄປ ໃຊ້ເວລາປະມານ 1 ມື້ເຕັມໆໃນການທ່ອງທ່ຽວໄປກັບ.

ມັນເປັນຄວາມລີ້ລັບທີ່ຊຸກເຊື່ອງຢູ່ ການກໍ່ຕົວຂອງຊາກຫີນໃຫຍ່ຫຼາຍທີ່ປົກຄຸມໄປທົ່ວຖ້ຳ. ມີລະດັບຄວາມສູງ 50 ແມັດຈາກລະດັບໜ້ານ້ຳທະເລ. ນີ້ເປັນສິ່ງທີ່ປົກຄຸ້ມທີ່ລະອຽດອ່ອນ ແລະ ບໍ່ທັນໄດ້ເປີດໃຫ້ນັກທ່ອງທ່ຽວເຂົ້າໄປຫຼາຍ.

ໃຫຍ່ຫຼາຍແທ້ໆ ກັບເນື້ອທີ່ຂອງຖ້ຳທີ່ໃຫຍ່ຢ່າງມະຫາສານ ແລະ ມີຄວາມຍາວເຖິງ 60 ແມັດ ແລະ ອາດຈະເປັນຖ້ຳໜຶ່ງທີ່ໃຫຍ່ທີ່ສຸດໃນໂລກເລີຍກໍວ່າໄດ້.

ຊາວອາເມລິກາໄດ້ສຳຫຼວດຖ້ຳໃຫຍ່ ມະຫັດສະຈັນແຫ່ງນີ້ ເຊິ່ງບາງເທື່ອມັນອາດຈະມີສິ່ງຂອງທີ່ມີຄ່າກໍອາດເປັນໄປໄດ້ ທີ່ເກີດຈາກການສະສົມ ແລະ ການກໍ່ຕົວຂອງຊັ້ນຫີນໃນຫຼາຍໆປີທີ່ຜ່ານມາ. ບໍລິເວນລຸ່ມນ້ຳໄດ້ມີການຕົບແຕ່ງຢ່າງສວຍງາມ ໃຫ້ມີຄວາມດຶງດູດໃຈ.

ທ່ານປະທັບໃຈກັບຂ່າວນີ້ບໍ? ທ່ານຢ່າເບິ່ງຄົນດຽວ ແຊຕໍ່ໃຫ້ຄົນອື່ນໄດ້ເຫັນແດ່ ນີ້ຄືຄວາມພາກພູມໃຈຂອງຄົນລາວ.

 

ບົດຄວາມຫຼ້າສຸດ

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...