Homeຂ່າວຕ່າງປະເທດຕຳ​ຫລວດ​ມາ​ເລ ຈັບ​ກຸມ​ຊາວ​ມຸດ​ສະ​ລິມ 17 ຄົນ ສົງ​ໄສ​ແນວ​ຮ່ວມ​ກຸ່ມ IS

ຕຳ​ຫລວດ​ມາ​ເລ ຈັບ​ກຸມ​ຊາວ​ມຸດ​ສະ​ລິມ 17 ຄົນ ສົງ​ໄສ​ແນວ​ຮ່ວມ​ກຸ່ມ IS

Published on

EyWwB5WU57MYnKOuFtJiC7Ul0kns7FwNzg46KDso8HZze0gNC53SV9

ຕຳ​ຫລວດ​ມາ​ເລ​ເຊຍ ຖະ​ແຫລງ​ຜົນ​ການ​ຈັບ​ກຸມ​ຊາວ​ເມ​ເລ ຈຳ​ນວນ 17 ຄົນ ສົງ​ໄສ​ເປັນ​ແນວ​ຮ່ວມ​ສະ​ໜັບ​ສະ​ໜູນ​ກຸ່ມ IS.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 7 ເມສານີ້ວ່າ ທ່ານ ຄາລິດ ອາບູ ບາຄາ ເຈົ້າໜ້າທີ່ຕຳຫລວດມາເລເຊຍ ໄດ້ຖະແຫລງຜົນການກວາດຈັບຊາຍໜຸ່ມ ຊາວມາເລເຊຍ 17 ຄົນ ໃນຖານະຜູ້ຖືກສົງໄສເປັນແນວຮ່ວມຂອງກຸ່ມກໍ່ການຮ້າຍ ໃນວັນທີ 5 ເມສາຜ່ານມານີ້ ໂດຍຜູ້ຕ້ອງສົງໄສ 2 ໃນຈຳນວນ 17 ຄົນ ແມ່ນຫາກໍເດີນທາງກັບມາຈາກປະເທດຊີເຣຍ  ໃນຖານະຜູ້ສະໜັບສະໜູນກອງກຳລັງຕິດອາວຸດລັດອິດສະລາມ ຫລື IS ໃນ​ອີ​ຣັກ ແລະ ຊີ​ເຣຍ ເຊິ່ງ​ເຮັດ​ໃຫ້​ສະ​ຖິ​ຕິ​ການ​ຈັບ​ກຸມ​ຜູ້​ຕ້ອ​ງ​ສົງ​ໄສ​ກໍ່​ການ​ຮ້າຍ​ຂອງ​ມາ​ເລ​ເຊຍ ນັບ​ຕັ້ງ​ແຕ່​ປີ 2014 ເປັນ​ຕົ້ນ​ມາ ໄດ້​ເພີ່ມ​ຂຶ້ນ​ເປັນ 92 ຄົນ​ແລ້ວ ໃນ​ຂະ​ນະ​ທີ່​ລັດ​ຖະ​ບານ​ຂອງ​ມາ​ເລ​ເຊຍ ຫາ​ກໍ​ສະ​ເໜີ​ຮ່າງ​ກົດ​ໝາຍ ເພື່ອ​ປ້ອງ​ກັນ ແລະ​ປາບ​ປາມ​ການ​ກໍ່​ການ​ຮ້າຍ​ສະ​ບັບ​ໃໝ່ ຈຳ​ນວນ 2 ສະ​ບັບ ເມື່ອ​ເດືອນມີ​ນາທີ່​ຜ່ານ​ມາ ເຊິ່ງ​ຈະ​ເປັນ​ການ​ມອບ​ອຳ​ນາດ​ໃຫ້​ແກ່​ຕຳ​ຫລວດ ໃນ​ການ​ກັກ​ຕົວ​ຜູ້​ຕ້ອງ​ສົງ​ໄສ ໂດຍ​ບໍ່​ຈຳ​ເປັນ​ຕ້ອງ​ຕັ້ງ​ຂໍ້​ຫາ ແລະ ບໍ່​ຈຳ​ກັດ​ໄລ​ຍະ​ເວ​ລາ​ໃນ​ການ​ຄວບ​ຄຸມ​ຕົວ ລວມ​ເຖິງ​ມີ​ອຳ​ນາດ​ສາ​ມາດ​ຍຶດ​ໜັງ​ສື​ຜ່ານ​ແດນ​ຂອງ​ຜູ້​ຕ້ອງ​ສົງ​ໄສ​ໄດ້​ອີກ​ດ້ວຍ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...