spot_img
Homeຂ່າວຕ່າງປະເທດຈີນ​ຕັ້ງ​ຂໍ້​ຫາ ໂຈວ ຢົ່ງ​ຄັງ ອະ​ດີດ​ກົມ​ການ​ເມືອງ ຮັບສິນບົນ ໃຊ້ອຳນາດບໍ່ຖືກຕ້ອງ!

ຈີນ​ຕັ້ງ​ຂໍ້​ຫາ ໂຈວ ຢົ່ງ​ຄັງ ອະ​ດີດ​ກົມ​ການ​ເມືອງ ຮັບສິນບົນ ໃຊ້ອຳນາດບໍ່ຖືກຕ້ອງ!

Published on

CHINA-POLITICS-CORRUPTION

ທາງ​ການ​ຈີນ​ຕັ້ງ​ຂໍ້​ຫາ ອະ​ດີດ​ກົມ​ການ​ເມືອງ ໂຈວ ຢົ່ງ​ຄັງ ຫລາຍ​ກະ​ທົງຢ່າງ​ເປັນ​ທາງ​ການ ປູ​ທາງ​ສູ່​ການ​ດຳ​ເນີນ​ຄະ​ດີ​ໃນ​ຊັ້ນ​ສານໃນ​ອີກ​ບໍ່​ດົນ​ນີ້.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 4 ເມ​ສາ​ຜ່ານ​ມາ​ນີ້​ວ່າ ສຳ​ນັກ​ງານ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​ຂອງ​ຈີ​ນ ໄດ້​ອອ​ກ​ຖະ​ແຫລງ​ການ​ໃນ​ວັນ​ທີ 3 ເມ​ສາ​ຜ່ານ​ມາ​ນີ້ ກ່ຽວ​ກັບ​ການ​ຕັ້ງ​ຂໍ້​ກ່າວ​ຫາ ທ່ານ ໂຈວ ຢົ່ງ​ຄັງ ອາ​ຍຸ 72 ປີ ຖານ​ໃຊ້​ຕຳ​ແໜ່ງ​ຂອງ​ຕົນ​ເອງ ຮັບ​ສິນ​ບົນ​ມູນ​ຄ່າ​ມະ​ຫາ​ສານ​ຢ່າງ​ຜິດ​ກົດ​ໝາຍ, ໃຊ້​ອຳ​ນາດ​ໜ້າ​ທີ່​ໃນ​ທາງ​ທີ່​ບໍ່​ຖືກ​ຕ​້ອງ ແລະ ເປັນ​ຕົ້ນ​ເຫດ​ແຫ່ງ​ການ​ສູນ​ເສຍ​ຊັບ​ສິນ​ຂອງ​ລັດ ແລະ ປະ​ຊາ​ຊົນ​ຢ່າງ​ໃຫຍ່​ຫລວງ.

ທ່ານ ໂຈວ ຢົ່ງ​ຄັງ ເຄີຍ​ດຳ​ລົງ​ຕຳ​ແໜ່ງ​ຕ່າງໆ ນັບ​ຕັ້ງ​ແຕ່​ເປັນ​ຮອງ​ຜູ້​ຈັດ​ການ​ທົ່ວ​ໄປ ຂອງ​ບໍ​ລິ​ສັດ​ປິ​ໂຕ​ລຽມ​ແຫ່ງ​ຊາດ​ຈີນ (CNPC), ເລ​ຂາ​ຄະ​ນະ​ພັກ​ແຂວງ​ເສ​ສວນ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ສູງ​ຂຶ້ນ​ຈົນ​ເຖິງ​ກຳ​ມະ​ການ​ກົມ​ການ​ເມືອງ ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ໃນ​ປີ 2007 ກ່ອນ​ທີ່​ຈະ​ອອກ​ຮັບ​ບຳ​ນານ​ໃນ​ປີ 2012 ກ​ອ່ນ​ທີ່​ຈະ​ຖືກກວດ​ສອບ​ເອົາ​ຄວາມ​ຜິດ ເຊິ່ງ​ເປັນ​ໄປ​ຕາມ​ນະ​ໂຍ​ບາຍ​ຂອງ ປະ​ທາ​ນາ​ທິ​ບໍ​ດີ ສີ ຈິ້ນ​ຜິງ ທີ່​ປະ​ກາດ​ຈະ​ປາບ​ປາມ​ການ​ສໍ້​ລາດ​ບັງ​ຫລວງ​ໃນ​ສັງ​ຄົມ​ຢ່າງ​ບໍ່​ມີ​ການ​ຍົກ​ເວັ້ນ.

ທາງ​ການ​ຈີນ ໄດ້​ຈັບ​ກຸມ ທ່ານ ໂຈວ ຢົ່ງ​ຄັງ ແລະ ໄລ່​ອອກ​ຈາກ​ການ​ເປັນ​ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ ໃນ​ປີ 2014 ທີ່​ຜ່ານ​ມາ ຫລັງ​ຈາກ​ທີ່ຜົນ​ການ​ສອບ​ສວນ​ພົບ​ວ່າ ເຂົາ​ໄດ້​ຮັບ​ເງິນ​ສິນ​ບົນ ແລະ ເປີດ​ເຜີຍ​ຄວາມ​ລັບ​ຂອງ​ລັດ​ຖະ​ບານ ພ້ອມໆ​ກັບ​ການ​ຈັບ​ກຸມ​ລູກ​ສະ​ໝຸນ​ຄົນ​ໃກ້​ຊິດ ທີ່​ຮ່ວມ​ກັນ​ກະ​ທຳ​ຜິດ​ອີກ​ນັບ​ສິບ​ຄົນ.

ການ​ພິ​ຈາ​ລະ​ນາ​ຄະ​ດີ​ຂອງ ທ່ານ ໂຈວ ຢົ່ງ​ຄັງ ແມ່ນ​ຍັງ​ບໍ່​ທັນ​ມີ​ການ​ກຳ​ນົດ​ວັນ​ເວ​ລາ​ທີ່​ແນ່ນອນ ແຕ່​ຄາດ​ວ່າ​ອາດ​ເລີ່ມ​ຂຶ້ນ​ໃນ​ອີກ​ບໍ່​ດົນ​ນີ້ ໂດຍສື່​ມວນ​ຊົນ​ທາງ​ການ​ຂອງ​ຈີນ​ໄດ້​ລາຍ​ງານ​ຜ່ານ​ມາ​ວ່າ ຈີນ​ຈະ​ດຳ​ເນີນ​ການ​ພິ​ຈາ​ລະ​ນາ​ຄະ​ດີ​ໃນ​ຊັ້ນ​ສານ​ຂອງເຂົາໂດຍ​ເປີດ​ເຜີຍ ເພື່ອ​ສະ​ແດງ​ຄວາມ​ໂປ່ງ​ໃສ​ຂອງ​ຂະ​ບວນ​ການ​ຍຸດ​ຕິ​ທຳ​ຂອງ​ຈີນ.

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...