spot_img
Homeຂ່າວພາຍ​ໃນບໍລິສັດເບຍລາວ ໃຫ້ທຶນພັດທະນາແຂວງຜົ້ງສາລີ 50 ລ້ານກີບ

ບໍລິສັດເບຍລາວ ໃຫ້ທຶນພັດທະນາແຂວງຜົ້ງສາລີ 50 ລ້ານກີບ

Published on

ดาวน์โหลด
ແຫຼ່ງຂ່າວຈາກແຂວງຜົ້ງສາລີ ລາຍງານວ່າ: ວັນທີ 21 ກຸມພານີ້ ຢູ່ໂຮງແຮມພູຟ້າ ເທດສະບານແຂວງຕົນ ທ່ານ ກິດສະໜາ ວົງ
ໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ເບຍລາວ ຈຳກັດ ໄດ້ມອບເງິນ 50 ລ້ານກີບ ໃຫ້ທ່ານ ແພງ ລີລາວົງ ຮອງເລຂາພັກແຂວງ
ຮອງເຈົ້າແຂວງ ເພື່ອປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງແຂວງໃນຕໍ່ໜ້າ.
ທ່ານຮອງເລຂາພັກແຂວງ ຮອງເຈົ້າແຂວງຜົ້ງສາລີ ໄດ້ກ່າວສະແດງຄວາມຂອບອົກຂອບໃຈ ຕໍ່ຜູ້ອຳນວຍການບໍລິສັດ ເບຍລາວ
ຈຳກັດ ພ້ອມດ້ວຍຄະນະ ທີ່ເປັນຫ່ວງເປັນໄຍ ແລະ ມອບເງິນຊ່ວຍເຫຼືອແຂວງຕົນ ແລະ ໂອກາດດັ່ງກ່າວ ກໍໄດ້ມອບໃບຍ້ອງຍໍ
ຂອງເຈົ້າແຂວງຜົ້ງສາລີ ໃຫ້ແກ່ຜູ້ອຳນວຍການບໍລິສັດ ເບຍລາວ ຈຳກັດ ທີ່ປະກອບສ່ວນຊ່ວຍພັດທະນາເສດຖະກິດ-ສັງຄົມຂອງ
ແຂວງດັ່ງກ່າວ.
ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...