spot_img
Homeຂ່າວການພັດທະນາລາວໂທລະຄົມ ເປີດໃຫ້ບໍລິການ 4G ຢູ່ແຂວງຈຳປາສັກ

ລາວໂທລະຄົມ ເປີດໃຫ້ບໍລິການ 4G ຢູ່ແຂວງຈຳປາສັກ

Published on

20150404100127

ວັນ​ທີ 31 ມີນາ 2015 ຜ່ານ​ມາ ທີ່​ໂຮງແຮມ​ຈຳປາ​ສັກ​ແກຣນ ເມືອງ​ປາກ​ເຊ ແຂວງ​ຈຳປາ​ສັກ ລາວ​ໂທລະ​ຄົມ​ໄດ້​ຈັດ​ພິທີ​ເປີດໃຫ້​ບໍລິການ 4G LTE ຢ່າງ​ເປັນທາງ​ການ ເປັນ​ປະທານ​ຂອງ​ທ່ານ ​ດຣ. ບຸນ​ຖອງ ດີ​ວິ​ໄຊ ເຈົ້າແຂວງຈຳປາ​ສັກ ທ່ານ ​ດຣ. ທັນ​ສະໄໝ ກົມ​ມະ​ສິດ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ໄປສະນີ ໂທລະ​ຄົມມະ​ນາ​ຄົມ ແລະ ການ​ສື່ສານ ທ່ານ ທອງ​ໃສ ຊານ​ໄຊ​ຍະ ຜູ້​ອຳນວຍ​ການ​ໃຫຍ່ ລາວ​ໂທລະ​ຄົມ ມີ​ທ່ານ​ເຈົ້າເມືອງ​ປາກ​ເຊ ແຂກ​ຖືກ​ເຊີນ ແລະ ຮ້ານ​ຕົວ​ແທນ​ຈຳໜ່າຍ​ເຂົ້າ​ຮ່ວມ.

ລາວ​ໂທລະ​ຄົມ ເປັນ​ຜູ້​ໃຫ້​ບໍ​ລິການ​ທາງ​ດ້ານ​ໂທລະ​ຄົມ​ມະ​ນາຄົມ​ຢ່າງ​ເຕັມ​ຮູບ​ແບບ​ໃນ​ ລາວ ມາ​ຍາວ​ນານ​ກວ່າ 18 ປີ​ແລ້ວ ແລະ ທັງ​ເປັນ​ຜູ້ນຳ​ໃນ​ການ​ໃຫ້​ບໍລິ​ການ​ທາງ​ດ້ານ Data ໂດຍການ​ຂະຫຍາຍ​ເຄືອ​ຂ່າຍ​ພື້ນ​ທີ່ໃຫ້​ບໍລິການ ແລະ ຄວບ​ຄຸມ​ຄຸ​ນະພາບ​ການ​ໃຫ້​ບໍລິການ​ໃນ​ມາດ​ຕະຖານ​ສາກົນ ໂດຍ​ການ​ພັດທະນາທາງ​ດ້ານ​ເທັກ​ນິກ​ ການ​ນຳ​ເອົາເຕັກ​ໂນ​ໂລ​ຢີ​ໃໝ່ໆ​ເຂົ້າ​ມາ​ນຳ​ໃຊ້ ແລະ ດ້ານ​ອື່ນໆ ທັງ​ໝົດ​ນີ້​ກໍ່​ເພື່ອປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງສາ ແລະ ພັດທະນາ​ປະເທດ​ຊາດ ຕາມ​ທິດ​ທາງ​ພັກ-ລັດທີ່​ວາງ​ໄວ້ ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ລູກ​ຄ້າ ກໍ່​ຄື​ຜູ້​ຊົມໃຊ້ ເພື່ອ​ກຽມ​ຄວາມ​ພ້ອມ​ກ້າວ​ເຂົ້າ​ສູ່​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນໃນ​ໄວໆ​ນີ້.

ລາວ​ໂທລະ​ຄົມ ເປີດ​ໃຫ້​ບໍ​ລິການ 4G LTE ໃນ​ວັນ​ທີ 26 ຕຸລາ 2012 ທີ່​ຜ່ານ​ມາ ເພື່ອ​ນຳມາ​ຮັບ​ໃຊ້​ກອງ​ປະ​ຊູມ​ສຸດ​ຍອດ​ອາເຊັມ ຄັ້ງ​ທີ 9 ທີ່ ​ສປປ ລາວ ໄດ້ຮັບ​ກຽດ​ເປັນ​ເຈົ້າພາບ ໂດຍ​ມີ​ພື້ນທີ່​ໃຫ້​ບໍລິການ​ໃນ​ນະຄອນຫຼວງວຽງ​ຈັນ ເບື້ອງ​ຕົ້ນ 20 ຈຸດ ແລະ ໄດ້​ເພີ່ມ​ຂຶ້ນ​ເປັນ 80 ຈຸດ ໃນ​ປັດຈຸ​ບັນ ເພື່ອ​ຕອບ​ສະໜອງ​ຄວາມຕ້ອງການ​ຂອງ​ລູກ​ຄ້າ​ທີ່​ມີ​ເພີ່ມຫຼາຍ​ຂຶ້ນ ແລະ ວັນ​ນີ້​ກໍ່​ເປັນ​ວັນໜຶ່ງ​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ​ຢ່າງ​ຍິ່ງ ແລະ ເປັນ​ບາດກ້າວສຳຄັນ ​ໃນ​ວົງ​ການ​ການ​ໃຫ້​ບໍ​ລິການ​ດ້ານ​ໂທລະ​ຄົມມະນາຄົມຂອງ​ລາວ ກໍ່​ຄື​ການ​ຂະຫຍາຍການ​ໃຫ້​ບໍລິການ 4G ມາ​ຍັງຕ່າງ​ແຂວງ ກໍ່​ຄື​ແຂວງ​ຈຳປາ​ສັກ ເຊິ່ງ​ໃນ​ເບື້ອງ​ຕົ້ນ​ມີ​ພື້ນ​ທີ່​ໃຫ້​ບໍ​ລິການ​ເຖິງ 30 ຈຸດ ເພື່ອ​ໃຫ້​ລູກ​ຄ້າ ແລະ ພໍ່​ແມ່​ປະຊາຊົນ ໄດ້​ສຳຜັດກັບ​ປະສົບ​ການ​ທີ່​ເໜືອ​ລະດັບ​ໃນການ​ໃຫ້​ບໍລິການ Data 4G ຂອງລາວ​ໂທລະ​ຄົມ ແລະ ຍັງ​ຈະ​ສືບຕໍ່​ຂະຫຍາຍ​ພື້ນ​ທີ່​ໃຫ້​ຄວບ​ຄຸມພາຍ​ໃນ​ແຂວງ​ໃຫ້​ຫຼາຍ​ຂຶ້ນ ນອກຈາກ​ແຂວງ​ຈຳປາ​ສັກ​ແລ້ວ ຍັງໄດ້​ສືບຕໍ່​ຂະຫຍາຍ​ໄປ​ຍັງ​ແຂວງອື່ນໆ​ອີກ ເພື່ອ​ຕອບ​ສະໜອງ​ກັບຄວາມ​ຕ້ອງການ​ຂອງ​ລູກ​ຄ້າ ໃຫ້ໄດ້​ນຳ​ໃຊ້​ເທັກ​ໂນ​ໂລ​ຢີ​ທີ່​ທັນ​ສະໄໝ ວ່ອງໄວ ແລະ ທຽບ​ເທົ່າ​ກັບສາກົນ ສຳລັບ​ລູກ​ຄ້າ​ທ່ານ​ໃດ​ທີ່ສົນໃຈ​ສາມາດ​ເຂົ້າ​ໄປ​ທົດ​ລອງນຳ​ໃຊ້ ແລະ ເປີດ​ນຳ​ໃຊ້​ບໍລິການ 4G ໄດ້ທີ່​ສູນ​ບໍລິການ​ລູກ​ຄ້າຂອງ​ລາວ​ໂທລະ​ຄົມ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...