ແຂວງຊານຕົ້ງ ສ​ປ ຈີນ ເປີດບັ້ນການຮ່ວມມື ດ້ານເສດຖະກິດກັບລາວໄລຍະຍາວ

20150330132555

ວັນ​ທີ 30 ມີນາ 2015 ທີ່ໂຮງແຮມ​ແດນ​ມາກ ນະຄອນຫຼວງ​ວຽງ​ຈັນ ໄດ້​ເປີດ​ກອງ​ປະຊຸມພົບ​ປະ​ລະຫວ່າງ​ນັກທຸລະກິດ ລາວ-ຈີນ (ຊານ​ຕົ້ງ) ໂດຍ​ການເຂົ້າ​ຮ່ວມ​ຂອງ​ທ່ານ ສຽວ​ສະຫວາດ ສະແຫວງ​ສຶກ​ສາ ລັດ​ຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາ​ຫະ​ກຳ ແລະ ການ​ຄ້າ ທ່ານ ເຊ້ຍ​ເກິ່ງ (Xia Geng) ຮອງ​ເຈົ້າແຂວງ​ຊານ​ຕົ້ງ ​ສປ ຈີນ ພ້ອມດ້ວຍ​ສະພາ​ການ​ຄ້າ ແລະ ອຸດສາ​ຫະ​ກຳ​ແຫ່ງ​ຊາດ ແລະ ບັນດາ​ນັກທຸລະກິດ​ຈາກ​ທັງ​ສອງຝ່າຍ​ເຂົ້າ​ຮ່ວມ.

ທ່ານ ສີ​ສະຫວາດ ທິ​ຣະ​ວົງ ປະທານ​ສະພາ​ການ​ຄ້າ ແລະ ອຸດສາ​ຫະ​ກຳ​ແຫ່ງ​ຊາດ​ລາວ (​ສຄອ) ກ່າວ​ວ່າ: ການ​ຢ້ຽມຢາມ​ຂອງທ່ານ​ຮອງ​ເຈົ້າແຂວງ​ຊານ​ຕົ້ງ ພ້ອມ​ດ້ວຍ​ນັກທຸລະກິດ​ ເພື່ອ​ເປັນການ​ສຶກ​ສາ​ຂໍ້​ມູນ​ແລກປ່ຽນ​ບົດຮຽນ ແລະ ມີ​ຄວາມ​ຕ້ອງການຮ່ວມ​ມື​ທາງ​ດ້ານ​ການ​ຄ້າ ການລົງທຶນ​ກັບ​ນັກທຸລະກິດ​ລາວ​ຫຼາຍຂະແໜງການ ເຊັ່ນ: ການ​ຄ້າ ຕັດຫຍິບ ກະສິກຳ-ປ່າໄມ້ ເຟີ​ນິເຈີ ກົນ​ຈັກ ແລະ ອື່ນໆ ເພື່ອ​ເປັນການ​ສົ່ງເສີມ​ການ​ຮ່ວມ​ມືລະຫວ່າງ​ນັກທຸລະກິດ ລາວ-ຈີນ ໃຫ້​ນັບ​ມື້​ຂະຫຍາຍຕົວ ປາກົດ​ຜົນເປັນ​ຈິງ ​ທີ່​ຈະ​ສົ່ງ​ຜົນ​ດີ​ຕໍ່​ລະບົບເສດຖະກິດ​ໃນ​ອະນາຄົດ.

ສະພາ​ການ​ຄ້າ ແລະ ອຸດສາ​ຫະ​ກຳ​ແຫ່ງ​ຊາດ​ລາວ​ ແມ່ນຕົວ​ແທນ​ໃຫ້​ແກ່​ກຸ່ມ​ທຸລະ​ກິດ ​ສປປ ລາວ ມີ​ຫຼາຍ​ກວ່າ 100.000 ຫົວໜ່ວຍ​ທຸລະ​ກິດ ເຊິ່ງ​ເປັນ​ສະມາຊິກ​ຂອງ ​ສຄອ ຫຼາຍ​ກວ່າ 3.000 ຫົວໜ່ວຍ ເປັນ​ຂົວ​ຕໍ່​ລະຫວ່າງ​ພາກ​ລັດ​ກັບທຸລະ​ກິດ ​ເພື່ອ​ແກ້​ໄຂ​ບັນຫາ​ຮ່ວມກັນ.

ທ່ານ​ປະທານ​ສະພາ​ການ​ຄ້າ ແລະ ອຸດສາຫະກຳ​ແຫ່ງ​ຊາດລາວ ສະເໜີ​ຕໍ່​ກອງ​ປະຊຸມ​ຄັ້ງນີ້​ວ່າ: ​ສປປ ລາວ ເປັນ​ປະເທດທີ່​ໜ້າ​ລົງທຶນ ​ຂອງ​ນັກ​ລົງທຶນ​ຈາກ​ຕ່າງປະເທດ​ຢ່າງ​ຫຼວງຫຼາຍ ເຊິ່ງມີ​ທີ່​ຕັ້ງ​ພູມ​ສັນຖານ​ທີ່​ດີຄື: ບໍ່​ມີໄພ​ທຳ​ມະ​ຊາດ ແຜ່ນດິນ​ໄຫວ ນ້ຳຖ້ວມ ມີ​ການເມືອງ​ທີ່​ສະຫງົບ ມີຊັບພະຍາກອນ​ທຳ​ມະ​ຊາດ​ທີ່​ອຸດົມ​ສົມບູນ ເໝາະ​ແກ່​ການ​ລົງທຶນ​ໃນ​ຂະແໜງການ​ກະສິກຳ ພະລັງງານໄຟຟ້າ ການ​ທ່ອງທ່ຽວ ຂົນສົ່ງ ແລະ ອື່ນໆ.

ທ່ານ ເຊ້ຍ​ເກິ່ງ ກ່າວ​ວ່າ: ນັກທຸລະກິດ​ໃນ​ແຂວງ​ຊານ​ຕົ້ງ ​ທີ່ເປັນ​ແຂວງ​ທີ່​ມີ​ເສດຖະກິດ​ຂະໜາດ​ໃຫຍ່​ອັນ​ດັບ 3 ຂອງ ​ສປ ຈີນ ໃນ​ປີ 2014 ມີ​ລວມ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ (GDP) 5.940 ຕື້​ຢວນ ມີ​ຄວາມ​ສົນໃຈກັບ​ນັກທຸລະກິດ​ໃນ ​ສປປ ລາວ ຫຼາຍ​ຂະແໜງການ​ດ້ວຍ​ກັນ ເປັນຕົ້ນ​ແມ່ນ​ເຂດ​ເສດຖະກິດ​ສະເພາະ​ບຶງ​ທາດຫຼວງ ​ທີ່​ມີ​ນັກທຸລະກິດ​ຈີນເປັນ​ຜູ້​ພັດທະນາ ໂດຍ​ລັດຖະບານຈີນ ​ມີ​ຍຸດ​ທະ​ສາດ​ແນວທາງ​ການຮ່ວມ​ມື​ກັບ​ບັນດາ​ປະເທດ​ອ້ອມຂ້າງ ​ລວມ​ທັງ​ລາວ ປະກອບ​ມີ 3 ຢ່າງຄື: ສ້າງ​ກົນ​ໄກ​ການ​ຮ່ວມ​ມືສະໜັບສະໜູນ​ພາກ​ລັດ​ ຮ່ວມ​ກັບສະພາ​ການ​ຄ້າ​ສະມາຄົມ​ກັບ ​ສປປ ລາວ ເພີ່ມ​ທະວີ​ການ​ເຊື່ອມຕໍ່​ກະສິກຳ ອຸດສາຫະກຳ ການ​ຜະລິດ ກະເສດ ເຄື່ອງ​ຈັກ ແລະ ພັດທະ​ນາ​ດ້ານ​ອຸດສາຫະກຳ ແລະ ສະໜັບສະໜູນ​ສາຍ​ການບິນຊານ​ຕົ້ງ-​ສປປ ລາວ ທີ່​ຈະ​ເປັນການ​ເຊື່ອມ​ຕໍ່​ດ້ານ​ເສດຖະກິດ​ທີ່ສຳຄັນ​ຂອງ​ແຂວງ​ຊານ​ຕົ້ງ​ເຖິງ ​ສປປ ລາວ ໂດຍ​ກົງ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່