spot_img
Homeນານາສາລະແນວຄວາມຄິດ 10 ມິຕິ ບົດຮຽນທີ່ລ້ຳຄ່າ

ແນວຄວາມຄິດ 10 ມິຕິ ບົດຮຽນທີ່ລ້ຳຄ່າ

Published on

z583

ສຳລັບຫົວຂໍ້ ແນວຄວາມຄິດ 10 ມິນຕິ ນີ້ ຜູ້ຂຽນໄດ້ຮັບການສົ່ງຕໍ່ທາງລາຍ ຈາກເພື່ອນລຸ້ນນ້ອງຜູ້ໜຶ່ງ ພໍອ່ານແລ້ວຮູ້ສຶກວ່າ ຄືຊິມີປະໂຫຍດແກ່ເພື່ອນຜູ້ອ່ານ ສະມາຊິກ laopost ຫຼືຜູ້ທີ່ສົນໃຈຢູ່ ຈຶ່ງຂໍນຳສະເໜີມາແລກປ່ຽນຮຽນຮູ້ ໂດຍທີ່ຜູ້ຂຽນກໍບໍ່ຮູ້ວ່າຜູ້ຂຽນເລື່ອງນີ້ຂຶ້ນມາ ແມ່ນໃຜກັນແທ້ ແຕ່ຈັ່ງໃດກໍຂໍສະແດງຄວາມຂອບໃຈ ຕໍ່ເຈົ້າຂອງບົດຄວາມຫຼາຍໆ ກໍແລ້ວກັນ. ແນວຄວາມຄິດ 10 ມິຕິ ມີຢູ່ດັ່ງນີ້:

1. ການຄິດເຊິງວິພາກ (Critical Thinking) ໝາຍເຖິງຄວາມຕັ້ງໃຈພິຈາລະນາ ຕັດສິນເລື່ອງໃດເລື່ອງໜຶ່ງ ໂດຍການບໍ່ເຫັນພ້ອມຕາມຂໍ້ສະເໜີງ່າຍໆ ແຕ່ຕັ້ງຄຳຖາມທ້າທາຍ ຫຼືໂຕ້ແຍ້ງສົມມຸດຖານ ແລະຂໍ້ສົມມຸດທີ່ຢູ່ໃນເບື້ອງຫຼັງ ແລະພະຍາຍາມເປີດແນວທາງຄວາມຄິດ ອອກໄປທາງອື່ນໆ ທີ່ແຕກຕ່າງຈາກຂໍ້ສະເໜີນັ້ນ ເພື່ອໃຫ້ສາມາດໄດ້ຄຳຕອບທີ່ສົມເຫດສົມຜົນ ຫຼາຍກວ່າຂໍ້ສະເໜີເກົ່າ.

2. ການຄິດເຊິງວິເຄາະ (Analytical Thinking)ໝາຍເຖິງ ການຈຳແນກແຈກແຈງອົງປະກອບຕ່າງໆ ຂອງສິ່ງໃດສິ່ງໜຶ່ງ ຫຼືເລື່ອງໃດເລື່ອງໜຶ່ງ ແລະຫາຄວາມສຳພັນເຊິງເຫດຜົນ ລະຫວ່າງອົງປະກອບເຫຼົ່ານັ້ນ ເພື່ອຄົ້ນຫາສາເຫດທີ່ແທ້ຈິງ ຂອງສິ່ງທີ່ເກີດຂຶ້ນ.

3. ການຄິດເຊິງວິເຄາະ (Synthesis-Type Thinking) ໝາຍເຖິງ ຄວາມສາມາດໃນການດຶງອົງປະກອບ ຕ່າງໆ ມາປະສົມປະສານເຂົ້ານຳກັນ ເພື່ອໃຫ້ໄດ້ສິ່ງໃໝ່ຕາມວັດຖຸປະສົງ ທີ່ຕ້ອງການ.

4. ການຄິດເຊິງປຽບທຽບ (Comparative Thinking) ໝາຍເຖິງ ການພິຈາລະນາທຽບຄຽງຄວາມຄື ແລະ/ຫຼືຄວາມແຕກຕ່າງ ລະຫວ່າງສິ່ງນັ້ນກັບສິ່ງອື່ນໆ ເພື່ອໃຫ້ເກີດຄວາມເຂົ້າໃຈ ສາມາດອະທິບາຍເລື່ອງນັ້ນໆ ໄດ້ຢ່າງຊັດເຈນ ເພື່ອປະໂຫຍດໃນການຄິດ ການແກ້ບັນຫາ ຫຼືການຫາທາງເລືອກເລື່ອງໃດເລື່ອງໜຶ່ງ.

5. ການຄິດເຊິງມະໂນທັດ (Conceptual Thinking)ໝາຍເຖິງ ຄວາມສາມາດໃນການປະສານຂໍ້ມູນທັງໝົດ ທີ່ມີຢູ່ກ່ຽວກັບເລື່ອງໃດເລື່ອງໜຶ່ງ ໄດ້ຢ່າງບໍ່ຂັດແຍ້ງ ແລ້ວນຳມາສ້າງເປັນຄວາມຄິດລວມຍອດ ຫຼືຂອບຄວາມຄິດກ່ຽວກັບເລື່ອງນັ້ນໆ.

6. ການຄິດເຊິງສ້າງສັນ (Creative Thinking)ໝາຍເຖິງ ການຂະຫຍາຍຂອບເຂດຄວາມຄິດອອກໄປ ຈາກຂອບຄວາມເກົ່າໆເດິມໆທີ່ມີຢູ່ ສູ່ຄວາມຄິດໃໝ່ໆ ທີ່ບໍ່ເຄີຍມີມາກ່ອນ ເພື່ອຄົ້ນຫາຄຳຕອບທີ່ດີທີ່ສຸດ ໃຫ້ກັບບັນຫາທີ່ເກີດຂຶ້ນ.

7. ການຄິດເຊິງປະຍຸກ (Applicative Thinking)ໝາຍເຖິງ ຄວາມສາມາດໃນການນຳເອົາສິ່ງທີ່ ມີຢູ່ແລ້ວ ໄປປັບໃຊ້ປະໂຫຍດໃນບໍລິບົດໃໝ່ ໄດ້ຢ່າງເໝາະສົມ ໂດຍຍັງຄົງຫຼັກການຂອງສິ່ງເກົ່າໄວ້.

8. ການຄິດເຊິງກົນລະຍຸດ (Strategic Thinking)ໝາຍເຖິງ ຄວາມສາມາດໃນການກຳໜົດ ແນວທາງທີ່ດີທີ່ສຸດ ພາຍໃຕ້ເງື່ອນໄຂຂໍ້ຈຳກັດຕ່າງໆ ທີ່ກ່ຽວຂ້ອງ ເຂົ້າຫາແກນຫຼັກໄດ້ຢ່າງເໝາະສົມ ເພື່ອອະທິບາຍ ຫຼືໃຫ້ເຫດຜົນສະໜັບສະໜູນ ເລື່ອງໃດເລື່ອງໜຶ່ງ.

9. ການຄິດເຊິງບູລະນາການ (Integrative Thinking)ໝາຍເຖິງ ຄວາມສາມາດໃນການເຊື່ອມໂຍງແນວຄິດ ຫຼືອົງປະກອບຕ່າງໆ ທີ່ກ່ຽວຂ້ອງ ເຂົ້າຫາແກນຫຼັກໄດ້ຢ່າງເໝາະສົມ ເພື່ອອະທິບາຍຫຼືໃຫ້ເຫດຜົນ ສະໜັບສະໜຸນເລື່ອງໃດເລື່ອງໜຶ່ງ.

10. ການຄິດເຊິງອະນາຄົດ (Futuristic Thinking)ໝາຍເຖິງ ຄວາມສາມາດໃນການຄາດຄະເນ ໃນອະນາຄົດຢ່າງມີຫຼັກເກນ ທີ່ເໝາະສົມ.

ທ່ານຜູ້ອ່ານມີຄວາມຄິດເຫັນຈັ່ງໃດ ຕໍ່ແນວຄວາມຄິດ 10 ມິຕິ ທີ່ໄດ້ນຳສະເໜີນີ້ ຖ້າເຫັນເປັນປະໂຫຍຢ່າລືມປະກອບຄຳເຫັນ ແລະແຊຕໍ່ໃຫ້ໝູ່ຂອງທ່ານໄດ້ອ່ານດ້ວຍ.

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...