spot_img
Homeວົງການສື່ມວນຊົນວາລະສານອະລຸນໃໝ່ ມີແຜນຜະລິດເປັນລາຍເດືອນໃນໄວໆນີ້

ວາລະສານອະລຸນໃໝ່ ມີແຜນຜະລິດເປັນລາຍເດືອນໃນໄວໆນີ້

Published on

20150330124629

ສຳ​ມະ​ນາ​ຫົວຂໍ້ “ພັດທະນາ​ວາລະ​ສານ​ອະລຸນ​ໃໝ່ໃຫ້​ມີ​ຄຸ​ນະພາບ ສືບຕໍ່​ເປັນ​ອົງການ​ທິດ​ສະ​ດີ ແລະ ພຶດຕິ​ກຳ​ຂອງ​ພັກ” ເນື່ອງໃນ​ໂອກາດ​ລະນຶກ​ວັນ​ສ້າງຕັ້ງ ວາລະ​ສານ​ອະລຸນ​ໃໝ່ ຄົບຮອບ 30 ປີ (22/3/1955-22/3/2015) ໄດ້​ຈັດ​ຂຶ້ນ​ວັນ​ທີ 30 ມີນາ 2015 ຢູ່​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງພັກ ໂດຍ​ເປັນ​ປະທານ​ຂອງ​ທ່ານ ​ດຣ. ບົວ​ຈັນ ເພັງ​ສະ​ຫວັດ ຮອງຫົວໜ້າ​ຄະນະ​ໂຄສະນາ​ອົບຮົມສູນ​ກາງ​ພັກ ບັນນາທິການ​ໃຫຍ່ ວາລະສານ​ອະລຸນ​ໃໝ່ ມີ​ທ່ານ ​ສຈ.​ດຣ. ກິ​ແກ້ວ ໄຂ​ຄຳ​ພິທູນ ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມສູນ​ກາງ​ພັກ ທ່ານ ສະຫວັນ​ຄອນ ຣາຊ​ມົນ​ຕຣີ ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ພ້ອມ​ດ້ວຍ​ບັນດາ​ອະດີດ​ບັນ​ນາ​ທິການ​ໃຫຍ່ ​ວາລະສານ​ອະລຸນ​ໃໝ່ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

ວາລະສານ​ອະລຸນ​ໃໝ່ ໄດ້​ສ້າງຕັ້ງ​ຂຶ້ນ​ໂດຍ​ສືບ​ທອດ​ມາ​ຈາກ​ໜັງສື​ພິມ “ແສງ​ສະຫວ່າງ” ຂອງ​ພັກ ໃນ​ເມື່ອ​ກ່ອນຕາມ​ມະຕິ​ຕົກລົງ ສະບັບ​ເລກ​ທີ 12/​ຄລສພ ລົງ​ວັນທີ 8 ກຸມພາ 1985 ອະລຸນ​ໃໝ່ ເປັນ​ວາລະສານ​ທິດ​ສະ​ດີການເມືອງ ແລະ ພຶດຕິ​ກຳ​ຂອງ​ພັກ​ປະຊາ​ຊົນ​ປະຕິວັດ​ລາວ ຊີ້​ນຳ-ນຳພາ​ໂດຍ​ກົງ ແລະ ຮອບດ້ານຂອງ​ຄະນະ​ໂຄສະນາ​ອົບຮົມ​ສູນກາງ​ພັກ ມີ​ພາລະ​ບົດບາດ​ຄົ້ນຄວ້າ​ເຜີຍແຜ່ ແລະ ສະຫຼຸບ​ຖອດຖອນ​ບົດຮຽນ​ກ່ຽວ​ກັບ​ທິດ​ສະ​ດີມາກ-ເລ​ນິນ ແນວທາງ​ການເມືອງ ນະໂຍບາຍ ແລະ ພຶດຕິ​ກຳຂອງ​ພັກ ລະບຽບ​ກົດໝາຍ​ຂອງລັດ​ໃນ​ແຕ່​ລະ​ໄລຍະ ຄົ້ນຄວ້າເຜີຍແຜ່​ບົດຮຽນ​ຂອງ​ພັກ ແລະ ລັດປະເທດ​ເພື່ອນ​ມິດ ໂດຍ​ສະເພາະ ການ​ປັບປຸງ-ກໍ່ສ້າງ​ພັກ ການ​ຄຸ້ມ​ຄອງ​ລັດ ແລະ ການ​ພັດທະ​ນາ​ເສດຖະກິດ-ສັງຄົມຂອງບັນດາ​ປະເທດ​ສັງຄົມ​ນິຍົມ ວາລະ​ສານ​ອະລຸນ​ໃໝ່ ເປັນ​ວາລະສານ​ລາຍ 2 ເດືອນ (6 ສະບັບຕໍ່​ປີ) ມາ​ຮອດ​ປີ 2003 ໄດ້​ປ່ຽນມາ​ເປັນ​ລາຍ​ເດືອນ​ເຄິ່ງ (8 ສະບັບຕໍ່​ປີ) ແລະ ມີ​ແຜນ​ຈະ​ປ່ຽນມາ​ເປັນ​ລາຍ​ເດືອນ (12 ສະບັບຕໍ່​ປີ) ໃນ​ໄວໆ​ນີ້.

ທ່ານ ​ດຣ. ບົວ​ຈັນ ເພັງ​ສະ​ຫວັດ ໄດ້​ກ່າວ​ວ່າ: ສຳ​ມະ​ນາ​ຄັ້ງ​ນີ້ ເປັນການ​ປັບປຸງ​ພາຍ​ໃນ​ໃຫ້​ມີ​ຄວາມໜັກ​ແໜ້ນ​ເຂັ້ມແຂງ ເພື່ອ​ໃຫ້​ທົ່ວພັກ ທົ່ວ​ລັດ ແລະ ສັງຄົມ ໄດ້ເຂົ້າໃຈ​ເຖິງ​ບົດບາດ​ຄວາມ​ສຳຄັນ​ຂອງ​ວາລະສານ​ອະລຸນ​ໃໝ່ ໃນ​ນີ້​ຈະ​ໄດ້​ພ້ອມ​ກັນ​ຮັບ​ຟັງ ແລະ ປະກອບ​ຄຳ​ເຫັນ​ໃສ່​ເນື້ອ​ໃນ 6 ຫົວຂໍ້ ຄື: 30 ປີ ແຫ່ງ​ການ​ເຕີບໃຫຍ່​ຂະຫຍາຍຕົວ​ຂອງ​ວາລະສານ​ອະລຸນ​ໃໝ່ ພັດທະນາ​ວາລະ​ສານ​ອະລຸນ​ໃໝ່​ໃຫ້​ມີ​ຄຸ​ນະພາບ ສືບຕໍ່​ເປັນ​ອົງການ​ທິດ​ສະ​ດີ ແລະ ພຶດຕິ​ກຳ​ຂອງ​ພັກ ການເຄື່ອນ​ໄຫວ​ຂອງ​ສື່​ມວນ​ຊົນ​ພາຍໃຕ້​ການ​ນຳພາ​ຂອງ​ພັກ ແລະ ຄຸ້ມ​ຄອງ​ຂອງ​ລັດ ບາງ​ບົດຮຽນໃນ​ການ​ສ້າງ​ເພື່ອນ​ຮ່ວມ​ງານ​ປະຈຳ ແລະ ຜູ້​ຂຽນ​ປະຈຳ​ຄໍ​ລຳ ບາງ​ບົດຮຽນ​ໃນ​ການ​ກໍ່ສ້າງ​ພະນັກ​ງານບັນນາທິການ ໃຫ້​ມີ​ຄຸ​ນະພາບສາມາດ​ຕອບ​ສະໜອງ​ໜ້າ ທີ່​ການເມືອງ​ຂອງ​ພັກ​ໃນ​ແຕ່​ລະໄລຍະ ບົດຮຽນ​ກ່ຽວ​ກັບ​ການ​ໂຄສະ​ນາ​ເຜີຍແຜ່ ແລະ ເສີມ​ຂະຫຍາຍ​ຜົນສຳເລັດ ​ຂອງ​ການ​ຄົ້ນຄວ້າ​ວິທະຍາສາດ​ໃນ​ວາລະສານ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...