spot_img
Homeຂ່າວພາຍ​ໃນບໍລິສັດສະຕຣາໂທລະຄົມມອບເຄື່ອງຊ່ວຍເຫຼືອປະຊາຊົນກຸ່ມບ້ານຈຸດສຸມຄັງວຽງ

ບໍລິສັດສະຕຣາໂທລະຄົມມອບເຄື່ອງຊ່ວຍເຫຼືອປະຊາຊົນກຸ່ມບ້ານຈຸດສຸມຄັງວຽງ

Published on

wed20feb2

ທ່ານ ບີມົວ ໄຟດາເຢັຍ ຈ້າ ຮອງຜູ້ອຳນວຍການໃຫຍ່ ບໍລິສັດສະຕາຣໂທລະຄົມ ພ້ອມດ້ວຍສະຫາຍພົນຈັດຕະ ວາ ສຸບັນ ຫຸນນະຈຳປາ ຮອງ ຫົວໜ້າກົມໃຫຍ່ການເມືອງ ກອງທັບ ແລະ ພະນັກງານໃນ ບໍລິສັດໄດ້ນຳເອົາເຄື່ອງອຸປະ ໂພກ-ບໍລິໂພກປະເພດຕ່າງໆ ລວມມີ 24 ລາຍການ, ພ້ອມ ດ້ວຍເງິນນຳໃຊ້ຄ່າໂທລະ ສັບຢູ່ນີໂຮມລວມມູນຄ່າ 158.000.000 ກີບ ໄປມອບ ໃຫ້ກຳລັງປ້ອງກັນຊາດ ແລະ ພໍ່ແມ່ປະຊາຊົນຢູ່່ກຸ່ມບ້ານ ຈຸດສຸມຄັງວຽງ ເມືອງໝອກ ແຂວງຊວາງໃນວັນທີ 16 ກຸມ ພາ 2013 ນີ້, ໂດຍການກ່າວ ຮັບຂອງສະຫາຍພັນຕີ ບຸນມີ ບຸນຄຳພາ ຫົວໜ້າກຸ່ມບ້ານ ຈຸດສຸມຄັງວຽງ,ໂດຍການຊ້ອງ ໜ້າທ່ານຮອງເຈົ້າ ເມືອງ ເມືອງໝອກ ແລະ ພະ ນັກງານທັງສອງຝ່າຍທີ່ກ່ຽວ ຂ້ອງເຂົ້າຮ່ວມ.
ໂອກາດນີ້ ສະຫາຍພັນຕີ ບຸນມີ ບຸນຄຳພາ ກໍ່ໄດ້ຕາງ ໜ້າໃຫ້ຄະນະກຸ່ມບ້ານຈຸດສຸມ ຄັງວຽງກໍ່ຄືພະນັກງານນັກຮົບ  ແລະ ພໍ່ແມ່ປະຊາຊົນໃນກຸ່ມ ບ້ານຈຸດສຸມດັ່ງກ່າວສະແດງ ຄວາມຮູ້ບຸນຄຸນ ແລະ ຕີລາ ຄາສູງຕໍ່ຄະນະນຳບໍລິສັດສະ ຕຣາ ໂທລະຄົມທີ່ໄດ້ມີຄວາມ ເປັນຫ່ວງເປັນໃຍແລະ ໄດ້ນຳ ເອົາເຄື່ອງມາປະກອບສ່ວນ ຊ່ວຍເຫຼືອ ເພື່ອແກ້ໄຂຊີວິດ ການເປັນຢູ່ຂອງພໍ່ແມ່ປະຊາ ຊົນບັນດາເຜົ່າຢູ່ເຂດຫ່າງໄກ ສອກຫຼີກໃນຄັ້ງນີ້ພ້ອມທັງໄດ້ ຢືນຢັນຈະນຳເອົາເຄື່ອງຊ່ວຍ ເຫຼືອດັ່ງກ່າວໄປແຈກຢາຍໃຫ້ ພໍ່ແມ່ປະຊາຊົນບັນດາເຜົ່າຜູ້ທີ່ທຸກຍາກຂາດເຂີນໃນບ້ານຕ່າງໆໃຫ້ທົ່ວເຖິງ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...