spot_img
Homeຂ່າວການສຶກສາ ນັກສຶກສາລາວ 17 ຄົນ ໄດ້ທຶນການສຶກສາ ຈາກລັດຖະບານຍີ່ປຸ່ນ

ນັກສຶກສາລາວ 17 ຄົນ ໄດ້ທຶນການສຶກສາ ຈາກລັດຖະບານຍີ່ປຸ່ນ

Published on

japan's schorlaship

ໃນວັນທີ 27 ມີນາ ນີ້, ທີ່ນະຄອນຫຼວງວຽງຈັນ ໄດ້ມີງານລ້ຽງສົ່ງໃຫ້ນັກ ສຶກສາລາວຈໍານວນ 17 ຄົນ ທີ່ຈະເດີນທາງໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ, ພາຍໃຕ້ທຶນ ການສຶກສາຂອງລັດຖະບານຍີ່ປຸ່ນ MEXT (Ministry of Education of japan ) ໂດຍການເຂົ້າຮ່ວມຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນ ຕີຊ່ວຍວ່າ ການກະຊວງສຶກສາທິການ ແລະ ກິລາ, ທ່ານ ຣຽວທະໂຣະ ຊຸຊຸກິ ອຸປະ ທູດຍີ່ປຸ່ນປະຈໍາ ສປປ ລາວ ພ້ອມດ້ວຍນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

ພະນະທ່ານ ຣຽວທະໂຣະ ຊຸຊຸກິ ອຸປະທູດຍີ່ປຸ່ນ ປະຈໍາລາວໄດ້ເນັ້ນກ່ຽວໃຫ້ຮູ້ວ່າ:ໃນໄລຍະ 20 ປີຜ່ານມາ ລັດຖະບານຍີ່ປຸ່ນໄດ້ສົ່ງນັກສຶກສາລາວ ໄປຮຽນຕໍ່ທີ່ປະເທດຍີ່ປຸ່ນ ຫຼາຍກວ່າ 950 ຄົນ ໂດຍຜ່ານຫຼາຍໂຄງການ, ສໍາລັບປີນີ້ ນັກສຶກສາ ທີ່ໄດ້ຮັບທຶນຈໍານວນ 17 ຄົນ, ໃນນັ້ນ 2 ຄົນ ໄປຮຽນລະດັບປະລິນຍາເອກ, 5 ຄົນ ຮຽນລະດັບປະລິນຍາໂທ, 1 ຄົນ

ຮຽນລະດັບປະລິນຍາຕີ, 4 ຄົນ ຮຽນລະດັບວິຊາຊີບຊັ້ນສູງທາງດ້ານເຕັກໂນໂລຊີ ແລະ 5 ຄົນໃນລະດັບວິຊາຊິບຊັ້ນສູງ ທົ່ວໄປ. ທ່ານຍັງໄດ້ເນັ້ນກ່ຽວກັບຄວາມສໍາຄັນໃນໄລຍະແຫ່ງການຮໍ່າຮຽນ ແລະ ພົບປະໂອ້ລົມກັບຄົນຍີ່ປຸ່ນໂດຍກົງກໍ່ຄືການ ໄດ້ໄປສຶກສາຮໍ່າຮຽນໃນຂະແໜງການສະເພາະຂອງຕົນເອງ ແລະ ເຊື່ອໝັ້ນວ່ານັກສຶກສາເລົ່ານີ້ຈະເຮັດໜ້າທີ່ເປັນຂົວຕໍ່ລະ ຫວ່າງປະເທດລາວ-ຍີ່ປຸ່ນ ພ້ອມກັນນີ້ ທ່ານຍັງຍັງໄດ້ອວຍພອນໃຫ້ນັກສຶກສາທຸກຄົນຈົ່ງປະສົບຜົນສໍາເລັດໃນການ ສຶກສາຮໍ່າຮຽນທີ່ປະເທດຍີ່ປຸ່ນ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...