Homeຂ່າວຕ່າງປະເທດກຸ່ມ IS ເຜີຍຄລິບ ຂ້າຕັດຄໍຊາວຊີອະ 8 ຄົນ ຢູ່ຊີເຣຍ!

ກຸ່ມ IS ເຜີຍຄລິບ ຂ້າຕັດຄໍຊາວຊີອະ 8 ຄົນ ຢູ່ຊີເຣຍ!

Published on

608582-01

ກຸ່ມ​ກໍ່​ການ​ຮ້າຍລັດ​ອິດສະ​ລາມ ​ເຜີຍ​ຄລິບ​ວີ​ດີ​ໂອ​ຂ້າ​ຕັດ​ຄໍ​ຊາວ​ອີ​ອະ 8 ຄົນ ​ໃນ​ພື້ນ​ທີ່​ທາງ​ພາກ​ກາງຂອງ​ປະ​ເທດ​ຊີ​ເຣຍ.

ສຳນັກ​ຂ່າວ​ຕ່າງປະ​ເທດ ລາຍ​ງານ​ໃນ​ວັນ​ທີ 30 ມີນາ​ນີ້​ວ່າ ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິດສະ​ລາມ ຫລື IS ​ໄດ້​ເຜີຍ​ແຜ່​ຄລິບ​ວີ​ດີ​ໂອ​ຂ້າ​ຕັດ​ຄໍ​ຊາຍ ຊາວ​ມຸດ​ສະ​ລິ​ມນິກາຍ​ຊີ​ອະ 8 ຄົນ ​ເຊິ່​ງຄລິບ​ດັ່ງກ່າວ​ໄດ້​ຖືກ​​ໂພສຕ໌ລົງ​ທາງ​ສື່​ສັງຄົມ​ອອນ​ລາຍ ​ເມື່ອ​ວັນ​ອາທິດ (29 ມີນາ) ທີ່​ຜ່ານ​ມາ ​​ໂດຍ​ອ້າງ​ວ່າ​ເຫດການ​ດັ່ງກ່າວ ​ເກີດ​ຂຶ້ນ​ທີ່​ແຂວງ​ຮາ​ມາ ທາງ​ຕອນ​ກາງຂອງ​ປະ​ເທດ​ຊີ​ເຣຍ.

​ໃນ​ຄລິບ​ວີ​ດີ​ໂອ​ດັ່ງກ່າວ ປະກົດ​ມີ​ພາບ​ກຸ່ມ​ຊາຍ 8 ຄົນ ຢູ່​ໃນ​ຊຸດ​ສີ​ສົ້ມ ມື​ທັງ​ສອງ​ຂ້າງ​ຖືກ​ມັດ​ຂັດ​ຫລັງ​ໄວ້ ​ຍ່າງ​ເຂົ້າ​ມາ​ໃນ​ທົ່ງ​ຫຍ້າ ​ໂດຍ​ມີ​ກຸ່ມ​ເດັກນ້ອຍ​ໄວ​ໜຸ່ມ​ຍ່າງ​ນຳ​ຂະ​ບວນ ກ່ອນ​ທີ່​ຈະ​ສົ່ງ​ຊາຍ​ທັງ​ໝົດ​ໃຫ້​ກັບ​ກຸ່ມ​ນັກຮົບ IS ​ໃນ​ຈຳນວນ​ນີ້ ມີ​​ເດັກນ້ອຍ​ຊາຍ​ຜູ້​ໜຶ່ງ​​ເຮັດ​ໜ້າ​ທີ່​ເປັນ​ຄົນ​ສົ່ງ​ມີດ​ໃຫ້​ນັກຮົບ​ແຕ່ລະຄົນ ກ່ອນ​ທີ່​ຈະ​ລົງມື​ສັງຫານ​ຕັດ​ຄໍ​ຜູ້​ເຄາະ​ຮ້າຍ​ທັງ​ໝົດ​ຢ່າງ​ໂຫດ​ຫ້ຽມ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...