spot_img
Homeວິທະຍາສາດ-ວິທະຍາການຕະລືງ! ນັກວິໄຈຄິດຄົ້ນວິທີ ເຮັດໃຫ້ມະນຸດ “ເບິ່ງເຫັນໄດ້ໃນຕອນກາງຄືນ”

ຕະລືງ! ນັກວິໄຈຄິດຄົ້ນວິທີ ເຮັດໃຫ້ມະນຸດ “ເບິ່ງເຫັນໄດ້ໃນຕອນກາງຄືນ”

Published on

ตะลึง! นักวิจัยคิดค้นวิธีทำให้มนุษย์ “มองเห็นตอนกลางคืน”

ຕະລືງ! ນັກວິໄຈຄິດຄົ້ນວິທີ ເຮັດໃຫ້ມະນຸດ “ເບິ່ງເຫັນໄດ້ໃນຕອນກາງຄືນ”

ພຽງແຕ່ບໍ່ພໍເທົ້າໃດຢົດຂອງສານດັ່ງກ່າວລົງເທີງດວງຕາ ແລະ ການກະພິບຕາ ກໍ່ເຮັດໃຫ້ຊາຍ Gabriel Licina ສາມາດ “ເບິ່ງເຫັນໄດ້ໃນຕອນກາງຄືນ”

Licina ຄືສະມາຊິກຫຼັກຂອງກຸ່ມ Science for the Masses ທີ່ຫຼ້າສຸດພວກເຂົາໄດ້ຄົ້ນພົບ ວິທີເຮັດໃຫ້ຄົນເຮົາສາມາດເບິ່ງໄດ້ໃນບ່ອນມືດເປັນໄລຍະໄກ້ເຖີງ 50 ແມັດ ຫຼື 164 ຟຸດ

ຊຶ່ງການຄົ້ນພົບດັ່ງກ່າວ ໄດ້ປະໂຫຍດຈາກສານ 50 microliters of Chlorin e6 ທີ່ພົບໃນໂຕປາ ທະເລນໍ້າເລິກ ທີ່ສາມາດລອຍນໍ້າໄດ້ ໃນບ່ອນແສງໜ້ອຍ ຫຼືບໍ່ມີແສງເລີຍ ແລະ miniaturized turkey baster ແລະ ໃນທີ່ສຸດລາວກໍ່ເບິ່ງເຫັນໃນບ່ອນມືດໄດ້ສໍາເລັດ

ລາວເລົ່າວ່າ ໄດ້ເຫັນເປັນແສງແຟລຊສີຂຽວດໍາ ໃນຊ່ວງເວລາປັບໂຕປະມານ 1 ຊົ່ວໂມງໃນການລອງໃຊ້ຕົວຈິງ ແລະ ໃນລະຫວ່າງການທົດລອງໃຊ້ນັ້ນຜູ້ທົດລອງໃຫ້ Licina ບອກເຖີງວັດຖຸທາມກາງຊ່ວງແສງໜ້ອຍ ໂດຍໃຫ້ຄົນຢືນຢູ່ບ່ອນໃກ້ກັບຕົ້ນໄມ້ ໃນໄລຍະແຕ່ 10 ແມັດ ຕົນເຖີງ 50 ແມັດ

ສິ່ງທີ່ພົບຄືລາວສາມາດຕອບຖືກ 100 % ໃນຂະນະຕອນ ທີ່ຍັງບໍ່ໃດ້ໃສ່ສານລົງໄປນັ້ນລາວຕອບ ຖືກພຽງ 33 % ເທົ້ານັ້ນ

ຊຶ່ງເມື່ອເຮັດການພິສູດເປັນຜົນສໍາເລັດແລ້ວ ພວກເຂົາຈຶ່ງ ທໍາການເປີດຕໍາການຄົ້ນພົບໃນຄັ້ງນີ້ ຊຶ່ງລາວພະຍາຍາມຈະເຮັດໃນສະເກດທີ່ໃຫຍ່ຂຶ້ນຕໍ່ໄປ

ແຕ່ຢ່າງໃດກໍ່ຕາມ ກໍ່ເຕືອນຜູ້ປົກຄອງໃຫ້ລະວັງ ຫາກມີການວາງຂາຍໃນຕະຫຼາດ ໃນອະນາຄົດ ກໍ່ຢ່າໃຫ້ເດັກນ້ອຍ ລອງເຮັດເອງເປັນອັນເດັດຂາດ

ແລະ ນີ້ຄືພາບລະຫວ່າງການທົດລອງຕົວຈິງ

ທີມງານຢອດ Chlorin e6 ລົງໃນດວງຕາຂອງ Licina

11

Licina ບອກວ່າຕອນທໍາອິດເຫັນເປັນແຟລຊສີຂຽວດໍາໄປທັງຈໍ ຕໍ່ມາມັນເລີ່ມຊືມເຂົາໄປກັບດວງຕາ

239

ເມື່ອສານຕົວນີ້ເລີ່ມທໍາປະຕິກິລິຍາ ດວງຕາຂອງລາວກໍ່ເລີ່ມປ່ຽນໄປ

335v

ຫຼັງຈາກນັ້ນ ລາວເລີ່ມເບິ່ງເຫັນຄົນທີ່ຢູ້ໄກ້ກວ່າ 100 ຟຸດ ອອກໄປໃນບ່ອນມືດ

424

ເຖີງແມ່ນວ່າສານນີ້ຈະໝົດລິດໄປໃນຕອນເຊົ້າຂອງມື້ຕໍ່ມາແຕ່ ຄົງບໍ່ມີທາງລືມປະສົບການປະມານວ່າເປັນຍອດມະນຸດຂອງລາວ ນັ້ນຢ່າງແນ່ນອນ!!!

520

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...