spot_img
Home​ຂ່າວບັນເທິງແອງເຈລີນາ ໂຈລີຜ່າຕັດຮວຍໄຂ່ແລະທໍ່ນໍາໄຂ່ຖິ້ມປ້ອງກັນມະເຮັງ

ແອງເຈລີນາ ໂຈລີຜ່າຕັດຮວຍໄຂ່ແລະທໍ່ນໍາໄຂ່ຖິ້ມປ້ອງກັນມະເຮັງ

Published on

967714

ແອງເຈ​ລີ​ນາ ໂຈ​ລີ ບອກວ່າ​ນາງ​ເຂົ້າ​ຮັບ​ການ​ຜ່າ​ຕັດ​ເມື່ອ​ອາທິດ​ທີ່​ຜ່ານມາເພາະ​ເຊື້ອ​ທີ່​ເຮັດໃຫ້​ສ່ຽງ​ທີ່ຈະ​ເປັນ​ມະ​ເຮັງ​ຮວຍໄຂ່​ເຖິງ 50% ຫລັງ​ຈາກ​ເມື່ອ2ປີ​ກ່ອນ ແອງເຈລິນາໂຈ​ລີ ​ໄດ້​ຜ່າ​ຕັດ​ເຕົ້າ​ນົມ​ອອກ​ໄປ​ແລ້ວ​ທັງ​ສອງ​ຂ້າງ

ແອງເຈລິນາ ໂຈ​ລີ ​ຍອມ​ຮັບ​ວ່າ​ການ​ຕັດ​ສິນ​ໃຈ​ຜ່າ​ຕັດ​ບໍ່ແມ່ນ​ເລື່ອງ​ງ່າຍແຕ່​ນາງ​ກໍ່​ຕັດ​ສິນ​ໃຈ​ຜ່າ​ຕັດ​ເອົາ​ຮວຍໄຂ່​ແລະ​ທໍ່​ນໍາ​ໄຂ່​ອອກຫລັງ​ເຂົ້າ​ຮັບ​ການ​ກວດ​ຮ່າງກາຍ​ເມື່ອ 2 ອາທິດ​ກ່ອນ

ແອງ​ເຈ​ລີ​ນາ ໂຈ​ລີແລະແບຣດ ພິດ: ບັນ​ທຶກ​ເລື່ອງ​ລາວ​ການ​ຜ່າ​ຕັດແອງເຈລິນາ ໂຈ​ລີ ບອກວ່າຜົນ​ກວດ​ເລືອດ​ເຫັນ​ສັນ​ຍານ​ບົ່ງ​ບອກຂອງ​ການ​ເປັນ​ມະ​ເຮັງແລະ​ນາງ​ໄດ້ຮັບ​ຄຳ​ແນະ​ນຳ​ຈາກແພດ​ໃຫ້ເຂົ້າ​ຮັບ​ການຜ່າ​ຕັດ​ໂດຍ​ດ່ວນ

ແອງເຈລິນາ ໂຈ​ລີ ​ບອກວ່າ​ການ​ຜ່າ​ຕັດ​ເທື່ອ​ນີ້​ບໍ່​ຊັບ​ຊ້ອນ​ເທົ່າ​ການ​ຜ່າ​ຕັດ​ເຕົ້າ​ນົມ​ແຕ່​ຜົນ​ກະທົບ​ຂອງ​ການ​ຜ່າ​ຕັດ​ເທື່ອ​ນີ້​ຮຸນແຮງ​ກວ່າ​ຫລາຍເນື່ອງ​ຈາກ​​ຜູ້ຍິງ​ໄດ້​ຜ່າ​ຕັດ​ຮວຍໄຂ່​ ແລະ​ທໍ່​ນຳ​ໄຂ່​ອອກ​ແລ້ວຈະ​ເຂົ້າ​ສູ່​ໄວ​ໝົດ​ປະຈຳ​ເດືອນ​ທັນ​ທີແລະບໍ່​ສາມາດ​ຖືພາ​ໄດ້​ອີກ​ແລ້ວແອງເຈລິນາ ໂຈ​ລີ​ ເອງ​ຍັງ​ຍອມ​ຮັບ​ວ່າຄວາມ​ສ່ຽງ​ທີ່​ນາງ​ຈະ​ເປັນ​ມະ​ເຮັງ​ຍັງມີ​ຢູ່ ແລະຈະ​ພະຍາຍາມ​ຫາ​ວິທີທາງ​ທຳມະຊາດ​ໃນ​ການ​ບຳ​ບັດແລະ​ປິ່ນປົວ​​​ໂຕ​ເອງແຕ່​ຢ່າງ​ໃດ​ຕອນ​ນີ້​ລູກໆຂອງ​ນາງ​ກໍ່​ບໍ່​ຕ້ອງ​ເສຍ​ແມ່​ຂອງ​ພວກເຂົາ​ໄປ​ຍ້ອມ​ພະຍາດ​ມະ​ເຮັງ​ຮວຍໄຂ່

 

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...