Homeຂ່າວພາຍ​ໃນ"ຫົງ" ໝົດສິດໃຊ້ງານ ສະເກີຣ໌ເທລ! ຫຼັງ ເອຟເອ ສັ່ງລົງໂທດແບນ 3​ນັດ

“ຫົງ” ໝົດສິດໃຊ້ງານ ສະເກີຣ໌ເທລ! ຫຼັງ ເອຟເອ ສັ່ງລົງໂທດແບນ 3​ນັດ

Published on

ສະເກີທທ
“ຫົງ” ໝົດສິດໃຊ້ງານ ສະເກີຣ໌ເທລ! ຫຼັງເອຟເອ ສັ່ງລົງໂທດແບນ 3​ນັດ

ລີເວີຣ໌ພູລ ຈະໝົດສິດທີ່ຈະໃຊ້ງານ ມາຣ໌ຕິນ ສະເກີຣ໌ເທລ ລົງຄຸມແນວຮັບກອງຫຼັງເຖີງ 3​ເກັມ ຫຼັງຈາກທີ່ກອງຫຼັງຄົນສໍາຄັນຖືກ ເອຟເອ ລົງໂທດແບນ ຫ້າມລົງແຂ່ງໃນສະໜາມ ຈາກຈັງຫວະທີ່ຢຽບຂາ ດາບິດ ເດເຄອາ ມືໂກລ໌ ແມນ.ຢູໄນເຕັດ ໃນເກັມ “ແດງເດືອດ” ເມື່ອວັນອາທິດ ສົ່ງຜົນໃຫ້ນັກເຕະຊາວສະໂລວາເກຍ ຈະບໍ່ໄດ້ລົງຫຼິ້ນໃນເກັມລີກທີ່ທີມຕົ້ນສັງກັດຂອງລາວຈະພົບກັບ ອາຣ໌ເຊນ່ອລ ແລະ ນິວຄາສເຊິ່ລ ລວມທັງ ເອຟເອຄັພ ນັດຣີເພລຍ໌ ກັບ ແບລ໊ກເບີຣ໌ນ ອີກດ້ວຍ

ສະມາຄົມບານຕະ ອັງກິດ (ເອຟເອ) ສັ່ງລົງໂທດແບນ ມາຣ໌ຕິນ ສະເກີຣ໌ເທລ ກອງຫຼັງຂອງທີມ ລີເວີຣ໌ພູລ ຍັກໃຫຍ່ແຫ່ງເວທີພຣີເມຍລີກ ອັງກິດ ຈໍານວນ 3​ນັດ ຈາກກໍລະນີ ຢຽບ ດາບິດ ເດເຄອາ ມືໂກລ໌ ແມນເຊັສເຕີ ຢູໄນເຕັດ ໃນເກັມລີກທີ່ “ຫົງແດງ” ເປີດບ້ານເສຍໄຊໃຫ້ກັບ “ຜີສາດແດງ” 1-2 ເມື່ອວັນທີ 22​ມີນາ 2015 ທີ່ຜ່ານມາ

ກ່ອນໜ້ານີ້ ກອງຫຼັງທີມຊາດ ສະໂລວາເກຍ ຫາກໍ່ອອກມາປະຕິເສດຂໍ້ກ້າວຫາຫຼິ້ນຮຸນແຮງເກີນກວ່າເຫດຈາກ ເອຟເອ ໂດຍຢືນຢັນວ່າຈັງຫວະດັ່ງກ່າວເປັນພຽງອຸປະຕິເຫດ ແລະ ບໍ່ໄດ້ເຈຕະນາທີ່ຈະຢຽບໃສ່ທາງ ເດເຄອາ ແຕ່ຢ່າງໃດ, ເຖີງຢ່າງໃດກໍ່ຕາມ ເອຟເອ ໄດ້ຕັດສິນແບນ ສະເກີຣ໌ເທລ 3 ນັດຊຶ່ງສົ່ງຜົນໃຫ້ລາວຈະພາດໂອກາດລົງສະໜາມໃນເກັມລີກທີ່ “ຫົງແດງ” ຈະພົບກັບ ອາຣ໌ເຊນ່ອລ ແລະ ນິວຄາສເຊິ່ລ ຢູໄນເຕັດ ລວມທັງເກັມ ເອຟອ ຄັພ ຮອບກ່ອນຮອງຊະນະເລີດນັດ ຣີເພລຍ໌ ກັບ ແບລ໊ກເບີຣ໌ນ ໂຣເວີຣ໌ລ ອີກດ້ວຍ

ປັດຈຸບັນ “ລີເວີຣ໌ພູລ” ຢູ່ໃນອັນດັບ 5 ຂອງຕາລາງຄະແນນ ໂດຍມີ 54 ຄະແນນຕາມຫຼັງ ແມນ.ຢູໄນເຕັດ ອັບດັບ 4​ ຢູ່​5 ຄະແນນ ຫຼັງຈາກລົງສະໜາມໄປແລ້ວ 30​ ນັດ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...