spot_img
Homeຂ່າວພາຍ​ໃນຍິງໜຸ່ມລາວມີວຽກເຮັດ ຫຼາຍກວ່າຊາຍໜຸ່ມລາວ

ຍິງໜຸ່ມລາວມີວຽກເຮັດ ຫຼາຍກວ່າຊາຍໜຸ່ມລາວ

Published on

Working rate

ໜັງສືພິມລາວພັດທະນາ: ຕາມບົດລາຍງານການວິໄຈສະພາບໄວໜຸ່ມ ແລະ ເຍົາວະຊົນໃຫ້ຮູ້ວ່າ: ຢູ່ ສປປ ລາວຍັງມີໄວ ໜຸ່ມຈຳນວນຫຼາຍມີສຸຂະພາບແຂງແຮງ, ມີໂອກາດເຂົ້າ ໂຮງຮຽນ, ມີເວລາສຳລັບກິດຈະກຳເວລາຫວ່າງ ແລະ ປະກອບສ່ວນຫຼາຍດ້ານ ໃນຄອບຄົວ ແລະ ທ້ອງຖິ່ນຕົນ. ແຕ່ກໍມີໄວໜຸ່ມຈໍວນວນໜຶ່ງທີ່ມີສຸຂະ ພາບບໍ່ ແຂງແຮງ, ບໍ່ສາມາດເຂົ້າເຖິງການສຶກສາ, ປະເຊີນກັບສະພາບແວດລ້ອມໃນການ ເຮັດວຽກທີ່ເປັນອັນຕະລາຍ, ສະພາບການທີ່ບໍ່ສາມາດສະແດງສິດແລະ ພັດທະ ນາຕົນເອງໄດ້. ມີໄວໜຸ່ມ 60% ຂອງພົນລະເມືອງລາວທັງໝົດ 6 ລ້ານຄົນທີ່ມີ ອາຍຸຕໍ່າກ່ວາ 25 ປີ,  ພວກເຂົາໄດ້ສ້າງເງື່ອນໄຂທີ່ດີ ໃຫ້ແກ່ປະເທດຊາດໃນການໄດ້ຮັບຜົນປະໂຫຍດທາງດ້ານປະຊາກອນ, ການເພີ່ມການລົງທຶນໃຫ້ແກ່ ການພັດທະນາຊັບພະຍາກອນມະນຸດໂດຍສະເພາະໃນຂົງເຂດວຽກງານການສຶກສາ, ສາທາ ລະນະສຸກ, ການສ້າງວຽກເຮັດງານທຳ, ການປົກປ້ອງ, ໃນນັ້ນ 50% ແມ່ນເພດຍິງ, 70% ຂອງພົນລະເມືອງທີ່ ມີອາຍຸ

ໜຸ່ມແມ່ນອາໄສຢູ່ເຂດຊົນນະ ບົດ ເຊິ່ງຈຳນວນຊາວໜຸ່ມຫຼາຍທີ່ສຸດແມ່ນອາໄສຢູ່ ແຂວງສະຫວັນນະເຂດ, ຈຳປາສັກ ແລະ ນະຄອນຫຼວງວຽງຈັນ, ໃນ 52,5% ແມ່ນຊົນເຜົ່າລາວລຸ່ມ. ເພດຍິງ ໃນເກນອາຍຸ 15-19 ປີ ມີ 59%, ຊາຍ 19% ແລະ 20-24 ປີ ຍິງ 36%, ຊາຍ6%  ທີ່ແຕ່ງງານແລ້ວ. ການແຕ່ງງານແຕ່ອາຍຸຍັງນອ້ຍຂອງ ສປປ ລາວຈຶ່ງເປັນເລື່ອງປົກກະຕິ, ອາຍຸສະເລ່ຍຂອງ ການແຕ່ງງານຄັ້ງທຳອິດຂອງແມ່ຍິງແມ່ນ 25-49 ປີ ອັດຕາສ່ວນຂອງໄວໜຸ່ມທີ່ແຕ່ງງານມີຄວາມ ກ້ຽວພັນຢ່າງໃກ້ສິດກັບລະດັບການສຶກສາ ແລະ ຖານະທາງເສດຖະກິດຂອງເຂົາ, ອັດຕາສ່ວນແຕ່ງງານແຕ່ຍັງ ນ້ອຍໃນ ຕົວເມືອງແມ່ນຍັງມີໜ້ອຍກວ່າຊົນນະບົດ. ປະເທດລາວຍັງເປັນປະເທດໜຶ່ງທີ່ມີອັດຕາການເກີດລູກຂອງ ໄວໜຸ່ມສູງທີ່ສຸດ ໃນພາກພື້ນ, ມີເດັກເກີດ 94 ຄົນຕໍ່ໄວໜຸ່ມຈຳນວນ 1 ພັນຄົນ ຢູ່ໃນເກນອາຍຸ 15-19 ປີ,ເຊິ່ງມີຄວາມແຕກຕ່າງກັນ ຫຼາຍລະຫ່ວາງເຂດຊົນນະບົດ ແລະ ຕົວເມືອງ, ທາງດ້ານການສຶກສາອັດຕາການເຂົ້າໂຮງຮຽນຊັ້ນປະຖົມຂອງເດັກນ້ອຍແມ່ນ 95,2%, ອັດຕາການຮູ້ໜັງສືຂອງຊາວໜຸ່ມອາຍຸ 15-19 ປີ ແມ່ນສູງກວ່າ ອາຍຸ 20-24 ປີ, ໃນນັ້ນການຮູ້ໜັງສື ຂອງເພດຍິງແມ່ນຍັງຕໍ່າກ່ວາເພດຊາຍໃນກຸ່ມອາຍຸ  15-24 ປີ. ການມີສ່ວນຮ່ວມໃນກຳລງັແຮງງານ ຂອງຄົນໜຸ່ມໃນກຸ່ມອາຍຸ 15-19 ປີ ມີ 48%ແລະ ອາຍຸ 20-24 ປີ ແມ່ນ 83,7%.

ປັດຈຸບັນນີ້ອັດຕາການມີວຽກເຮັດງານທຳຂອງເພດຍິງໃນເກນອາຍຸ 15-24 ປີ ແມ່ນສູງກ່ວາເພດຊາຍ, ອັດຕາການຫວ່າງງານໃນເກນອາຍຸ 15-24 ປີ ແມ່ນຈະສູງກ່ວາຜູ້ມີອາຍຸສູງກວ່ານີ້ ແລະ ຂ້ອນຂ້າງສູງຢູ່ໃນຕົວເມືອງ, ອັດຕາການຫວ່າງງານຂອງໄວໜຸ່ມ ອນຍຸ 15-24 ປີ ສຳລັບເພດຍິງ ມີ 2,5% ແລະ ເພດຊາຍ 3,5 %.

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...