spot_img
Homeນານາສາລະເປີດເຜີຍໂສມ “ແມວ” ອາຍຸຍືນທີ່ສຸດໃນໂລກ ມີອາຍຸເຖີງ 121ປີຖ້າທຽບກັບຄົນ

ເປີດເຜີຍໂສມ “ແມວ” ອາຍຸຍືນທີ່ສຸດໃນໂລກ ມີອາຍຸເຖີງ 121ປີຖ້າທຽບກັບຄົນ

Published on

ແມວ1

ເປີດເຜີຍໂສມ “ແມວ” ອາຍຸຍືນທີ່ສຸດໃນໂລກ ມີອາຍຸເຖີງ 121ປີຖ້າທຽບກັບຄົນ

 

ເຈົ້າແມວໝຽວໂຕນີ້ຊື່ວ່າ “ທິຟຟານີ່ ທູ” ມັນມີອາຍຸແລ້ວກວ່າ 26 ປີ ຊຶ່ງເມື່ອນໍາມາປຽບທຽບກັບອາຍຸຂອງມະນຸດຈະເທົ້າກັບ 121​ປີ (ແມວ 1ປີ ເທົ້າກັບຄົນປະມານ 4.66ປີ ຫຼື 4ປີປາຍ) ຊຶ່ງຖືໄດ້ວ່າມັນຄືແມວທີ່ມີອາຍຸຍືນທີ່ສຸດໃນໂລກ ໃນປັດຈຸບັນນີ້

ທິຟຟານີ່ ເກີດເມື່ອວັນທີ 31 ມີນາ 1988 ເຖີງແມ່ນວ່າມັນຈະມີອາຍຸຍືນກວ່າ 26ປີແລ້ວແຕ່ກໍ່ຍັງສາມາດຍ່າງຂຶ້ນລົງຂັ້ນໄດພາຍໃນເຮືອນໄດ້ຢ່າງຄ່ອງແຄ້ວ ຄືກັບແມວໜຸ່ມທົ່ວໄປ ເຖີງແມ່ນວ່າສະພາບຮ່າງກາຍຂອງມັນຈະແກ່ເຖົ້າແລ້ວກໍ່ຕາມ

ແມວ2

“ທິຟຟານີ່ ທູ” ໄດ້ຮັບການບັນທຶກສະຖິຕິໃໝ່ຈາກ ກິນເນສສ໌ ເວີລດ໌ ເຣດຄອຣ໌ດ ວ່າເປັນແມວທີ່ມີອາຍຸຍືນຍາວທີ່ສຸດໃນໂລກ ແທນທີ່ສະຖິຕິເກົ່າທີ່ ແມວ ທີ່ມີຊື່ວາ “ປ໊ອປປີ” ເຄີຍສ້າງສະຖິຕິເອົາໄວ້ຢູ່ທີ່ 24ປີ ຊຶ່ງເກີດໃນປີ1990 ແລະ ແຖມຍັງຈະມີໂອກາດທໍາລາຍສະຖິຕິສູງສຸດທີ່ເຄີຍມີ ແມວ ທີ່ມີອາຍຸຍືນມາກ່ອນເຄີຍສ້າງເອົາໄວ້ເຊິ່ງສູງເຖີງ 38ປີ.

ບົດຄວາມຫຼ້າສຸດ

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...