Homeຂ່າວພາຍ​ໃນສະເກີຣ໌ເທລ ປະຕິເສດຂໍ້ກ້າວຫາແລ້ວ! ລໍຖ້າຟັງຄໍາຕັດສິນຈາກ ເອຟເອ

ສະເກີຣ໌ເທລ ປະຕິເສດຂໍ້ກ້າວຫາແລ້ວ! ລໍຖ້າຟັງຄໍາຕັດສິນຈາກ ເອຟເອ

Published on

sakertel

ສະເກີຣ໌ເທລ ປະຕິເສດຂໍ້ກ້າວຫາແລ້ວ! ລໍຖ້າຟັງຄໍາຕັດສິນຈາກ ເອຟເອ

 

ສະກາຍສະປອຣ໌ຕສ໌ ສື່ຂອງເມືອງຜູ້ດີ ລະບຸ ມາຣ໌ຕິນ ສະເກີຣ໌ເທລ ປະຕິເສດຂໍ້ກ້າວຫາຫຼິ້ນຮຸນແຮງເກີນກວ່າເຫດຈາກທາງ ເອຟເອແລ້ວ ຫຼັງຈາກທີ່ລາວຖືກຕັ້ງຂໍ້ຫາໄປຢຽບ ດາບິດ ເດເຄອາ ຜູ້ຮັກສາປະຕູ ຂອງທີມ ແມນເຊັສເຕີ ຢູໄນເຕັດ ໂດຍແຈ້ງວ່າເປັນອຸປະຕິເຫດເທົ້ານັ້ນ ຊຶ່ງຄາດວ່າຄໍາຕັດສິນສິນຈາກສະມາຄົມລູກໜັງເມືອງຜູ້ດີຈະມີຂຶ້ນໃນມື້ນີ້

ມາຣ໌ຕິນ ສະເກີຣ໌ເທລ ກອງຫຼັງລີເວີຣ໌ພູລ ຍອດສະໂມສອນແຫ່ງເວທີ ພຣີເມຍລີກ ອັງກິດ ປະຕິເສດຂໍ້ກ່າວຫາຂອງ ເອຟເອ ທີ່ລະບຸວ່າລາວຫຼິ້ນຮຸນແຮງເກີນກວ່າເຫດແລ້ວ ຕາມການລາຍງານຂອງສະກາຍສະປອຣ໌ຕ ສື່ກິລາຊື່ດັງຂອງປະເທດອັງກິດ

ສະເກີຣ໌ເທລ ຖືກຕັ້ງຂໍ້ຫາຈາກເຫດການໃນເກັມລີກນັດ ແດງເດືອດ ໃນວັນທີ 22 ມີນາ 2015 ທີ່ຜ່ານມາ ຈາກຫດການທີ່ລາວໄປຢຽບໃສ່ທາງ ເດເຄອາ ມືໂກລ໌ຂອງ ຜີສາດແດງ ແມນ.ຢູໄນເຕັດ

ແຕ່ຢ່າງໃດກໍ່ຕາມ ມາຣ໌ຕິນສະເກີຣ໌ເທລໄດ້ອອກມາຢືນຢັນວ່າລາວບໍ່ໄດ້ຕັ້ງໃຈຢຽບໃສ ເດເຄອາ ເລີຍ ໂດຍຊີ້ແຈງວ່າມັນເປັນພຽງອຸປະຕິເຫດ ເປັນເຫດການທີ່ບໍ່ໄດ້ຕັ້ງໃຈ ເທົ້ານັ້ນ.

ຄາດກັນວ່າ ເອຟເອ ຈະມີຄໍາຕັດສິນເຖີງປະເດນນີ້ໃນວັນພຸດ ທີ25 ມີນາ 2015 ນີ້ໂດຍຫາກມີການຕັດສິນວ່າ ສະເກີຣ໌ເທລ ຜິດແທ້ ລາວກໍ່ຈະຖືກແບນໝົດສິດທີ່ລະຈົງຫຼິ້ນໃນສະໜາມເຖີງ 3 ນັດທັນທີ.

ບົດຄວາມຫຼ້າສຸດ

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ...

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...