Homeຂ່າວພາຍ​ໃນ“ຫົງ” ສະເງິ! ສະເກີຣ໌ເທລ ຖືກຕັ້ງຂໍ້ຫາກໍລະນີຢຽບ ເດເຄອາ

“ຫົງ” ສະເງິ! ສະເກີຣ໌ເທລ ຖືກຕັ້ງຂໍ້ຫາກໍລະນີຢຽບ ເດເຄອາ

Published on

ສະເກີ

“ຫົງ” ສະເງິ! ສະເກີຣ໌ເທລ ຖືກຕັ້ງຂໍ້ຫາກໍລະນີຢຽບ ເດເຄອາ

ມາຣ໌ຕິນ ສະເກີຣ໌ເທລ ກອງຫຼັງລີເວີຣ໌ພູລຖືກ ເອຟເອ ຕັ້ງຂໍ້ຫາ ຫຼິ້ນຮຸນແຮງເກີນກວ່າເຫດ ກໍລະນີ ຢຽບ ດາບີ ເດເຄອາ ມືໂກລ໌ ແມນເຊັສເຕີ ຢູໄນເຕັດ ລະຫວ່າງເກັມ ແດງເດືອດ ທີ່ທີມຕົ້ນສັງກັດຂອງລາວເສຍໄປ1-2 ເມື່ອວັນອາທິດ ທີ22 ຜ່ານມາ ໂດຍນັກເຕະໄວ 30ປີ ຄົນນີ້ຍັງຍືນອຸທອນໄດ້ ແຕ່ຫາກຖືກຕັດສິນວ່າຜິດແທ້ ລາວກໍ່ອາດຈະຖືກແບນ ຫາມລົງສະໜາມເຖີງສາມນັດເລີຍ

ສາມາະຄົມບານຕະອັງກິດ (ເອຟເອ) ປະກາດຕັ້ງຂໍ້ຫາຫຼິ້ນຮຸນແຮງກີນກວ່າເຫດກັບ ມາຣ໌ຕິນສະເກີຣ໌ເທລ ກອງຫຼັງຂອງລີເວີຣ໌ພູລ ສະໂມສອນດັງແຫ່ງເວທີ ພີຣເມຍລີກອັງກິດ ເມື່ອວັນທີ່23​ ມີນາ ທີ່ຜ່ານມາ

ຂໍ້ຫາໃນຄັ້ງນີ້ເກີດຂຶ້ນຈາກການຫຼິ້ນຂອງ ສະເກີຣ໌ເທລ ໃນເກມລີກທີ່ຕົ້ນສັງກັດຂອງລາວແພ້ ແມນເຊັສເຕີ ຢູໄນເຕັດ 1-2 ຄາບ້ານແອນຟິລດ໌ ເມື່ອວັນທີ 22 ມີນາ 2015​ທີ່ຜ່ານມາ ໂດຍໃນຊ່ວງທ້າຍຂອງນັດດັ່ງກ່າວນັ້ນ ນັກເຕະໄວ 30ປີຄົນນີ້ ຫຼຸດເຂົ້າໄປໃນກອບເຂດໂທດ ເພື່ອຫວັງຈະຍິງປະຕູແຕ່ ດາບິ ເດເຄອາ ຜູ້ຮັກສາປະຕູ ແມນເຊັສເຕີ ຢູໄນເຕັດ ອອກມາຄວ້າໄວ້ໄດ້ກ່ອນແລ້ວ ຫຼັງຈາກນັ້ນດາວເຕະທີມຊາດສະໂລວາກີ ກໍ່ເບິ່ງຄືວ່າຈະໄປຢຽບ ເດເຄອາ ຈົນເຮັດໃຫ້ ເດເຄອາເກີດອາລົມໂມໂຫສຸດໆ

ທັ່ງນີ້ ມາຣ໌ຕິນ ແອ໊ຕກິນສັນ ກໍາມະການໃນນັດດັ່ງກ່າວລະບຸວ່າ ລາວບໍ່ເຫັນເຫດການທີ່ເກີດຂຶ້ນ ເຮັດໃຫ້ເອຟເອສາມາດດໍາເນີນການ ຢ້ອນຫຼັງໄດ້ທັນທີ ໂດຍ ສະເກີຣ໌ເທລ ມີເວລາຈົນເຖີງ 18:00 ນາທີ ຂອງວັນອັງຄານ ທີ່24 ມີນາ ຕາມເວລາທ້ອງຖິ່ນ (01:00 ນາທີ ຂອງວັນພຸດ ທີ 25​ ມີນາ ຕາມເວລາໃນປະເທດລາວ) ເພື່ອທີ່ຈະຕັດສິນໃຈວ່າຈະອຸທອນກັບຂໍ້ຫານີ້ ຫຼື ບໍ່

ຫາກຖືກຕັດສິນວ່າມີຄວາມຜິດແທ້ນັ້ນ ສະເກີຣ໌ເທລ ກໍ່ມີສິດທີ່ຈະຖືກແບນຫ້າມລົງສະໜາມເຖີງ 3​ນັດ ຊຶ່ງເປັນບົດລົງໂທດດຽວກັນກັບທີ່ ດີເອໂກ້ ຄອສຕ້າ ຕົວເກັ່ງຂອງ ເຊລຊີ ເຄີຍຖືກມາແລ້ວ ຕອນທີ່ລາວຖືກຕັດສິນວ່າໄປຢຽບ ເອ໊ມເຣ່ຊານ ດາວເຕະ ສາລະພັດປະໂຫຍດຂອງ “ຫົງແດງ” ລະຫວ່າງເກັມ ແຄປປີຕອລວັນຄັບ ຮອບຮອງຊະນະເລີດ ນັດທີ່ສອງເມື່ອຊ່ວງເດືອນ ມັງກອນທີ່ຜ່ານມາ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...