Homeຂ່າວຕ່າງປະເທດສະຫລົດ! ສະຫລາມກັດນັກທ່ອງທ່ຽວເຢຍລະມັນ ຂາດເຄິ່ງໂຕຢູ່ປະເທດອີຢິບ!

ສະຫລົດ! ສະຫລາມກັດນັກທ່ອງທ່ຽວເຢຍລະມັນ ຂາດເຄິ່ງໂຕຢູ່ປະເທດອີຢິບ!

Published on

558000003465401

ເກີດເຫດນັກທ່ອງທ່ຽວຊາວເຢຍລະມັນ ອາຍຸ 52 ປີ ຖືກສະຫລາມກັດຈົນເສຍຊີວິດ ໃນມື້ວັນອາທິດ (22​ ມີນາ) ທີ່ຜ່ານມາ ຢູ່ເມືອງຕາກອາກາດ ອັນ-ກູຊາອີ ປະເທດອີຢິບ ເຊິ່ງຕັ້ງຢູ່ແຄມຝັ່ງທະເລແດງ.

ຕາມລາຍງານຂ່າວຂອງຕ່າງປະເທດລະບຸວ່າ ຮ່າງຂອງນັກທ່ອງທ່ຽວຜູ້ເຄາະຮ້າຍລາຍນີ້ ເຊິ່ງບໍ່ມີການເປີດເຜີຍຊື່ ແລະ ເພດ ໄດ້ຖືກນຳຂຶ້ນຈາກນ້ຳ ໃນສະພາບທີ່ເຫລືອພຽງເຄິ່ງໂຕ ເພາະສ່ວນຂາໄດ້ຂາດຫາຍໄປ ໂດຍເຫດສະຫລາມທຳຮ້າຍນັກທ່ອງທ່ຽວຈົນເສຍຊີວິດຄັ້ງນີ້ ຖືເປັນຄັ້ງທຳອິດໃນຮອບ 5 ປີ.

ທັງນີ້ ທະເລແດງຖືເປັນບ້ານຂອງສະຫລາມຫລາຍຊະນິດ ແຕ່ສະຫລາມສາຍພັນທີ່ເຊື່ອວ່າຢູ່ເບື້ອງຫັງ ຂອງການກໍ່ເຫດກັດນັກທ່ອງທ່ຽວລາຍນີ້ນັ້ນ ແມ່ນໜ້າຈະເປັນສະຫລາມຄີຂາວໂອເຊຍນິກ.
558000003465402

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...