Homeຂ່າວຕ່າງປະເທດກຸ່ມ IS ອ້າງ​ຢູ່​ເບື້ອງ​ຫລັງ ການ​ໂຈມ​ຕີ​ພິ​ທິ​ທະ​ພັນ​ຕູ​ນີ​ເຊຍ ພ້ອມ​ເຕືອນ​ນີ້​ພຽງ​ເລີ່ມ​ຕົ້ນ!

ກຸ່ມ IS ອ້າງ​ຢູ່​ເບື້ອງ​ຫລັງ ການ​ໂຈມ​ຕີ​ພິ​ທິ​ທະ​ພັນ​ຕູ​ນີ​ເຊຍ ພ້ອມ​ເຕືອນ​ນີ້​ພຽງ​ເລີ່ມ​ຕົ້ນ!

Published on

606422-01

ກຸ່ມ​ລັດ​ອິດ​ສະ​ລາມ ຫລື IS ອອກ​ມາ​ອ້າງ​ຄວາມ​ຮັບ​ຜິດ​ຊອບ​ແລ້ວ ຫລັງ​ກໍ່​ເຫດ​ບຸກ​ໂຈມ​ຕີ​ພິ​ພິ​ທະ​ພັນ​ຕູ​ນິ​ເຊຍ ພ້ອມ​ລະ​ບຸ​ນີ້​ພຽງ​ເລີ່ມ​ຕົ້ນ​ເທົ່າ​ນັ້ນ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 20 ມີ​ນານີ້​ວ່າ ກຸ່ມ​ກໍ່​ການ​ຮ້າຍລັດ​ອິດ​ສະ​ລາມ ຫລື IS ອອກ​ມາ​ອ້າງ​ເປັນ​ຜູ້​ຢູ່​ເບື້ອງ​ຫລັງ​ການ​ໂຈມ​ຕີ ແລະ ຈັບ​ຕົວ​ປະ​ກັນ​ ຢູ່​ພິ​ພິ​ທະ​ພັນ​ແຫ່ງ​ຊາດ ບ​າ​ໂດ ໃນ​ປະ​ເທດ​ຕູ​ນີ​ເຊຍ​ແລ້ວ ໃນ​ມື້​ວັນ​ພຸດ​ທີ 18 ມີ​ນາ​ຜ່ານ​ມາ ເຊິ່ງ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ເຖິງ 23 ຄົນ ແລະ ບາດ​ເຈັບ​ອີກ​ກ່​ວາ 40 ຄົນ ໂດຍ​ທາງ​ກຸ່ມ​ດັ່ງ​ກ່າວ​ໄດ້​ໃຊ້​ມື​ປືນ​ເຂົ້າ​ກໍ່​ເຫດກວາດ​ຍິງ ນັກ​ຮົບ​ຄ​ຣູ​ເສດ ແລະ ຜູ້​ປະ​ຖິ້ມ​ສາ​ສະ​ໜາ​ໃນ​ພິ​ພິ​ທະ​ພັນ​ດັ່ງ​ກ່າວ ໂດຍ​ຍັງ​ເຕືອນ​ວ່າ ເຫດ​ການ​ນີ້​ເປັນ​ພຽງ​ຈຸດ​ເລີ່ມ​ຕົ້ນ​ເທົ່າ​ນັ້ນ.

 

 

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ເພີ່ມຄວາມສາມັກຄີ ຊ່ວຍພັດທະນາເຂດຫ່າງໄກສອກຫຼີກ ແລະ ເຂດຊາຍແດນ

ເນື່ອງໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ...

ອົດສະຕາລີກຽມອອກມາດຕະການຫ້າມນັກຮຽນຕ່າງຊາດ ພາຄູ່ຄອງ-ລູກໄປອາໄສຢູ່ນຳ

ສຳນັກຂ່າວຕ່າງປະເທດລາຍງານວ່າ ອົດສະຕາລີອອກມາດຕະການເຂັ້ມງວດໃນການກວດຄົນເຂົ້າເມືອງ ໂດຍຫ້າມນັກຮຽນຕ່າງຊາດພາຄູ່ຄອງ ແລະ ລູກຕິດຕາມໄປຢູ່ອາໄສນຳ ພ້ອມເພີ່ມຄວາມເຂັ້ມງວດການປ່ຽນປະເພດວີຊາ ເພື່ອຫວັງຈະຫຼຸດຈຳນວນຜູ້ອົບພະຍົບໃຫ້ເຫຼືອ 2.25 ແສນຄົນພາຍໃນປີ 2028. ລັດຖະບານປະເທດອົດສະຕາລີກຽມອອກມາດຕະການເຂັ້ມງວດຂອງລະບົບຄົນເຂົ້າເມືອງ ໂດຍໜຶ່ງໃນມາດຕະການສຳຄັນຄື ຫ້າມນັກຮຽນຕ່າງຊາດນຳສະມາຊິກຄອບຄົວຕິດຕາມໄປອົດສະຕາລີໃນລະຫວ່າງການຮ່ຳຮຽນ ເຊິ່ງຄາດວ່າຈະສົ່ງຜົນຕໍ່ຄູ່ຄອງ ແລະ...

ນາຍົກມີຄໍາເຫັນເນັ້ນໜັກບັນດາກະຊວງ-ຂະແໜງການ ໃຫ້ເອົາໃຈໃສ່ວຽກວາງເປົ້າໝາຍໃຫ້ຊັດເຈນ ເພື່ອຫັນໄປສູ່ຄວາມທັນສະໄໝ

ໃນໂອກາດກ່າວເປີດ ທ່ານປະທານກອງປະຊຸມ ໄດ້ມີຄໍາເຫັນບາງຕອນວ່າ: ວຽກງານແຂ່ງຂັນ ແລະ ຍ້ອງຍໍ ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນ ແມ່ນການປຸກລະດົມກຳລັງແຮງຂອງມະຫາຊົນ ແລະ ທຸກຊັ້ນຄົນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະກອບສ່ວນສ້າງການຫັນປ່ຽນໃໝ່...

ຫາລືຄວາມເປັນໄປໄດ້ ລາວ-ໄທ ໄດ້ປຶກສາຫາລືເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ

ໃນວັນທີ 17 ກັນຍາ 2026 ທີ່ອຳເພີຊຽງຄານ ຈັງຫວັດເລີຍ ຣາຊະອານາຈັກໄທ, ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງວຽງຈັນ-ຈັງຫວັດເລີຍ ຄັ້ງທີ 21 ໂດຍຝ່າຍລາວ ນຳໂດຍ...