Homeຂ່າວພາຍ​ໃນລັດ​ວິ​ສາ​ຫະກິດ​ຖື​ຮຸ້ນ​ລາວສະຫລອງ​ຄົບຮອບ 10 ປີ

ລັດ​ວິ​ສາ​ຫະກິດ​ຖື​ຮຸ້ນ​ລາວສະຫລອງ​ຄົບຮອບ 10 ປີ

Published on

Lao Hold

ພາຍຫລັງ​ການກໍ່ຕັ້ງລັດ​ວິ​ສາ​ຫະກິດ​ຖື​ຮຸ້ນ​ລາວ(ລຮລ)​ໄດ້ 10 ປີ​ພໍດີ ການ​ດຳ​ເນີນ​ທຸລະ​ກິດ​ໃນ​ໄລຍະ​ຜ່ານ​ມາ ປະສົບ​ຜົນສຳ​ເລັດ​ເປັນ​ຢ່າງ​ດີ ​ໂດຍ​ສະ​ເພາະ​ໄດ້​ບັນລຸ​ການ​ລະດົມ​ທຶນ​ຮຸ້ນ​ຂອງ​ຕົນ​ຈຳນວນ 536 ລ້ານ​ກວ່າ​ໂດ​ລາ​ສະ ຫະລັດ ​ເພື່ອ​ປະກອບສ່ວນ​ເປັນ​ເງິນ​ຮຸ້ນ​ໃນ 4 ​ໂຄງການ​ດ້ານ​ພະລັງງານ​ຄື ໂຄງການ​ໄຟຟ້ານ້ຳ​ເທີນ 2 ຈຳນວນ 112 ລ້ານ​ກວ່າ​ໂດ​ລາ​ສະຫະລັດ, ໂຄງການ​ໄຟຟ້າ​ຄວາມ​ຮ້ອນ​ຫົງ​ສາ 220 ລ້ານ​ກວ່າ​ໂດ​ລາ​ສະຫະລັດ, ໂຄງການ​ເຊ​ປຽນ-​ເຊ​ນ້ຳ​ນ້ອຍ 100 ລ້ານ​ກວ່າ​ໂດ​ລາ​ສະຫະລັດ ​ແລະ ​ໂຄງການ​ໄຟຟ້າ​ນ້ຳ​ງຽບ 1 ຈຳນວນ 103 ລ້ານ​ກວ່າ​ໂດ​ລາ​ສະຫະລັດ. ນອກ​ນີ້, ຕົ້ນ​ປີ 2014 ຍັງ​ໄດ້​ຮັບ​ມອບໝາຍຈາກ​ລັດຖະບານ ​ໃຫ້​ດຳ​ເນີນ​ທຸລະ​ກິດ​ຂີ້​ເທົ່າ​ລອຍ ຢູ່​ໂຄງການ​ໄຟຟ້າ​ຫົງ​ສາປັດຈຸບັນ ລຮລ ​ໄດ້​ກຽມຄວາມ​ພ້ອມ​ເພື່ອ​ປະຕິບັດໜ້າວຽກດັ່ງກ່າວ​ໃນກາງ​ປີ 2015D

ໃນ​ໂອກາດ​ສະ​ເຫລີ​ມສະຫລອງຄົບຮອບ10 ຄັ້ງ​ນີ້ ​ໄດ້​ຮັບ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ສົມ​ສະຫວາດ ​ເລັ່ງສະ ຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​ນຳ​ວຽກງານ​ເສດຖະກິດ​ຂົງ​ເຂດ​ການ​ຜະລິດ ​ແລະ ຈໍລະ​ຈອນ. ​ໂດຍທ່ານ ດຣ. ສົມ ບູນ ມະ​ໂນ​ລົມ ປະທານລັດ​ວິ​ສາ​ຫະກິດ​ຖື​ຮຸ້ນ​ລາວ ​ໄດ້​ຍົກ​ໃຫ້​ເຫັນ​ຜົນສຳ​ເລັດ​ການ​ດຳ​ເນີນ​ທຸລະ​ກິດ​ໃນ​ໄລຍະ 10 ປີຜ່ານມາ ​ເຊິ່ງມີ​ການ​ເຕີບ

​ໃຫຍ່​ຂະຫຍາຍຕົວ ​ແລະ ມີ​ຄວາມ​ເຂັ້ມ​ແຂງທາງດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ ​ໂດຍ​ສະ​ເພາະ​ການ​ປະກອບ​ທຶນ​ເປັນ​ຮຸ້ນ​ໃນ 4 ​ໂຄງການ​ໃຫຍ່​ດັ່ງກ່າວ.ສຳລັບ​ໂຄງການ​ໄຟຟ້າ​ນ້ຳ​ເທີນ 2 ມີ​ກຳລັງ​ຕິ​ຕັ້ງ 1.080 ​ເມ​ກາ​ວັດ ລຮລ ຖື​ຮຸ້ນ 25%, ​ເຊິ່ງ​ໄດ້​ສຳ​ເລັດ​ການກໍ່ສ້າງ ​ແລະ ດຳ​ເນີນ​ການ​ຜະລິດ​ໄຟຟ້າ​ຂາຍ​ຢ່າງ​ເປັນ​ທາງ​ການ​ໃນ​ຕົ້ນ​ປີ 2010, ຄາດ​ຄະ​ເນ​ໄລຍະ​ສຳ​ປະທານ 25 ປີ ລັດຖະບານ​ຈະ​ມີ​ລາຍຮັບ​ເກືອບ 2.000 ລ້ານ​ກວ່າ​ໂດ​ລາ​ສະຫະລັດ ຈາກ​ໂຄງການ​ນີ້ ​ແລະ ລຮລ ກໍ​ຈະ​ໄດ້​ຮັບ​ເງິນ​ປັນ​ຜົນ ປະມານ 723 ລ້ານ​ກວ່າ​ໂດ​ລາ​ສະຫະລັດ. ສະ​ເພາະແຕ່​ປີ 2011-2014 ລຮລ ​ໄດ້​ຮັບ​ເງິນ​ປັນ​ຜົນ​ຈຳນວນ 98 ລ້ານ​ກວ່າ​ໂດ​ລາ​ສະຫະລັດ, ​ໃນ​ນັ້ນ​ໄດ້​ມອບ​ພັນທະ​ໃຫ້​ລັດຖະບານ 60 ລ້ານ​ກວ່າ​ໂດ​ລາ​ສະຫະລັດ , ​ໃນ​ຂະນະ​ທີ່​ພາກ​ລັດຖະບານ ກໍ​ໄດ້​ຮັບ​ເງິນ​ຄ່າ​ພາກ​ຫລວງ 2009-2015 ຈຳນວນ 62 ລ້ານ​ກວ່າ​ໂດ​ລາ​ສະຫະລັດ, ລວມ​ເງິນທັງໝົດທີ່​ໄດ້​ຮັບ​ຈາກ​ໂຄງການ​ນ້ຳ​ເທີນ 2 ປະມານ 160ລ້ານ​ກວ່າ​ໂດ​ລາ​ສະຫະລັດ.

ສ່ວນອີກ 3 ​ໂຄງການ​ທີ່​ກຳລັງ​ດຳ​ເນີນ​ການກໍ່ສ້າງຄື: ​ໂຄງການ​ໄຟຟ້າ​ຄວາມ​ຮ້ອນ​ຫົງ​ສາ ມີ​ກຳລັງ​ຕິດ​ຕັ້ງ 1.878 ​ເມ​ກາ​ວັດ , ລຮລ ຖື​ຮຸ້ນ 20% ຕາມ​ແຜນການ​ຈັກ​ເບີ 1 ຈະ​ໃຫ້​ສຳ​ເລັດ​ໃນ​ກາງ​ປີ, ຈັກ​ເບີ 2 ຈະ​ສຳ​ເລັດ​ທ້າຍ​ປີ 2015 ​ແລະ ຈັກ​ເບີ 3 ຈະ​ສຳ​ເລັດ​ໃນ​ຕົ້ນ​ປີ 2016, ສ່ວນຄວາມຄືບໜ້າການກໍ່ສ້າງທັງໝົດກວ່າ 94%; ໂຄງການ​ເຊ​ປຽນ-​ເຊ​ນ້ຳ​ນ້ອຍ ມີ​ກຳລັງ​ຕິດ​ຕັ້ງ 410 ​ເມ​ກາ​ວັດ ລຮລ ຖື​ຮຸ້ນ 24%, ການກໍ່ສ້າງ​ມາ​ຮອດ​ປັດຈຸບັນ​ຄືບໜ້າ​ແລ້ວ 12% ​ແລະ ຄາດ​ວ່າ​ຈະ​ສ້າງ​ສຳ​ເລັດ​ໃນ​ຕົ້ນ​ປີ 2019, ສ່ວນໂຄງການ​ໄຟຟ້າ​ນ້ຳ​ງຽບ 1 ມີ​ກຳລັງ​ຕິດ​ຕັ້ງ 290 ​ເມ​ກາ​ວັດ ລຮລ ຖື​ຮຸ້ນ 25%, ປັດຈຸບັນ​ການກໍ່ສ້າງ​ສຳ​ເລັດ​ແລ້ວ​ກວ່າ 8%, ລວມກຳລັງ​ຕິດ​ຕັ້ງ​ທັງ 4 ​ໂຄງການ​ມີ 3.658 ​ເມ​ກາ​ວັດ , ​ລວມມູນຄ່າ​ການກໍ່ສ້າງ​ທັງໝົດ 6.900 ລ້ານ​ກວ່າ​ໂດ​ລາ​ສະຫະລັດ, ເມື່ອ​ງສ້າງ​ສຳ​ເລັດ​ທຸກ​ໂຄງການ ຈະ​ສາມາດ​ຜະລິດ​ໄຟຟ້າ​ໄດ້ ປະມານ 21.215 ລ້ານກິ​ໂລ​ວັດ​ໂມງ/ປີ ​ເຊິ່ງ​ເຮັດ​ໃຫ້ ລຮລ ມີ​ທຶນ​ປະກອບ​ເຖິງ 536 ລ້ານ​ກວ່າ​ໂດ​ລາ​ສະຫະລັດ. ຄຽງຄູ່​ການ​ດຳ​ເນີນ​ທຸລະ​ກິດ​ຕາມ​ພາລະ​ບົດບາດ ​ແລະ ໜ້າທີ່​ແລ້ວ ​ໄລຍະ 10 ຜ່າ​ນມາ ລຮລ ຍັງ​ໄດ້ປະກອບສ່ວນ​ຊ່ວຍ​ເຫລືອ​ສັງຄົມ ທັງ​ປະກອບ​ສ່ວນ​ໃນ​ວັນ​ສຳຄັນ​ຂອງ​ຊາດ ມີ​ມູນ​ຄ່າ 1,7 ຕື້​ກວ່າ​ກີບ.

​ໂອກາດ​ນີ້ ທ່ານຮອງ​ນາຍົກລັດຖະມົນຕີ ​ໄດ້​ຕາງໜ້າລັດຖະບານ​​ ໃຫ້ກຽດປະດັບ​ຫລຽນ​ໄຊ​ແຮງ​ງານ​ຊັ້ນ I ​ໃຫ້ ກົມ​ກອງ​ລວມໝູ່ ລຮລ, ພ້ອມ​ນີ້​ພະນັກງານ​ການ​ນຳ ​ແລະ ພະນັກງານ​ວິຊາ​ການ​ຜູ້ມີ​ຜົນງານດີ​ເດັ່ນ ​ໃນ​ການ​ປະຕິບັດ ໜ້າທີ່​ກໍ​ໄດ້​ຮັບ​ຫລຽນ​ກາແຮງ​ງານ ​ແລະ ​ໃບ​ຍ້ອງ​ຕາມ​ລຳດັບ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...