Homeຂ່າວຕ່າງປະເທດຄົນ​ຮ້າຍ​ບຸກ​ຍິງ​ພິ​ພິ​ທະ​ພັນ​ຕູ​ນີ​ເຊຍ ດັບ 22 ຄົນ ລະ​ບຸ​ເຊື່ອມ​ໂຍງ​ກັນ​ກັບ​ກຸ່ມ IS!

ຄົນ​ຮ້າຍ​ບຸກ​ຍິງ​ພິ​ພິ​ທະ​ພັນ​ຕູ​ນີ​ເຊຍ ດັບ 22 ຄົນ ລະ​ບຸ​ເຊື່ອມ​ໂຍງ​ກັນ​ກັບ​ກຸ່ມ IS!

Published on

EyWwB5WU57MYnKOuFqLDK1BBELqDhP9uJouxBqcmXrzhUGIvnNpisR

ເກີດ​ເຫດ​ຄົນ​ຮ້າຍ​ບຸກກວາດ​ຍິງ​ພິ​ພິ​ທະ​ພັນ​ແຫ່ງ​ຊາດ​ຕູ​ນິ​ເຊຍ ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 22 ຄົນ ໜ່ວຍ​ສືບ​ຂ່າວ​ລັບ​ເປີດ​ເຜີຍ ກ່ຽວ​ໂຍງ​ກັນ​ກັບ​ກຸ່ມ IS.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ ລາຍ​ງານ​ໃນ​ວັນ​ທີ 19 ມີ​ນາ​ນີ້​ວ່າ ໄດ້​ເກີດ​ເຫດ​ມື​ປືນ​ໃນ​ຊຸດ​ເຄື່ອງ​ແບບ​ທະ​ຫານ ປະ​ມານ 5 ຄົນ ໃຊ້​ອາ​ວຸດ​ປືນ​ອາ​ກ້າ ບຸກ​ເຂົ້າ​ໄປ​ບໍ​ລິ​ເວນ​ພິ​ພິ​ທະ​ພັນ​ແຫ່ງ​ຊາດ​ບາ​ໂດ ເຊິ່ງ​ຕັ້ງ​ຢູ່​ກົງ​ກັນ​ຂ້າມ​ກັນ​ກັບ​ອາ​ຄານ​ລັດ​ຖະ​ສະ​ພາ​ຕູ​ນີ​ເຊຍ ໃນ​ນະ​ຄອນ​ຫລວງ​ຕູ​ນິດ ເມື່ອ​ເວ​ລາ​ປະ​ມານ 12:00 ໂມງ ຂອງ​ມື້​ວັນ​ພຸດ​ທີ 17 ມີ​ນາ ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ ແລ້ວກວາດ​ຍິງ​ໃສ່​ລົດ​ໂດຍ​ສານ​ຂອງ​ນັກ​ທ່ອງ​ທ່ຽວ ທີ່​ເຂົ້າ​ມາ​ຈອດ​ຢູ່​ໜ້າ​ພິ​ພິ​ທະ​ພັນ ສົ່ງ​ຜົນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ທັນ​ທີ 8 ຄົນ ຈາກ​ນັ້ນ​ກໍ​ໃຊ້​ອາ​ວຸດ​ຈີ້​ບັງ​ຄັບ​ນັກ​ທ່ອງ​ທ່ຽວ​ທີ່​ເຫລືອ ເປັນ​ຕົວ​ປະ​ກັນ​ໄວ້​ຢູ່​ພາຍ​ໃນ​ອາ​ຄານ​ພິ​ພິ​ທະ​ພັນ ໂດຍ​ເຈົ້າ​ໜ້າ​ທີ່​ໄດ້​ສົນ​ທິ​ກຳ​ລັງ​ປິດ​ລ້ອມ​ຈຸດ​ເກີດ​ເຫດ​ຢ່າງ​ແໜ້ນ​ໜາ.  2 ຊົ່ວ​ໂມງ​ຈາກ​ນັ້ນ ເຈົ້າ​ໜ້າ​ທີ່​ໄດ້​ບຸກ​ເຂົ້າ​ຊ່ວຍ​ເຫລືອ​ຕົວ​ປະ​ກັນ ເຮັດ​ໃຫ້​ມີ​ເຈົ້າ​ໜ້າ​ທີ່​ເສຍ​ຊີ​ວິດ 1 ຄົນ ແລະ ຄົນ​ຮ້າຍ​ເສຍ​ຊີ​ວິດ 2 ຄົນ ສ່ວນ​ຍັງ​ເຫລືອ​ອີກ 3 ຄົນ ແມ່ນ​ໄດ້​ຫລົບ​ໜີ​ໄປ​ໄດ້.

ພາຍ​ຫລັງ​ເກີດ​ເຫດ ທ່ານ ຮາ​ບິນ ເອດ​ຊິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕູ​ນິ​ເຊຍ ໄດ້​ຖະ​ແຫລງ​ກ່ຽວ​ກັບ​ເຫດ​ການ​ທີ່​ເກີດ​ຂຶ້ນ ພ້ອມ​ທັງ​ລະ​ບຸ​ວ່າ ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 22 ຄົນ ໂດຍ​ 20 ຄົນ​ປະ​ກອບ​ມີ​ຊາວ​ໂປໂລຍ, ອີ​ຕາ​ລີ, ເຢຍ​ລະ​ມັນ ແລະ ແອັດ​ສະ​ປາຍ, ຂະ​ນະ​ທີ່​ມີ​ຜູ້​ບາດ​ເຈັບ 38 ຄົນ ເປັນ​ຊາວ​ຕູ​ນີ​ເຊຍ 2 ຄົນ ແລະ ຊາວ​ຕ່າງ​ປະ​ເທດ 22 ຄົນ ທີ່​ມາ​ຈາກ​ຝ​ຣັ່ງ, ອາ​ຟ​ຣິ​ກາ​ໃຕ້, ໂປ​ໂລຍ, ອີ​ຕາ​ລີ ແລະ ຍີ່​ປຸ່ນ.

ດ້ານ​ໜ່ວຍ​ສືບ​ຂ່າວ​ລັບ​ຂອງ​ຕູ​ນິ​ເຊຍ​ໄດ້​ອອກ​ມາ​ເປີດ​ເຜີຍ​ວ່າ ຫລັງ​ຈາກ​ເກີດ​ເຫດ ແມ່ນ​ໄດ້​ພົບ​ເຫັນ​ທະ​ວິດ​ເຕີ້​ຂອງ​ກຸ່ມ IS ໄດ້​ກ່າວ​ຍົກ​ຍ້ອງ​ກຸ່ມ​ຜູ້​ບຸກ​ໂຈມ​ຕີ​ພິ​ພິ​ທະ​ພັນ​ດັ່ງ​ກ່າວ ໂດຍ​ຍັງ​ຮຽກ​ຮ້ອງ​ໃຫ້​ກຸ່ມ​ຫົວ​ຮຸນ​ແຮງ​ໃນ​ຕູ​ນີ​ເຊຍ ດຳ​ເນີນ​ຮອຍ​ຕາມ​ອີກ​ຕໍ່​ໄປ.

NjpUs24nCQKx5e1DIKKSvfqKUAKBPiO0bAsjnovpvrQ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...