HomeBaby-ແມ່ແລະເດັກການກັບຊາດມາເກີດມີຢູ່ແທ້ ຫຼື ບໍ່? ກັບເລື່ອງລາວຂອງເດັກຍິງຝາແຝດຊາວອັງກິດ!

ການກັບຊາດມາເກີດມີຢູ່ແທ້ ຫຼື ບໍ່? ກັບເລື່ອງລາວຂອງເດັກຍິງຝາແຝດຊາວອັງກິດ!

Published on

http://www.patjaa.com/wp-content/uploads/2015/03/safe_image-216.jpg

ເລື່ອງລາວລີ້ລັບ ເໜືອທໍາມະຊາດ ມັກເປັນສິ່ງທີ່ຍາກທີ່ຈະເຊື່ອ ຊຶ່ງພໍ່ແມ່ຂອງຄອບຄົວເດັກຍິງ ກໍ່ຄິດແບບນັ້ນມາຕະຫຼອດ ພວກເຂົາບໍ່ເຄີຍງົມງວາຍສິ່ງໃດ ຈົນກະທັ່ງລູກສາວຝາແຝດຂອງພວກເຂົາເຮັດບາງຢ່າງຈົນເຮັດໃຫ້ພວກເຂົາຕ້ອງສະເງີ!

ຍ້ອນກັບໄປໃນປີ 1957 ທ່ານພໍ່ John Pollock ແລະ ພັນລະຍາໄດ້ມີລູກ 2 ຄົນຊື່ Jacqueline ອາຍຸ 6 ປີ ແລະ Joanna ອາຍຸ 11 ແຕ່ແລ້ວໃນວັນທີ​5 ພຶດສະພາ ພວກເຂົາຖືກລົດຕໍາເສຍຊີວິດ ໃນຂະນະທີ່ຍ່າງຂ້າມທາງໄປຫາໂບສຂອງຊຸມຊົນ

ການເສຍຊີວິດໃນມື້ນັ້ນເຮັດໃຫ້ John Pollock ແລະ ພັນລະຍາຕ້ອງຫົວໃຈສະຫຼາຍ ແຕ່ຫຼັງຈາກນັ້ນພວກເຂົາກໍ່ຍັງມີຄວາມຫວັງ ແລະ ເລີ່ມມີລູກອີກຄັ້ງ ຈົນໃນທີ່ສຸດພວກເຂົາກໍ່ໄດ້ໃຫ້ກໍາເນີດແຝດຍິງ ແລະ ພວກເຂົາຕັ້ງຊື່ວ່າ Gillian ແລະ Jennifer

family1

ແຕ່ຂະນະທີ່ພໍ່ແມ່ເລີ່ມລ້ຽງທາລົກທັງສອງ John ກໍ່ສັງເກດເຫັນຄວາມປະຫຼາດ ໂດຍໜ້າຜາກຂອງ Jenifer ມີຮອຍຄືກັບຮອຍຂີດຍາວ ທີ່ຄ້າຍຄືກັບບາດແຜເປັນຂອງລູກສາວທີ່ຕາຍຈາກໄປ Jacqueline, ອີກທັງດ້ານຫຼັງຂອງ Jenifer ຍັງມີປານທີ່ມີລັກສະນະຄ້າຍກັບຂອງ Jacqueline ແບບບໍ່ມີຜິດ

ຫຼັງຈາກນັ້ນເມື່ອອາຍຸກ້າວເຂົ້າ 3 ເດືອນຄອບຄົວຂອງ John ກໍ່ໄດ້ຂີ່ລົດກັບໄປຢ່ຽມ Hexam ບ້ານເກົ່າ ແລະ ຢູ່ໆລູກສາວຝາແຝດກໍ່ເອີນຫາສະຖານທີ່ ທີ່ເຊິ່ງພວກເຂົາບໍ່ເຄີຍໄປແຕ່ມັນມີຢູ່ແທ້ ແລະ ເລື່ອງນັ້ນກໍ່ເລີ່ມເຮັດໃຫ້ພໍ່ John ກັບແມ່ Florence ຜູ້ເປັນພັນລະຍາຕົກໃຈ ຂົນຫົວລຸກ!

family2

ຈົນກະທັ່ງເລື່ອງສຸດອື້ງກໍ່ເກີດຂຶ້ນ ເມື່ອພໍ່ແມ່ໄດ້ຂົນເຄື່ອງຫຼິ້ນ ຂອງເກົ່າໆຂອງລູກສາວທີ່ຕາຍໄປອອກມາ ແລະ ຝາແຝດຄູ່ນີ້ສາມາດເອີ່ນຊື່ ຕຸກກະຕາທຸກໂຕ ໄດ້ຖືກຕ້ອງເປະ ຊຶ່ງຈຸດນີ້ເຮັດໃຫ້ ພໍ່ແມ່ຂອງເດັກຍິງເລີ່ມອົດຄິດບໍ່ໄດ້ວ່າ “ຫຼືວ່າເດັກ 2 ຄົນນີ້ ຄື Jacqueline ກັບ Joanna ທີ່ກັບຊາດມາເກີດ ອີກຄັ້ງ”?

ເທົ້ານັ້ນຍັງບໍ່ພໍ ໃນຊ່ວງທີ່ຝາແຝດຜູ້ໄຮ້ດຽງສາ ຢູ່ຂ້າງຖະໜົນ ຢູ່ໆທັງຄູ່ກໍ່ຮ້ອງອອກມາວ່າ “ລົດ!! ລົດຄັນນັ້ນຈະມາຊົນພວກເຮົາ” ແຕ່ຫຼັ້ງຈາກທີ່ພວກເຂົາທັງສອງຄົນ ໃຫຍ່ຂຶ້ນຈົນອາຍຸໄດ້ 5ປີ ຄວາມຊົງຈໍາໃນໄວເດັກກໍ່ເລີ່ມລົບເລືອນຫາຍໄປ ແລະ ທຸກວັນນີ້ຝາແຝດຍິງທັງສອງກໍ່ມີຊີວິດປັກກະຕິສຸກໃນອັງກິດ.

ແລະ ເລື່ອງລາວຂອງພວກເຂົາກໍ່ ໄດ້ປະຄໍາຖາມໄວ້ໃກກັບມະນຸດຊາດວ່າ “ຫຼືວ່າການກັບຊາດມາເກີດຈະມີຢູ່ຈິງ?”

family3

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...