Homeຂ່າວພາຍ​ໃນປຶນໃຫຍ່ ຮ້ອງໃຫ້ໜັກ! ບຸກຍິງ ໂມນາໂກ ໄດ້ 2-0 ແຕ່ຍັງດີບໍ່ພໍ

ປຶນໃຫຍ່ ຮ້ອງໃຫ້ໜັກ! ບຸກຍິງ ໂມນາໂກ ໄດ້ 2-0 ແຕ່ຍັງດີບໍ່ພໍ

Published on

ປຶນໃຫຍ່ ຮ້ອງໃຫ້ໜັກ! ບຸກຍິງ ໂມນາໂກ ໄດ້ 2-0 ແຕ່ຕ້ອງຕົກຮອບ ເພາະຍັງບໍ່ດີພໍ

ອາເຊ

ເຮັດດີແຕ່ຍັງບໍ່ພໍ! “ປຶນໃຫຍ່” ອາຣ໌ເຊນ່ອລ ເຖີງກັບຕ້ອງຫຼັ່ງນໍ້າຕາດ້ວຍຄວາມເສົ້າ ເມື່ອໂຊຟອຣ໌ມຢ່ຽມ ບຸກໄປເອົາຊະນະ ອາແອສ ໂມນາໂກ ເຖິງຖິ່ນ 2-0 ລວມຜົນຂອງນັດສະເໝີກັນ 3-3​ ແຕ່ຕ້ອງຕົກຮອບຕາມກົດປະຕູທີມເຢືອນ ຫຼືວ່າ ຕາມກົດ “ເອິເວ ໂກລ໌ Away Goal” (ໃນກໍລະນີຖ້າຜົນອອກມາສະເໝີ ຈະຕັດສິນດ້ວຍການເບິ່ງທີ່ການຍິງປະຕູ ໃນຖານະທີມເຢືອນ ວ່າຝ່າຍໃດທີ່ໄປເຢຶອນ ແລ້ວຍິງໄດ້ຫຼາຍກວ່າ ກໍ່ຖືວ່າທີມນັ້ນຈະເປັນຝ່າຍຊະນະ), ໃນລາຍການແຂ່ງຂັນບານເຕະ ຢູຟ່າແຊ່ມປ່ຽນລີກ ຮອບ 16ທີມສຸດທ້າຍ ນັດທີ່ 2 ເມື່ອຄືນວັນອັງຄານທີ່ 15 ມີນາ ທີ່ຜ່ານມາ

ໂມນາໂກ (ຝຣັ່ງ) 0-2 ອາຣ໌ເຊນ່ອລ (ອັງກິດ)

(ລວມຜົນສອງນັດສະເໝີ 3-3 ແຕ່ ໂມນາໂກ ຜ່ານເຂົ້າຮອບດ້ວຍກົດກະຕິກາປະຕູທີມເຢືອນ)

ສະໜາມ: ສະຕ໊າດ ຫຼຸຍສ໌ 2 (ໂມນາໂກ, ຝຣັ່ງ)

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...