Home​ຂ່າວບັນເທິງຈີເຊລ ບຸນເຊນ ນາງແບບຄ່າໂຕແພງທີ່ສຸດໃນໂລກກຽມອຳລາວົງການ

ຈີເຊລ ບຸນເຊນ ນາງແບບຄ່າໂຕແພງທີ່ສຸດໃນໂລກກຽມອຳລາວົງການ

Published on

14056607411405660815l (1)

ວາລະ​ສານໂມ​ດາເອດ​ຕາ​ດາ​ໂອ(Moda Estadao)ວາລະ​ສານ​ແຟ​ຊັນ​ຊື່​ດັງ​ຂອ​ງ​ບຣາ​ຊິນ​ລາຍ​ງານ​ວ່າຈີ​ເຊລ ບຸນ​ເຊນ ນາງ​ແບບ​ສາວ​ຊາ​ວບຣາ​ຊິນອາຍຸ 34 ປີ ກຽມ​ອຳ​ລາ​ວົງ​ການ​ຍ່າງແບບຫລັງ​ເປັນ​ນາງ​ແບບ​ອາ​ຊີບ​ມາ​ດົນ​ເກືອບ 10 ປີ ຂ່າວ​ການ​ອຳ​ລາ​ວົງ​ການ​ຍ່າງ​ແບບ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ບຸນເຊນ​ຂຶ້ນ​ສູ່​ຈຸດ​ສູງ​ສຸດ​ໃນ​ອາ​ຊີບ​ຍ່າງ​ແບບເມື່ອ​ນາງ​ກາຍ​ເປັນ​ນາງ​ແບບ​ທີ່​ຄ່າ​ໂຕ​ແພງ​ທີ່ສຸດ​ໃນ​ໂລກ

ວາລະສານ​ຟອສ ລາຍ​ງານ​ວ່າ ເມື່ອ​ປີ 2014 ບຸນ​ເຊນ ​ເຮັດ​ລາຍ​ໄດ້​ສູງ​ສຸດ​ເຖິງ 47 ລ້ານ​ໂດ​ລາ​ຫລື​ປະ​ມານ ສາມໝື່ນເຈັດພັັນຫົກຮ້ອຍລ້ານ​ກີບຈາກ​ການ​ເຊັນ​ສັນຍາ​ຍ່າງ​ແບບ​ແລະ​ການ​ລົງ​ທຶນ​ໃນ​ທຸລະກິດ​ອື່ນໆເຮັດໃຫ້​ນາງ​ຄອງ​ແຊ້ມ​ນາງ​ແບບ​ຄ່າ​ໂຕ​ແພງ​ທີ່ສຸດ​ໃນ​ໂລກ​ເປັນ​ປີ​ທີ່ 8 ຕິດ​ຕໍ່​ກັນ ບຸນ​ເຊນ​ ຈະ​ຍ່າງ​ແບບ​ເທິງເວທີເປັນ​ເທື່ອ​ສຸດ​ທ້າຍ​ກ່ອນ​ອຳ​ລາ​ວົງ​ການໃນ​ງານ​ອາທິດ​ແຟ​ຊັນ​ທີ່​ນະຄອນ​ລິ​ໂອເດີຈາ​ເນ​ໂນ​ໃນ​ເດືອນ​ໜ້າ

32

 

Gisele Bundchen

 

lisa_cover_v11no39-04

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...