“ຜີ” ໂຫດ! ເປີດສະໜາມເຊືອດ “ໄກ່ເດືອ” ດັບ3-0 ໄລ່ຈີ້ “ເຮືອໃບ” ເຫຼືອ 2 ແຕ້ມ
“ຜີສາດແດງ” ແມນເຊັສເຕີ ຢູໄນເຕັດ ຫຼິ້ນໄດ້ດີຜີດຄາດໝາຍ ກ່ອນເປີດບ້ານເອົາຊະນະ ທ໊ອຕແນ່ມ ຮ໊ອທສເປີຣ໌ ແບບສະບາຍຫາຍຫ່ວງ 3-0 ຄວ້າ ສາມແຕ້ມເກັບເພີ່ມເປັນ 56 ຄະແນນ ຕາມຫຼັງ ແມນເຊັສເຕີ ຊີຕີ້ ທີມຮອງຈ່າຝູງ 2 ແຕ້ມ, ຂະນະທີ່ “ໄກ່ເດືອທອງ” ມີ 50 ແຕ້ມຄືເກົ່າຢູ່ທີ່ 7 ຂອງຕາລາງ, ໃນລາຍການແຂ່ງຂັນບານເຕະ ພຣີເມຍລີກ ອັງກິດ ນັດທີ່ 29 ເມື່ອຄືນວັນອາທິດ ທີ15 ມີນາ 2015 ທີ່ຜ່ານມາ