spot_img
HomeBaby-ແມ່ແລະເດັກ10 ວິທີເຝິກແອບໃຫ້ລູກມີນິໄສຮັກການອ່ານ

10 ວິທີເຝິກແອບໃຫ້ລູກມີນິໄສຮັກການອ່ານ

Published on

p16qiki4q0cv1166m17m71tig1gk13

ການ​ທີ່​ຈະ​ເຝິກ​ໃຫ້​ເດັກນ້ອຍ​ໜຶ່ງ​ຄົນ​ນັ່ງ​ລົງ​ແລະ​ຕັ້ງ​ໃຈ​ອ່ານ​ຫນັງສື​ເປັນ​ເລື່ອງ​ເປັນ​ລາວ​ບໍ່ແມ່ນ​ເລື່ອງ​ງ່າຍ​ເລີຍໂດຍ​ສະເພາະ​ເມື່ອ​ລູກ​ມີ​ສິ່ງ​ອື່ນ​ລໍ້​ໃຈເຊັ່ນ:ຄອມພິວເຕີ,ເກມ,ໂທລະພາບຫລື​ເມື່ອ​ລູກ​ຢາກ​ອອກ​ໄປ​ຫລິ້ນ​ທາງ​ນອກເຮົາ​ມີ​ເຖິງ10ວິທີ​ທີ່​ຈະ​ຊ່ວຍ​ຈູງ​ໃຈ​ໃຫ້​ລູກ​ທີ່​ບໍ່​ມັກ​ອ່ານ​ຫນັງສື​ຂອງ​ເຈົ້າ​ໃຫ້​ມີ​ນິ​ໄສ​ຮັກ​ການ​ອ່ານ​ມາ​ຝາກແລະ​ໜ້າ​ຈະ​ຊ່ວຍ​ໃຫ້​ພວກເຂົາ​ມີ​ນິ​ໄສ​ຮັກ​ການ​ອ່ານ​ໄປ​ຕະຫລອດ​ຊີວິດ​ເລີຍ​ກໍ​ວ່າ​ໄດ້

ຜູ້​ຄົນ​ມັກ​ຄິດວ່າ​ສ່ວນ​ຫລາຍ​ແລ້ວຄົົນທີ່​ມີ​ອາ​ຍຸ​ເທົ່າ​ນັ້ນ​ຈະ​ເປັນ​ທີ່​ຈະມັກ​ອ່ານ​ຫນັງສືຄົນ​ລຸ້ນ​ຫລັງ​ມັກ​ໃຊ້​ເວລາ​ກັບ​ການ​ຫລິ້ນ​ເກມ​ຫລື​ກິດຈະກຳ​ອື່ນໆ​ຫລິ້ນ​iPod iPad ຫລື​ອຸປະກອນ​ສື່​ສານ​ອື່ນໆ ເຖິງແມ່ນວ່າ​ຈະ​ມີ​ສິ່ງ​ລໍ້​ໃຈ​ລູກ​​ຫລາຍ​ພຽງ​ໃດແຕ່​​ກໍ​ສາມາດ​ສົ່ງ​ເສີມ​ໃຫ້​ລູກ​ມີ​ນິ​ໄສ​ຮັກ​ການ​ອ່ານ​ໄດ້

ມີ​ຫລາຍ​ວິທີ​ທີ່​ສາມາດ​ໃຊ້​ປູກ​ຝັງ​ນິ​ໄສ​ຮັກ​ການ​ອ່ານ​ຫນັງສື​ໃຫ້​ລູກ​ໄດ້ໃນ​ບົດ​ຄວາມ​ນີ້ເຮົາ​ມີ 10 ເຄັດ​ລັບ​ມາ​ບອກ​ກັນ​ເພື່ອ​ໃຫ້​​ເລີ່ມ​ຕົ້ນ​ເພື່ອ​ແກ້​ບັນຫາ​ລູກ​ບໍ່​ມັກ​ອ່ານ​ຫນັງສື​ໄດ້​ຢ່າງ​ຖືກ​ຕ້ອງ:

1.ໃຫ້​ລູກ​ໄດ້​ໃຊ້​ເວລາ​ຢູ່​ກັບ​ຫນັງສື​ຕັ້ງ​ແຕ່​ລາວ​ອາ​ຍຸ​ຍັງ​ນ້ອຍຈາກ​ນັ້ນ​ກໍ​ຄ່ອຍ​ໆເລີ່ມ​ປູກ​ຝັງ​ການ​ອ່ານ​ໃຫ້​ກັບ​ລູກ​ໂດຍ​ທີ່​ບໍ່​ມີ​ສິ່ງ​ລົບກວນ​ອື່ນເຊັ່ນໂທລະພາບ,ໂທລະ​ສັບ​ມື​ຖື,ຄອມພິວເຕີ,ໃຫ້​ລູກ​ໄດ້​ເລືອກ​ຈັບ​ຫນັງສື​ຂຶ້ນ​ມາ​ອ່ານຈາກ​ນັ້ນພວກເຂົາ​ຈະ​ສ້າງ​ນິ​ໄສ​ຮັກ​ການ​ອ່ານ​ຂຶ້ນ​ມາ​ເອງ

2.ເຮັດ​ເປັນ​ຕົວ​ຢ່າງ​ໃຫ້​ລູກ​ເຫັຖ້າເຈົ້າ​ເອງ​ກໍ​ມີ​ນິ​ໄສ​ຮັກ​ການ​ອ່ານ​ຫລື​ເຈົ້າ​ອ່ານ​ຫນັງສື​ທຸກ​ເທື່ອ​ທີ່​ເຈົ້າ​ມີ​ເວລາ​ແລະ​ມີ​ໂອ​ກາດລູກ​ນ້ອຍ​ຂອງ​ເຈົ້າ​ກໍ​ຈະ​ຮຽນ​ແບບ​ນິ​ໄສ​ຮັກ​ການ​ອ່ານ​ຂອງ​ເຈົ້າ

3.ຫາ​ຫນັງສື​ແນວ​ທີ່​ລູກ​ມັກ​ມາ​​ໃຫ້​ຫລາຍ​ເທົ່າ​ທີ່​ຈະ​ເຮັດ​ໄດ້ເພາະ​ການ​ໄດ້​ອ່ານ​ຫນັງສື​ແນວ​ທີ່​ຕົນ​ມັກ​ຈະ​ຊ່ວຍ​ກໍາເນີດນິ​ໄສ​ຮັກ​ການ​ອ່ານ​ໄດ້

4.ສອນ​ໃຫ້​ລູກ​ອ່ານ​ສິ່ງ​ອື່ນໆນໍາບໍ່​ສະເພາະ​ໃນ​ຫນັງສືເຊັ່ນ:ສອນ​ໃຫ້​ພວກເຂົາ​ອ່ານ​ຂໍ້ຄວາມຂ້າງ​ກ່ອງຫລື​ທາ​ໂຄດ​ນາເປັນ​ຕົ້ນ

5.ເຮັດໃຫ້​ການ​ອ່ານ​ເປັນ​ເລື່ອງ​ມ່ວນຊື່ນພໍ່​ແມ່​ສ່ວນ​ໃຫຍ່​ຈະ​ອ່ານ​ຫນັງສື​ໃຫ້​ລູກ​ຟັງ​ຕອນ​ທີ່​ລູກ​ຍັງ​ນ້ອຍ​ຢູ່ແຕ່​ພໍ​ລູກ​ໃຫຍ່​ຂຶ້ນ​ມາ​ພວກເຂົາ​ກໍ​ອ່ານ​ໜ້ອຍ​ລົງມີ​ງານ​ວິ​ໄຈ​ພົບ​ວ່າເດັກນ້ອຍ​ທີ່​ພໍ່​ແມ່​ອ່ານ​ຫນັງສື​ໃຫ້​ຟັງ​ຕັ້ງ​ແຕ່​ຍັງ​ນ້ອຍເມື່ອ​ພວກເຂົາ​ໃຫຍ່​ຂຶ້ນ​ແລະ​ພໍ່​ແມ່​ເຊົາ​ອ່ານ​ຫນັງສື​ໃຫ້​ຟັງ​ພວກເຂົາ​ຈະ​ຄິດ​ຮອດເວລາ​ທີ່​ພໍ່​ຫລື​ແມ່​ອ່ານ​ຫນັງສື​ໃຫ້​ຟັງດັ່ງ​ນັ້ນເຖິງແມ່ນ​ລູກ​ເຈົ້າ​ຈະ​ໃຫຍ່​ແລ້ວເຈົ້າ​ກໍ​ສາມາດ​ອ່ານ​ຫນັງສື​ໃຫ້​ລູກ​ຟັງ​ໄດ້ໂດຍ​ອາ​ດຈະສະຫລັບໃຫ້​ແຕ່​ລະ​ຄົນ​ໃນ​ຄອບຄົວ​ເປັນ​ຄົນ​ອ່ານ​ໃຫ້​ສະມາຊິກ​ຄົນ​ອື່ນໆຟັງ

6.ໃຫ້​ຫນັງສື​ເປັນ​ຂອງ​ຂວັນ​ກັບ​ລູການ​ທີ່​ພໍ່​ແມ່​ໃຫ້​ຫນັງສື​ກັບ​ລູກ​ຈະ​ເປັນ​ສິ່ງ​ທີ່​ໜ້າ​ຕື່ນ​ເຕັ້ນ​ຫລາຍ​ສຳລັບ​ພວກເຂົາໂດຍ​ສະເພາະ​ຫນັງສື​ທີ່​ພວກເຂົາ​ຢາກ​ໄດ້ການເຮັດ​ເຊັ່ນ​ນີ້​ຈະ​ຊ່ວຍ​ສ້າງ​ນິ​ໄສ​ຮັກ​ການ​ອ່ານ​ໃຫ້​ລູກ​ໄດ້ແລະ​ຈະ​ເຮັດໃຫ້​ທັງ​ເຈົ້າ​ແລະ​ລູກ​ມີ​ຄວາມ​ສຸກ​ທີ່​ເຫັນ​ພວກເຂົາ​ໄດ້​ໄປ​ນັ່ງ​ໃນ​ບ່ອນມັກ​ເພື່ອ​ອ່ານ​ຫນັງສື​ທີ່​ພວກເຂົາ​ມັກ

7.ພະຍາຍາມ​ສົ່ງ​ເສີມ​ໃຫ້​ລູກ​ຮັກ​ການ​ອ່ານ​ໃຫ້​ຫລາຍຮ່ວມ​ໂອ້ລົມ​ກ່ຽວກັບ​ຫນັງສື​ທີ່​ພວກເຂົາ​ຫາກໍ່​ອ່ານ​ໄການເຮັດ​ແບບ​ນີ້​ຈະ​ຊ່ວຍ​ສ້າງ​ນິ​ໄສ​ຮັກ​ການ​ອ່ານ​ໄດ້ການ​ໄດ້​ໂອ້ລົມ​ກັບ​ລູກ​ກ່ຽວກັບ​ຫນັງສື​ທີ່​ພວກເຂົາ​ອ່ານ​ແບບເປັນ​ກັນ​ເອງສະແດງ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ແລະ​ຄວາມ​ສົນ​ໃຈ​ທີ່​ເຈົ້າ​ມີ​ຕໍ່​ຫນັງສື​ຂອງ​ພວກເຂົາ​ນໍາອີກ

8.ຖ້າລອງ​ວິທີ​ອື່ນໆທີ່​ກ່າວ​ມາ​ຂ້າງ​ຕົ້ນ​ແລ້ວ​ລູກ​ຍັງ​ບໍ່​ມັກ​ອ່ານ​ໜັງສືການ​ໃຊ້​ສິ່ງ​ລໍ້​ໃຈ​ລູກ​ໃຫ້​ອ່ານ​ຫນັງສື​ກໍ່ບໍ່ຜິດພໍ່​ແມ່​ບາງ​ຄົນ​ໃຊ້​ວິທີ​ນີ້​ເພື່ອ​ຈູງ​ໃຈ​ໃຫ້​ລູກ​ອ່ານ​ຫນັງສືແລະ​​ພວກເຂົາ​ກໍ​ຮັກ​ການ​ອ່ານ​ໃນ​ທີ່ສຸດ​ແລະ​ບໍ່​ຮຽກຮ້ອງ​ສິ່ງ​ຕອບ​ແທນ​ນໍາອີກ

9.ການ​ມີ​ສິ່ງ​ກະຕຸ້ນ​ເປັນ​ອີກ​ວິທີ​ທີ່​ໃຊ້​ໄດ້​ຜົນບໍ່​ວ່າ​ເດັກ​ນ້ອຍ​ຫລື​ຜູ້​ໃຫຍ່​ກໍ​ຕ້ອງ​ການ​ການ​ຍອມ​ຮັບ​ໃນ​ຄວາມ​ພະຍາຍາມ​ອ່ານ​ຫນັງສື​ຂອງ​ພວກເຂົາ​ທັງ​ນັ້ນລອງ​ໃຫ້​ດາວ​ຫລື​ຫຍັງ​ກໍ​ໄດ້​ທີ່​ເຈົ້າ​ຄິດວ່າ​ຈະ​ເຮັດໃຫ້​ລູກ​ຮູ້ສຶກ​ພາກພູມ​ໃຈ​ທີ່​ໄດ້​ລາງ​ວັນຊຶ່ງ​ແນວ​ຄິດ​ນີ້​ເປັນ​ແນວ​ຄິດ​ທີ່​ດີ​ພໍສົມຄວນ

10.ພາ​ລູກ​ໄປ​ຫ້ອງສະ​ມຸດ​ຫລື​ຮ້ານ​ຂາຍ​ໜັງ​ສືໄປ​ໃນ​ທີ່​ທີ່​ມີ​ຫນັງສື​ຈຳນວນ​ຫລາຍ​ເພື່ອ​ໃຫ້​ລູກ​ໄດ້​ມ່ວນຊື່ນ​ກັບ​ການ​ສຳ​ຫລວດ​ຫນັງສື​ຕ່າງໆຫລວງຫລາຍ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...