Homeຂ່າວຕ່າງປະເທດກຸ່ມ IS ປະ​ກາດ​ຮັບ​ກຸ່ມ ໂບ​ໂກ​ຮາ​ຣາມ ຈາກ​ອາ​ຟ​ຣິ​ກາ​ຕາ​ເວັນ​ຕົກ ເຂົ້າ​ເປັນ​ພັນ​ທະ​ມິດ!

ກຸ່ມ IS ປະ​ກາດ​ຮັບ​ກຸ່ມ ໂບ​ໂກ​ຮາ​ຣາມ ຈາກ​ອາ​ຟ​ຣິ​ກາ​ຕາ​ເວັນ​ຕົກ ເຂົ້າ​ເປັນ​ພັນ​ທະ​ມິດ!

Published on

604836-01

ໂຄ​ສົກ​ກຸ່ມ​ລັດ​ອິດ​ສະ​ລາມ ປະ​ກາດ​ຮັບ​ເອົາ​ກຸ່ມ​ກໍ່​ການ​ຮ້າຍ ໂບ​ໂກ​ຮາ​ຣາມ ຈາກ​ອາ​ຟ​ຣິ​ກາ​ຕາ​ເວັນ​ຕົກ ເຂົ້າ​ຮ່ວມ​ເປັນ​ພັນ​ທະ​ມິດ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 13 ມີ​ນາ​ຜ່ານ​ມາ​ນີ້​ວ່າ ໂຄ​ສົກ​ກອງ​ກຳ​ລັງ​ລັດ​ອິດ​ສະ​ລາມ ໄດ້​ອອກ​ມາ​ປະ​ກາດ​ວ່າ ກຸ່ມ​ລັດ​ອິດ​ສະ​ລາມ ໄດ້​ຮັບ​ຮອງ​ເອົາ​ກອງ​ກຳ​ລັງ​ໂບ​ໂກ​ຮາ​ຣາມ​ຈາກ​ອາ​ຟ​ຣິ​ກາ​ຕາ​ເວັນ​ຕົກ​ເຂົ້າ​ເປັນ​ພັນ​ທະ​ມິດ ໂດຍ​ການ​ປະ​ກາດ​ດັ່ງ​ກ່າວ ຖືກ​ບັນ​ທຶກ​ສຽງ​ເຜີຍ​ແຜ່​ທາງ​ສື່​ອອນ​ລາຍ ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ພັນ​ທະ​ມິດ​ກັນ​ລະ​ຫວ່າງ 2 ກຸ່ມ​ດັ່ງ​ກ່າວ ໄດ້​ເປັນ​ການ​ຂະ​ຫຍາ​ຍ​ອິດ​ທິ​ພົນ​ຂອງ​ກຸ່ມ​ລັດ​ອິດ​ສະ​ລາມ ໄປ​ຍັງ​ພາກ​ພື້ນ​ອາ​ຟ​ຣິກ​າ​ຕາ​ເວັນ​ຕົກ​ແລ້ວ.

ທັງ​ນີ້, ກຸ່ມ​ໂບ​ໂກ​ຮາ​ຣາມ ເປັນ​ກຸ່ມ​ກໍ່​ການ​ຮ້າຍ​ຫົວ​ຮຸນ​ແຮງ ທີ່​ກໍ່​ເຫດ​ໃນ​ປະ​ເທດ​ໄນ​ຈີ​ເຣຍ ແລະ ຂະ​ຫຍາຍ​ໄປ​ຍັງ​ຊາຍ​ແດນ​ປະ​ເທດ​ເພື່ອນ​ບ້ານ ເຊັ່ນ: ຄາ​ແມ​ຣູນ ແລະ ຊາດ ອີກ​ດ້ວຍ ໂດຍ​ໃນ​ປີ​ທີ່​ຜ່ານ​ມາກຸ່ມ​ໂບ​ໂກ​ຮາ​ຣາມ ໄດ້​ສັງ​ຫານ​ປະ​ຊາ​ຊົນ​ໄປ​ແລ້ວ​ກ່​ວາໝື່ນ​ຄົນ ແລະ ກໍ່​ເຫດ​ລັກ​ພາ​ຕົວ​ເດັກ​ນັກ​ຮຽນ​ຍິງ​ອີກ​ກ່​ວາ 200 ຄົນ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...