spot_img
Homeຂ່າວສັ້ນເຫຼືອເຊື່ອ! ບໍລິສັດຈິນໂຊວ໌ເໜືອເທບ ໃຊ້ເວລາບໍ່ຮອດ 3 ອາທິດ ສ້າງຕຶກສູງ 57ຊັ້ນໄດ້ສໍາເລັດ!!!

ເຫຼືອເຊື່ອ! ບໍລິສັດຈິນໂຊວ໌ເໜືອເທບ ໃຊ້ເວລາບໍ່ຮອດ 3 ອາທິດ ສ້າງຕຶກສູງ 57ຊັ້ນໄດ້ສໍາເລັດ!!!

Published on

ເຫຼືອເຊື່ອ! ບໍລິສັດຈິນໂຊວ໌ເໜືອເທບ ໃຊ້ເວລາບໍ່ຮອດ 3 ອາທິດ ສ້າງຕຶກສູງ 57ຊັ້ນໄດ້ສໍາເລັດ!!!

JIN

ເຫຼືອເຊື່ອ! ເມື່ອບໍລິສັດຈິນໂຊວ໌ເໜືອເທບ ສ້າງຕຶກສູງ 57ຊັ້ນ ສໍາເລັດພາຍໃນ 19 ມື້ມາເບິ່ງວ່າມັນຈະອອກມາເປັນແບບໃດ!!!

ເອເຈນຊີ ບໍລິສັດກໍ່ສ້າງໃນຈິນ ຂໍໂຊສະກິນເທບ ເນລະມິກຕຶກສູງ 57 ຊັ້ນພາຍໃນເວລາບໍ່ເຖີງສາມອາທິດແຖມຍັງອວດຄຸນສົມບັດເປັນມິດກັບສິ່ງແວດລ້ອມ ອາກາດບໍລິສຸດ 99.9%.

ຊ່ວງບໍ່ພໍເທົ່າໃດມື້ຜ່ານມາ ຊາວເນັດຈີນ ຈໍານວນຫຼາຍພາກັນເວົ້າເຖີງຄລິບວີດີໂອອັນໜຶ່ງ ທີ່ບໍລິສັດ ຫຍວນຕ້າຈີ໋ຖວນ ຫຼືບຣອດກຣຸບ (远大集团 – Broad Group) ບໍລິສັດກໍ່ສ້າງຍັກໃຫຍ່ ໃນນະຄອນສັງຊາ ເມື່ອງເອກມົນທົນ ຫູໜັນເຜີຍແພ່ ສູ່ໂລກອອນໄລນ໌ ຄຣິບພາບຊ້າ (Time-lapse) ສະແດງໃຫ້ເຫັນຂະບວນການກປຸກສ້າງ ອາຄານພື້ນທີ່ຂະໜາດ 2ລ້ານຕາລາງຟຸດ ຄວາມສູງ 57ຊັ້ນ ດ້ວຍການເພິ່ງພານະວັດຕະກໍາຊິ້ນສ່ວນສໍາເລັດຮູບ (prefabricated brick) ຊຶ່ງເຮັດໃຫ້ອັດຕາຄວາມໄວສະເລ່ຍ ໃນການກໍ່ສ້າງ ຢູ່ທີ່ ສາມຊັ້ນຕໍ່ມື້ເລິຍລະ!

ການກໍ່ສ້າງ ຕຶກສູງທີ່ເອີ້ນຂານກັນວ່າ ມິນິສະກາຍ ຊີຕີ້ (Mini Sky City) ນີ້ົໄດ້ສໍາເລັດສົມບຸນລົງໃນລໄຍະເວລາ ພຽງ19ມື້ເທົ້ານັ້ນ ໂດຍມັນປະກອບດ້ວຍຫ້ອງຖົງສູງ 10ແມັດ ຈໍານວນ 19ຫ້ອງ ອາພາຣ໌ທເມັນ 800 ຫ້ອງ ແລະ ສ່ວນສໍານັກງານທີ່ບັນຈຸຄົນໄດ້ກວ່າ 4.000 ຄົນ

ກຸ່ມສື່ລາຍງານ(10 ມີນາ) ວ່າ ຕາມແຜນການໃນປີ 2012 ຕຶກຫຼັງນີ້ຖືກວາງໃຫ້ມີຄວາມສູງເຖີງ 97ຊັ້ນ ແຕ່ຫຼັ້ງຈາກເຈົ້າໜ້າທີ່ ທາງການທ້ອງຖິ່ນ ກວດສອບທົບທວນແລ້ວ ໄດ້ມີຄໍາສັ່ງໃຫ້ຕັດຈໍານວນຊັ້ນລົງ ເນື່ອງຈາກຫວັ່ນກົວຕໍ່ຄວາມປອດໄ ພ ເພາະທີ່ຕັ້ງຢູ່ໃກ້ກັບສະໜາມບິນ

ລະບົບປູກສ້າງອາຄານຈາກຊີ້ນສ່ວນສໍາເລັດຮູບ ເຊັ່ນນີ້ກໍາລັງເປັນທີ່ນິຍົມໃນຫຼາຍພື້ນທີ່ທົ່ວປະເທດຈີນ ດ້ວຍຂໍ້ດີທີຊ່ວຍປະຢັດເວລາ ແລະ ຄູນສົມບັດອັນເປັນມິດກັບສິ່ງແວດລ້ອມ ຊຶ່ງຊີ້ນສ່ວຍຂະໜາດໃຫຍ່ຂອງອາຄານ ຈະຖືກຜະລິດຂຶ້ນທີ່ໂຮງງານກ່ອນຈະຂົນຍ້າຍມາຍັງເຂດກໍ່ສ້າງ ເພື່ອດໍາເນີນການປະກອບຊ້ອນກັນສູງຂຶ້ນໄປຈົນເຖີງລະດັບທີ່ກໍາໜົດ

ບຸກຄົນ ຜູ້ໄກ້ຊິດກັບໂຄງການ ລະບຸວ່າວີທີນີ້ຊ່ວຍກໍາຈັດຝຸ່ນຜົງໃນອາຄານທີ່ເກີດອາການຈາກການກໍ່ສ້າງແບບປົກກະຕິຂະນະທີ່ການຕິຕັ້ງ ລະບົບປັບອາກາດພາຍໃນໂຕຕຶກກໍ່ຊ່ວຍໃຫ້ອາກາດບໍລິສຸດ ເຖີງ 99,9% ນອກຈາກນັ້ນການໃຊ້ແກ້ວຊະນິດໜາພິເສດຍັງກັກເກັບການປ່ອຍກາກບອນໄດອອກໄຊດ໌ ສູ່ຊັ້ນບັນຍາກາດກວ່າ 12.000 ໂຕ່ນອີກດ້ວຍ

 

JINN

JINNN

JINNNN

JINNNNN

>>>ຊົມຄລິບວີດີໂດ Time-lapse ສະແດງການກໍ່ສ້າງຕຶກສູງ 57 ຊັ້ນໃນເວາ 19 ວັນ ຂອງບໍລິສັດຈີນ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...