Homeຂ່າວຕ່າງປະເທດກຸ່ມ IS ໃຊ້​ນັກ​ຮົບ​ເດັກ ສັງ​ຫານ​ໄວ​ໜຸ່ມ​ອິດ​ສະ​ລາ​ແອນ ຍ້ອນ​ສົງ​ໄສ​ເປັນ​ສາຍ​ລັບ!

ກຸ່ມ IS ໃຊ້​ນັກ​ຮົບ​ເດັກ ສັງ​ຫານ​ໄວ​ໜຸ່ມ​ອິດ​ສະ​ລາ​ແອນ ຍ້ອນ​ສົງ​ໄສ​ເປັນ​ສາຍ​ລັບ!

Published on

558000002954001

ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິດ​ສະ​ລາມ ໃຊ້​ນັກ​ຮົບ​ເດັກສັງ​ຫານ​ໄວ​ໜຸ່ມ​ອິດ​ສະ​ລາ​ແອນ ອ້າງ​ເປັນ​ສາຍ​ລັບ​ຖືກ​ສົ່ງ​ຕົວ​ມາ​ສອດ​ແນມ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 11 ມີ​ນາ​ນີ້​ວ່າ ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິດ​ສະ​ລາມ ຫລື IS ໄດ້​ເຜີຍ​ແຜ່​ຄ​ລິບ​ວີ​ດີ​ໂອ​ລ່າ​ສຸດ ໂດຍ​ສະ​ແດງ​ໃຫ້​ເຫັນ​ພາບ ການ​ສັງ​ຫານ​ສາຍ​ລັບ​ຊາວ​ອິດ​ສະ​ລາ​ແອນ ເຊິ່ງ​ໃນ​ວີ​ດີ​ໂອ​ໄດ້​ລະ​ບຸ​ລາຍ​ລະ​ອຽດ​ຂອງ​ຜູ້​ຖືກ​ສັງ​ຫານຄື ທ້າວ ໂມ​ຮຳ​ເໝັດ ຊາ​ອິດ ອິດ​ສະ​ມາ​ອິນ ມຸດ​ຊາ​ລາມ ເຊິ່ງ​ເປັນ​ໄວ​ໜຸ່ມ​ຊາວ​ອິດ​ສະ​ລາ​ແອນເຊື້ອ​ສາຍ​ອາ​ຫລັບ ອາ​ຍຸ 19 ປີ ໂດຍ​ໄດ້​ມີ​ການ​ຖ່າຍ​ໃຫ້​ເຫັນ​ໜັງ​ສື​ຜ່ານ​ແດນ​ຂອງ​ເຂົາ ເພື່ອ​ເປັນ​ການ​ຢັ້ງ​ຢືນ​ຕົວ​ຕົນ​ອີກ​ດ້ວຍ.  ຜູ້​ເຄາະ​ຮ້າຍ​ລາຍ​ດັ່ງ​ກ່າວ​ນີ້ ໄດ້​ຖືກ​ກ່າວ​ຫາ​ວ່າ​ເປັນ​ສາຍ​ລັບ ທີ່​ຖືກ​ສົ່ງ​ຕົວ​ເຂົ້າ​ມາ​ລັກ​ສອດ​ແນມ​ພາຍ​ໃນ​ກຸ່ມ ໃນ​ຂະ​ນະ​ທີ່​ຄອບ​ຄົວ​ຂອງ​ຜູ້​ເຄາະ​ຮ້າຍ​ລາຍ​ດັ່ງ​ກ່າວ ໄດ້​ກ່າວ​ກັບ​ສື່ມວນ​ຊົນ​ວ່າ ທ້າວ ມຸດ​ຊາ​ລາມ ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ໃດໆ​ກັບ​ກຸ່ມ​ສາຍ​ລັບ​ໂມ​ຊາດ​ຂອງ​ອິດ​ສະ​ລາ​ແອນ.

 

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...