spot_img
Homeຂ່າວພາຍ​ໃນທິມ ຄຸກ ຊີດີໂອແອປເປິລ ເປີດໂຕແອປເປິລ ວອທຊ໌ ( Apple Watch) ໃໝ່ຫຼ້າສຸດ

ທິມ ຄຸກ ຊີດີໂອແອປເປິລ ເປີດໂຕແອປເປິລ ວອທຊ໌ ( Apple Watch) ໃໝ່ຫຼ້າສຸດ

Published on

ທິມຄຸກ ຊີດີໂອແອປເປິລ ເປີດໂຕແອປເປິລ ວອທຊ໌ ( Apple Watch) ທີ່ຊານຟານຊິສໂກ ສະຫະລັດ ເມື່ອວັນທີ 9 ມີນາ 2015 ນີ້

watch

ສໍານັກຂ່າວຕ່າງປະເທດລາຍງານວ່າຈາເມື່ອງຊານຟານຊິສໂກ ປະເທດສະຫະລັດອາເມລິກາ ເມື່ອວັນທີ 10 ມີນາ ວ່າ “ທິມຄຸກ” ຜູ້ບໍລິຫານແອປເປິລ ເປີດໂຕ ໂມງຂໍ້ມື ແກ໊ດເຈ໊ຕ ໂຕໃໝ່ຫຼ້າສຸດ “ແອປປິລ ວອທຊ໌ AppleWatch” ເມື່ອວັນຈັນທີ່ຜານມາໂດຍມີກໍາໜົດວາງຈໍາໜ່າຍໃນ 9ປະເທດໄດ້ແກ່ ອອສເຕຣເລຍ, ສະຫະລັດ, ຈີນ, ຮ່ອງກົງ, ຍີ່ປຸ່ນ, ຝຣັງ, ເຢຍລະມັນ, ການາດາ ແລະ ອັງກິດ ໃນວັນທີ 24 ເມສາ ນີ້ ລາຄາເລີ່ມຕົ້ນຢູ່ທີ່ໜ່ວຍລະ 349 ດອນລ່າສະຫະລັດ ລວມທັງລຸ້ນລິມິເຕັດ ອິດິຊັ່ນ ທີ່ເຮັດຈາກຄໍາ ລາຄາຢູທີ່ໜ່ວຍລະ 10​.000 ດອນລ່າສະຫະລັດ ເຮືອນຂອງໂມງເຮັດຈາກສະແຕນເລດ

ທ່ານ ຄຸກ ກ່າວວ່າ “ແອປເປິລ ວອທຊ໌” ຖືເປັນຈຸດເລີ່ມຕົ້ນໃນການນໍາເອົາ ເທກໂນໂລຊີ່ ມາເຊື່ອມເຂົ້າໄວ້ນໍາກັນ ຊຶ່ງໂມງສາມາດສະແດງພາບໜ້າຈໍໄດ້ຫຼາກຫຼາຍຕັ້ງແຕ່ໜ້າຈໍແບບຄລາກສິກ ໄປຈົນໜ້າຈໍໂຕກະຕຸນມິກກີ້ເມົາສ໌ ທີ່ເຄື່ອນໄຫວໄດ້ສາມາດເຊື່ອມຕໍ່ເຂົ້າກັບໂທລະສັບໄອໂຟນ ຜ່ານທາງໄວເລສ ສໍາລັບໃຊ້ສົ່ງຂໍ້ຄວາມ ແລະ ສົນທະນາ, ໂທລະສັບລົງແອພພລິຄຊັ່ນ ແລະ ຮອງຮັບການໃຊ້ງານເພື່ອສຸຂະພາບ ຫຼືການອອກກໍາລັງກາຍ

 

 watches

ນອກຈາກນີ້ທາງຄ່າຍຍັງອອກແບບແອປເປິລ ວອທຊ໌ ໃຫ້ສາມາດເຊື່ອມຕໍ່ເຂົ້າກັບລະບົບແອປເປິລເພຍ໌ (Applepay) ເພື່ອໃຊ້ຊໍາລະເງິນຊື້ສິ້ນຄ້າ ລວມທັງຍັງໃຊ້ເບິ່ງຮູບພາບອ່ານຂ່າວ ແລະ ເຊື່ອຕໍ່ເຂົ້າກັບເຄື່ອຂ່າຍສັງຄົມອອນໄລນ໌ ໄດ້ອີກດ້ວຍ ຊຶ່ງແອປເປິລເຜີຍວ່າ ຜູ້ປະກອບກິດຈະການທຸລະກິດຕ່າງກໍ່ໃຫ້ການຕອບຮັບ ລະບົບແອປເປິລເພຍ໌ ຊຶ່ງກໍາລັງມີຈໍານວນເພີ່ມຫຼາຍຂຶ້ນຫຼັງຈາກຍອດຂາຍໄອໂຟນທະລຸ 700ລ້ານເຄື່ອງເມື່ອບໍ່ດົນມານີ້

ຂະນະທີ່ ທິມຄຸກ ໄດ້ສາທິດການໃຊ້ ແອປເປິລ ວອທຊ໌ຕັ້ງແຕ່ການຄົ້ນຫາເນື່ອເພງຈາກສຽງໄປຈົນເຖີງການໃຊ້ເປັນ ຣີໂມທຄອນໂທຣລ (Remote control) ເປີດປິດປະຕູເຮືອນ ແລະ ສະແດງບາຣ໌ໂຄ້ດເພື່ອໃຊ້ແທນຕົວເຄື່ອງບິນ ແຕ່ຈຸດເດັ່ນຫຼັກຂອງໂມງ ຢູ່ທີ່ຟັງກ໌ຊັ່ນການເຮັດວຽກດ້ານສຸຂະພາບ ແລະ ການອອກກໍາລັງກາຍ ທີ່ມາພ້ອມກັບເຊ໊ນເຊີຣ໌ ວັດອັດຕາການເຕັ້ນຂອງຫົວໃຈຊ່ວຍປະມວນຜົນກິດຈະກໍາໃນແຕ່ລະວັນ ລວມທັງເຕືອນຜູ້ສວມໃສ່ ໃຫ້ລຸກຂຶ້ນຢ່າງຫຼືເໜັງຕິງຮ່າງກາຍ ຫຼັງຈາກທີ່ບໍ່ໄດ້ເຄື່ອນໄຫວຮ່າງກາຍເປັນເວລາດົນໆ, ໂດຍແບຕເຕີຣີມີອາຍຸການໃຊ້ງານດົນ 1 ວັນຫຼືປະມານ 18 ຊມ. ຕໍ່ການຊາຣ໌ກແບຕເຕີຣີ 1 ຄັ້ງ

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...