spot_img
Homeຂ່າວການພັດທະນາວາງສີລາລືກກໍ່ສ້າງເຂື່ອນໄຟຟ້ານ້ຳຫີນບູນ

ວາງສີລາລືກກໍ່ສ້າງເຂື່ອນໄຟຟ້ານ້ຳຫີນບູນ

Published on

ພິທີວາງສີລາລືກ ກໍ່ສ້າງໂຄງການ ເຂື່ອນໄຟຟ້ານ້ຳຫີນບູນ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າ ຂອງວັນທີ 6 ມີນາ 2015 ຢູ່ບ້ານທົ່ງລົມ ເມືອງຄູນຄຳ ແຂວງຄຳມ່ວນ ໂດຍໃຫ້ກຽດ ເປັນປະທານພິທີ ຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດ ຂົງເຂດການຜະລິດ ແລະ ຈໍລະຈອນ. ມີບັນດາລັດຖະມົນຕີວ່າການ-ຊ່ວຍວ່າການ, ເຈົ້າແຂວງ-ຮອງເຈົ້າ ແຂວງ, ພ້ອມ ດ້ວຍພາກສ່ວນທີ່ກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

ໂຄງການເຂື່ອນໄຟຟ້າ ນ້ຳຫີນບູນ ເປັນໂຄງການ ກໍ່ສ້າງເຂື່ອນໄຟຟ້າ ແບບຝາຍນ້ຳລົ້ນ ມີຈຸດປະສົງ ເພື່ອຜະລິດກະແສໄຟຟ້າ ໃນຊ່ວງລະດູແລ້ງ ເປັນຫຼັກ ໂດຍນຳໃຊ້ນ້ຳ ທີ່ໄຫຼມາຈາກທ້າຍໂຮງງານ ຜະລິດໄຟ ຟ້າພະລັງງານນ້ຳ ນ້ຳເທີນ-ຫີນບູນ. ໂຄງການນີ້ ເປັນການລົງທຶນ ຂອງລັດຖະບານ 100 ສ່ວນຮ້ອຍ ໂດຍມອບໃຫ້ ລັດວິສາຫະກິດໄຟຟ້າລາວ ເປັນຜູ້ຮັບຜິດຊອບ ຈັດຕັ້ງປະຕິບັດ ແລະ ຜູ້ຮັບເໜົາກໍ່ສ້າງ ແມ່ນ ບໍລິສັດ JV – ACAS & SSC. LTD ລວມມູນຄ່າການກໍ່ສ້າງ ທັງໝົດ 89 ກວ່າລ້ານ ໂດລາສະຫະລັດ ໂດຍໄດ້ຮັບການສະໜັບສະໜູນເງິນກູ້ ຈາກທະນາຄານກຸງໄທ.

ໂຄງການນີ້, ມີໄລຍະການກໍ່ສ້າງ ທັງໝົດ 36 ເດືອນ ເລີ່ມຕັ້ງແຕ່ວັນທີ 1 ກໍລະກົດ 2013 ຫາ 30 ມີຖຸນາ 2016. ລັກສະນະຂອງເຂື່ອນ ເປັນປະເພດຫີນຖົມອັດແໜ້ນ, ມີຄວາມສູງປະມານ 27 ແມັດ, ຍາວ 120,27 ແມັດ, ລະດັບນ້ຳສູງສຸດ ຂອງອ່າງເກັບນ້ຳ 155 ແມັດ ທຽບໃສ່ລະດັບນ້ຳທະເລ ແລະ ເນື້ອທີ່ອ່າງໂຕ່ງນ້ຳ 9759,9 ກິໂລຕາແມັດ, ກວ້າງປະມານ 1ກິໂລແມັດ, ຍາວ 30 ກິໂລແມັດ, ມີກຳລັງຕິດຕັ້ງ 30 ເມກາວັດ ແລະ ມີເຄື່ອງຈັກ 2 ໜ່ວຍ, ມີລະບົບສາຍສົ່ງ 155 ກິໂລໂວນ ເຊື່ອມຕໍ່ໃສ່ສະຖານີຄອນສົງ ຢູ່ບ້ານຄອນສົງ ເມືອງປາກກະດິງ ແຂວງບໍລິຄຳໄຊ.

ຖ້າຫາກໂຄງການນີ້ກໍ່ສ້າງສຳເລັດ ຈະສາມາດຜະລິດກະແສໄຟຟ້າ ໄດ້ທັງໜົດ 155.23 ລ້ານກິໂລວັດໂມງຕໍ່ປີ ໂດຍຈະສະໜອງ ກະແສໄຟຟ້າໃຫ້ພາຍໃນປະເທດ ໂດຍສະເພາະ ແມ່ນ ຢູ່ບັນດາແຂວງພາກ ກາງ ຂອງລາວ. ເນື່ອງຈາກເຂື່ອນແຫ່ງນີ້ ມີນໍ້າພຽງພໍ ໃນລະດູແລ້ງ ຈຶ່ງສາມາດຜະລິດໄຟຟ້າທົດແທນ ໃຫ້ເຂື່ອນອື່ນໆ ໄດ້ເປັນຢ່າງດີ.
ນອກຈາກນັ້ນ. ໂຄງການນີ້ ຍັງສາມາດນຳໃຊ້ນ້ຳໜ້າອ່າງ ສະໜອງໃຫ້ຊົນລະກະເສດ ໃນເນື້ອທີ່ຕອນລຸ່ມ ຂອງເຮືອນຈັກ ປະມານ 2.500 ເຮັກຕາ ໂດຍຈະປ່ອຍນ້ຳໄດ້ 5 ແມັດກ້ອນ ຕໍ່ວິນາທີ ຕະຫຼອດໄລ ຍະເວລາການຜະລິດກະເສດ. ທັງນີ້, ກໍ່ເພື່ອຕອບສະໜອງ ການພັດທະນາກະສິກຳ ໃນເຂດດັ່ງກ່າວ ທັງເປັນການປະກອບສ່ວນ ໃນການຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ດີຂຶ້ນເທື່ອລະກ້າວ. ເວົ້າໄດ້ວ່າ ເປັນໂຄງການນີ້ ຈິ່ງມີປະສິດທິຜົນສູງ ຄື: ໄດ້ທັງໄຟຟ້າ ແລະ ໄດ້ທັງນໍ້າຊົນລະປະທານ.

ແຫລ່ງ: ຫ້ອງວ່າການລັດຖະບານ
ຜູ້ຂຽນ: ຂ່າວ ແລະ ພາບ ໂດຍ: ອານຸພາບ ອານຸລັກ

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...