Homeຂ່າວພາຍ​ໃນເອຟເອ ຈັກໜັກຕັ້ງ ຂໍ້ຫາອີແວັນສ໌ ແລະ ຊິສເຊ່ແລ້ວ ອາດຈະຖືກແບນເຖີງ 6 ເກັມ

ເອຟເອ ຈັກໜັກຕັ້ງ ຂໍ້ຫາອີແວັນສ໌ ແລະ ຊິສເຊ່ແລ້ວ ອາດຈະຖືກແບນເຖີງ 6 ເກັມ

Published on

ເອຟເອ ຈັກໜັກຕັ້ງ ຂໍ້ຫາອີແວັນສ໌ ແລະ ຊິສເຊ່ແລ້ວ ອາດຈະຖືກແບນເຖີງ 6 ເກັມ

ອີແວັນສ

ສະມາຄົມລູກໜັງເມື່ອງຜູ້ດີ ຈັດການຕັ້ງຂໍ້ຫາ ຈອນນີ່ ອີແວັນສ໌ ແລະ ປາປິສສ໌ ຊິສເຊ່ 2 ນັກເຕະ ຫຼັງຈາກທັງສອງເປີດມະຫາສົງຄາມ ນໍ້າລາຍແຕກຟົ້ງໃສ່ກັນໃນເກັມລີກທີ່ ແມນເຊັສເຕີຢູໄນເຕັດ ຊະນະ ນິວຄາສເຊິ່ລ ເມື່ອວັນພຸດທີ່ຜ່ານມາ. ງານນີ້ ຫາກວ່າທັງສອງຄົນຜິດແທ້ກໍ່ຈະມີສິດຖືກແບນຍາວເຖີງ6ເກັມ.

ສະມາຄົມບານເຕະອັງກິດ(ເອຟເອ) ໄດ້ຈັດການຕັ້ງຂໍ້ຫາ ຈອນນີ່ ອີແວັນສ໌ ກອງຫຼັງ ແມນເຊັສເຕີຢູໄນເຕັດ ແລະປາປິສສ໌ ຊິສເຊ່ ນິວຄາສເຊິ່ລ ຢູໄນເຕັດ ກໍລະນີທັງສອງຄົນກ່ຽວພັນກັບເຫດການເປີດສຶກຖົ່ມນໍ້າລາຍໃສ່ກັນ ໃນເກັມລີກທີ່ ‘ຜີສາດແດງ” ຊະນະ 1-0 ເມື່ອວັນພຸດ ທີ່4 ມີນາທີ່ຜ່ານມາ

ພາບຊ້າທາງໂທລະພາບສະແດງໃຫ້ເຫັນວ່າ ອີແວັນສ໌ ເໝືອນວ່າຈະຖົ່ມນໍ້າລາຍໃສ່ ຊິສເຊ່ ຫຼັງຈາກທີ່ທັງສອງປະທະກັນບໍລິເວັນກາງສະໜາມໃນຊ່ວງເຄິ່ງເວລາທໍາອິດ ເຮັດໃຫ້ກອງໜ້າຊາວເຊເນກັລ ໂມໂຫຈົນເໝືອນກັບວ່າຈະຖົ່ມນໍ້າລາຍໃສ່ຄືນ

ຫຼ້າສຸດ ຊິສເຊ່ ໄດ້ອອກຖະແຫຼງການຂໍໂທດ ກ່ຽວກັບເຫດການດັ່ງກ່າວແລ້ວ ໃນຂະນະທີ່ ອີແວັນສ໌ ຊຶ່ງໄດ້ຮັບການໜຸນຫຼັງຈາກ ຫຼຸຍສ໌ ຟານ ກັລ ຜູ້ຈັດການທີມຂອງ “ຜີສາດແດງ” ຍັງຄົງປະຕິເສດວ່າບໍ່ໄດ້ສະແດງພຶດຕິກໍາຖົ່ມນໍ້າລາຍໃສ່ ດາວຍິງ “ສາລິກາດົງ”

ໃນຂະນະດຽວກັນ ແອນໂທນີ່ ເທຍ໌ເລີຣ໌ ຜູ້ຕັດສິນໃນເກັມດັ່ງກ່າວເຜີຍວ່າຕົນໄດ້ລາຍງານໄປແລ້ວວ່າເບິ່ງບໍ່ເຫັນເຫດການດັ່ງກ່າວຢ່າງໃດກໍ່ຕາມ ສະມາຄົມລູກໜັງເມື່ອງຜູ້ດີໄດ້ຕັ້ງຂໍ້ຫານັກເຕະທັງສອງຄົນ ຫຼັງຈາກທີ່ອາດີດກໍາມະການ 3 ທ່ານໂຫວດຢ່າງເປັນເອກະສັນວ່າ ພວກເຂົາຄວນຈະຖືກໃບແດງ

ທັ່ງນີ້ ດາວເຕະຊາວໄອຣ໌ແລນດ໌ເໜືອ ແລະ ຊິສເຊ່ ມີເວລາຈົນເຖີງ18:00 ນາທີ( 1:00 ນາທີ ຕາມເວລາປະເທດລາວ) ເພື່ອທີ່ຈະຕັດສິນໃຈຍື່ນອຸທອນຂໍ້ກ້າວຫາດັ່ງກ່າວ ແຕ່ຖ້າຫາກມີການຍື່ນຂໍ້ກ້າວຫານີ້ ນັກເຕະທັງສອງຄົນຈະຕ້ອງ ຖືກແບນເຖີງ 6 ແມັຕຊ໌ດ້ວຍກັນ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...