Homeຂ່າວພາຍ​ໃນລາວ-ຫວຽດນາມ ຮ່ວມ​ລົງ​ນາມ​ສັນຍາ​ຮ່ວມ​ມື​ການ​ຄ້າ​ສອງ​ຝ່າຍ​ສະບັບ​ໃໝ່​

ລາວ-ຫວຽດນາມ ຮ່ວມ​ລົງ​ນາມ​ສັນຍາ​ຮ່ວມ​ມື​ການ​ຄ້າ​ສອງ​ຝ່າຍ​ສະບັບ​ໃໝ່​

Published on

Laos-viet

ພິທີ ​ຮ່ວມ​ລົງ​ນາມ​ສັນຍາ​ຮ່ວມ​ມື​ທາງ​ດ້ານ​ການ​ຄ້າລະຫວ່າງ ສປປ ລາວ ​ແລະ ສສ ຫວຽດນາມ ສະບັບ​ໃໝ່​ເພື່ອ​ປ່ຽນ​ແທນ​ສະບັບ​ເກົ່າ​ທີ່​ສອງ​ຝ່າຍ​ໄດ້​ຕົກລົງ​ນຳ​ກັນ​ ເມື່ອ​ປີ 1998 ຜ່ານ​ມາ ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 3 ມີນາ​ນີ້ ທີ່​ນະຄອນ ຫລວງ​ວຽງ​ຈັນ ລະ ຫວ່າງ​ທ່ານ​ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ລາວ ​ແລະ ທ່ານ ຫວູ່​ຮຸຍ​ຮວາງ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ-ການ​ຄ້າ ສສ ຫວຽດນາມ ​ໂດຍ​ການ​ເຂົ້າ ຮ່ວມ​ເປັນ​ສັກຂີ​ພິຍານ​ຂອງ​ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ, ຜູ້​ຊີ້ນຳ​ວຽກ​ງານ​ຂົງ​ເຂດ​ເສດຖະກິດ​ການ​ຜະລິດ ​ແລະ ຈໍລະ​ຈອນ ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ ສສ ຫວຽດນາມ​ປະຈຳ​ລາວ ​ເພື່ອ​ເພີ່ມ​ທະວີ​ຮັດ​ແໜ້ນ​ການ​ພົວພັນ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ການ​ຄ້າ​ ລະຫວ່າງ​ສອງ​ປະ​ເທດ ລາວ-ຫວຽດນາມ ​ໃຫ້​ກວ້າງ ຂວາງ​ເລິກ​ເຊິ່ງ ​ແລະ ມີ​ປະສິດທິພາບ​ສູງ​ຂຶ້ນ.

ສັນຍາ​ຮ່ວມ​ມື​ດ້ານ​ການ​ຄ້າ​ສະບັບ​ໃໝ່​ນີ້ ປະກອບ​ມີ 6 ໝວດ ​ແລະ 16 ມາດຕາ, ກວມ​ເອົາ​ວຽກ​ງານ​ທີ່​ຕິດ​ພັນ​ກັບ​ຂະ​ແໜງ​ການ​ຄ້າ, ສິນຄ້າ ​ແລະ ດ້ານ​ບໍລິການ ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້ການ​ພົວພັນ​ແລກປ່ຽນ​ສິນຄ້າ ​ແລະ ການ​ເຂົ້າສູ່​ຕະຫລາດ, ​ໃນ​ນັ້ນ ສອງ​ຝ່າຍ​ໄດ້​ເປັນ​ເອກະ​ພາບ​ຕົກລົງ​ລຶບລ້າງ​ພາສີ​ຫລາຍ​ກວ່າ 95% ຂອງ​ຈຳ ນວນ​ລາຍການ​ສິນຄ້າ​ທີ່​ມີ​ຕົ້ນກຳ​ເນີ​ດຢູ່​ສອງ​ປະ​ເທດ ​ແລະ ​ໃຫ້​ບູລິ​ມະ​ສິດ​ພາສີ​ນຳ​ເຂົ້າສິນຄ້າ​ທີ່​ຫວຽດນາມ​ໄດ້​ອະນຸຍາດ​ພິ​ເສດ​ໃຫ້​ແກ່​ລາວ ​ແລະ ສັນຍາ​ສະບັບ​ໃໝ່​ນີ້ຈະ​ມີ​ຜົນ​ບັງຄັບ​ນັບ​ແຕ່​ສອງ​ຝ່າຍ​ໄດ້​ເຮັດ​ສຳ​ເລັດ​ບັນດາ​ເອກະສານ​ມີ​ການ​ພົວພັນ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ສອງ​ຝ່າຍ.

ລັດຖະມົນຕີ​ການ​ຄ້າ​ສອງ​ປະ​ເທດ ​ໃຫ້​ຮູ້​ໃນ​ພິທີ​ວ່າ: ສັນຍາ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ສະບັບ​ໃໝ່​ນີ້ ​ເຊິ່ງບໍ່​ພຽງ​ແຕ່​ເປັນ​ພື້ນຖານ​ດ້ານ​ລະບຽບ​ກົດໝາຍ​ເທົ່າ​ນັ້ນ ມັນ​ຍັງ​ຊ່ວຍ​ເປີດ​ກວ້າງ​ກາລະ​ໂອກາດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຄ້າ, ການ​ບໍລິການ ​ແລະ ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ກະຕຸກ​ຊຸກຍູ້​ການ​ພົວພັນ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບ ດ້ານ​ລະຫວ່າງ​ສອງ​ປະ​ເທດ ລາວ-ຫວຽດນາມ ທີ່​ມີ​ມູນ​ເຊື້ອມາ​ແຕ່​ດົນ​ນານ​ແລ້ວນັ້ນ ນັບ​ມື້ຂະຫຍາຍ​ໂຕ ​ແລະ ​ແຕກ​ດອກ​ອອກ​ຜົນ​ງອກ​ງາມ​ຍິ່ງໆ​ຂຶ້ນ. ພິ​ເສດ​ແມ່ນ​ຈະ​ຊ່ວຍ​ໃຫ້ການ​ພົວພັນ​ຮ່ວມ​ມື​ການ​ຄ້າ ລາວ-ຫວຽດນາມ ໝັ້ນຄົງ, ​ໂປ່​ງ​ໃສ ​ແລະ ​ແທດ​ເໝາະ​ກັບ​ຫລັກການ​ລວມຂອງ​ສາກົນ ​ແລະ ທ່າ​ແຮງ​ບົ່ມ​ຊ້ອນ​ຂອງ​ແຕ່ລະ​ປະ​ເທດ, ນຳ​ຜົນ​ປະ​ໂຫຍ​ດອັນ​ແທ້​ຈິງ​ມາສູ່​ປະຊາຊົນ ​ແລະ ບັນດາ​ຫົວໜ່ວຍ​ທຸລະ​ກິດ​ຂອງ​ສອງ​ປະ​ເທດ ສາມາດ​ເສີມ​ຂະຫຍາຍ​ທ່າ​ແຮງ​ບົ່ມ​ຊ້ອນ​ຂອງ​ແຕ່ລະ​ຝ່າຍ​ແທດ​ເໝາະ​ກັບ​ສະພາບ​ສາກົນ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າກັບ​ຂົງ​ເຂດ ​ແລະ ຂອງ​ໂລກ.

ທ່ານ ​ຮອງ​ນາຍົກລັດຖະມົນຕີ ສົມ​ສະຫວາດ ​ເລັ່ງສະຫວັດ ມີ​ຄຳ​ເຫັນ​ໃນ​ພິທີ​ວ່າ: ສັນຍາ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ສະບັບ​ໃໝ່​ນີ້ ມັນ​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ ​ເພື່ອ​ແນ​ໃສ່​ຈັດຕັ້ງປະຕິບັດ​ຜົນ​ການ​ຊີ້ນຳ​ຂອງ​ການ​ນຳ​ສອງ​ປະ​ເທດ ກໍ​ຄື​ຜົນ​ກອງ​ປະຊຸມ​ຂອງ​ຄະນະ​ກຳມະການ​ຮ່ວມ​ມື​ສອງ​ຝ່າຍ ຄັ້ງທີ 37 ​ແລະ ພ້ອມ​ນີ້ ກໍ​ຮຽກຮ້ອງ​ໄປ​ຍັງ​ບັນດາ​ກະຊວງ ​ແລະ ຂະ​ແໜງ​ການ​ກ່ຽວຂ້ອງ​ຕ່າງໆ ຈົ່ງ​ເອົາ​ໃຈ​ໃສ່​ປະສານ​ສົມທົບ​ແໜ້ນ​ກັບ​ກະຊວງ​ຜູ້​ເປັນ​ເຈົ້າການເພື່ອ​ ຈັດຕັ້ງປະຕິບັດ​ສັນຍາ​ຮ່ວມ​ມື​ສະບັບ​ນີ້ປະສົບ​ຜົນສຳ​ເລັດ​ສູງ​ຕາມ​ຄວາມ​ມຸ້ງ ​ຫວັງ​ຂອງ​ສອງ​ຝ່າຍ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...