Homeຂ່າວພາຍ​ໃນລາວ-ອີ​ຢູ ຈິງ​ຈັງ​ຊອກ​ຊ່ອງ​ທາງຢຸດ​ການ​ຄ້າ​ໄມ້​ເຖື໋ອນ!

ລາວ-ອີ​ຢູ ຈິງ​ຈັງ​ຊອກ​ຊ່ອງ​ທາງຢຸດ​ການ​ຄ້າ​ໄມ້​ເຖື໋ອນ!

Published on

e7090e9b1d7b25503f3053704fa2afe7

ປະ­ຈຸ​ບັນ​ການ​ຄ້າ​ໄມ້​ເຖື່ອນ​ແມ່ນຍັງ​ມີ​ຢູ່​ຢ່າງ​ແພ່​ຫຼາຍ ຊຶ່ງ​ຈຳ­ເປັນ​ຕ້ອງຊອກ​ຊ່ອງ​ທາງ​ຢຸດ​ບັນ­ຫາ​ດັ່ງ­ກ່າວ ໂດຍ ເພີ່ມ​ຄວາມ​ເຂັ້ມ​ງວດ​ຂອດ​ການ​ປະ­ສານ​ງານ​ກັບ​ເຈົ້າ​ໜ້າ­ທີ່ໆ​ກ່ຽວ­ຂ້ອງ​ໃນ​ ການ​ປົກປັກ​ຮັກ­ສາ​ປ່າ­ໄມ້​ທຳ​ມະ​ຊາດ ເພື່ອ​ຫຼຸດອັດ­ຕາ​ຄ້າ​ໄມ້​ຜິດ​ກົດ­ໝາຍ​ກ້າວ​ໄປ​ເຖິງການ​ຢຸດ­ຕິ​ດ້ວຍ​ການ​ ບັງ­ຄັບ​ໃຊ້​ກົດ­ໝາຍ.

ບັນ­ຫາ​ການ​ຄ້າ​ໄມ້​ເຖື່ອນ​ພວມ​ເປັນໄພ​ຄຸກ​ຄາມ​ຕໍ່​ພື້ນ​ທີ່​ປ່າ­ໄມ້​ໃນ​ລາວ ຊຶ່ງນັບ​ມື້​ບົກ​ແຫ້ງ​ລົງ, ສະ­ຫະ­ພາບ​ເອີ​ຣົບ ຫຼື ອີ​ຢູ ຈິ່ງ​ຮ່ວມ​ມື​ກັບ​ລັດ­ຖະ­ບານ​ເພື່ອ​ຫາທາງ​ແກ້​ໄຂ​ທີ່​ຈິງ​ຈັງ ແລະ ຖືກ​ທິດ.

ທ່ານ ມີ​ແຊນ ໂກ​ແຟງ ອຸ­ປະ​ທູດ​ສຳນັກ​ງານ​ຜູ້­ຕາງ­ໜ້າ​ສະ­ຫະ­ພາບ​ເອີ​ຣົບປະ­ຈຳ ສປປ ລາວ ໄດ້​ກ່າວ​ໃນ​ກອງ​ປະຊຸມ​ທົບ​ທວນ​ກົດ­ໝາຍ​ວ່າ​ດ້ວຍ​ການ​ຄຸ້ມ ຄອງ ແລະ ການ​ຄ້າ​ໄມ້​ວ່າ: ຂໍ້​ຕົກ­ລົງການ​ເປັນ​ຄູ່​ຮ່ວມ​ສັນ­ຍາ​ການ​ຄ້າ​ແບບ​ສະໝັກ​ໃຈ (VPA) ແມ່ນ​ມາດ​ຕະ­ການ​ສຳລັບ​ຂອດ​ສະ­ໜອງ ເພື່ອ​ຊ່ວຍ­ເຫຼືອ​ປະ­ເທດຕ່າງໆ​ເປັນ­ຕົ້ນ ສປປ ລາວ ໃນ​ການ​ແກ້ໄຂ​ສິ່ງ​ທ້າ​ທາຍ​ຂອງ​ຂະ­ແໜງ​ປ່າ­ໄມ້, ແຜນ​ງານ​ສັນ­ຍາການ​ຄ້າ​ແບບ​ສະ­ໝັກໃຈ ໄດ້​ພະ­ຍາ­ຍາມ​ຊ່ວຍ­ເຫຼືອ​ແກ້​ໄຂ​ສິ່ງທ້າ​ທາຍ​ຕ່າງໆ​ທີ່​ທົ່ວ​ຂະ­ແໜງ­ການ​ ພວມ​ປະ​ເຊີນ ບໍ່​ສະ­ເພາະ​ແຕ່​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ກັບ​ການ​ສົ່ງ​ອອກ​ໄມ້​ໄປ​ຍັງ​ ຕະ­ຫຼາດ​ເອີ​ຣົບ.

ກົດ­ໝາຍ​ວ່າ​ດ້ວຍ​ການ​ຄ້າ​ໄມ້​ຂອງ​ອີຢູ ແມ່ນ​ໜຶ່ງ​ໃນ​ບັນ­ດາ​ເຄື່ອງ­ມື​ຂອງ​ແຜນປະ­ຕິ­ບັດ​ງານ​ພາຍ​ໃຕ້​ຂອບ​ແຜນ​ງານ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ກົດ­ໝາຍ, ການ​ຄຸ້ມຄອງ ແລະ ການ​ຄ້າ​ໄມ້ ( FLEGT ) ຊຶ່ງ​ມີ​ເປົ້າ​ໝາຍ​ທີ່​ຈະ​ຢຸດ​ເຊົາ​ການ​ຄ້າ​ໄມ້ ເຖື່ອນ, ອີ​ຢູ ໃນ​ນາມ​ທີ່​ເປັນ​ຜູ້​ຊົມ­ໃຊ້​ຜະ ລິດ​ຕະ​ພັນ​ໄມ້ ແລະ ເລີ່ມ​ນຳ​ໃຊ້​ກົດ­ໝາຍ​ວ່າ​ດ້ວຍ​ການ​ຄ້າ ໄມ້​ຂອງ​ອີ​ຢູ​ໃນ​ເດືອນ​ມີ­ນາ 2013, ກົດໝາຍ​ດັ່ງ­ກ່າວ​ນີ້ ໄດ້​ຫ້າມ​ການ​ນຳ​ເອົາ​ໄມ້ ແລະ ຜະ­ລິດ​ຕະ​ພັນ​ໄມ້​ທີ່​ມີ​ແຫຼ່ງ​ທີ່​ມາຜິດ​ກົດ­ໝາຍ​ເຂົ້າ​ໄປ​ຂາຍ​ໃນ​ຕະ­ຫຼາດ ​ເອີຣົບ, ສຳ­ລັບ​ຕະ­ຫຼາດ​ເອີ​ຣົບ​ຜະ­ລິດ​ຕະ​ພັນເຟີ​ນິ​ເຈີ​ໄມ້​ເປັນ​ໜຶ່ງ​ໃນ​ບັນ­ດາ​ ຕະ­ຫຼາດ​ທີ່ໃຫຍ່​ສຸດ​ໃນ​ໂລກ ມີ​ມູນ​ຄ່າ​ເຖິງ 23 ຕື້​ເອີໂຣ​ຕໍ່​ປີ ມີ​ປະ­ມານ 15-20% ແມ່ນ​ມາຈາກ​ການ​ນຳ​ເຂົ້າ.

ໂດຍ​ພາຍ​ໃຕ້​ແຜນ​ງານ FLEGT ອີ​ຢູ​ຍັງ​ໄດ້​ເລີ່ມ​ນຳ​ໃຊ້​ລະ­ບົບ​ຂໍ້​ຕົກ­ລົງ​ການເປັນ​ຄູ່​ຮ່ວມ​ທາງ​ການ​ ຄ້າ​ແບບ ສະ­ໝັກ​ໃຈ ເພື່ອ​ຮັບ­ປະ­ກັນ​ວ່າ​ມີ​ສະ­ເພາະ​ໄມ້ ແລະ ຜະ­ລິດ​ຕະ​ພັນ​ໄມ້ທີ່​ມີ​ແຫຼ່ງ​ທີ່​ມາ​ຖືກ­ຕ້ອງຕາມ​ກົດ­ໝາຍ​ເທົ່າ​ນັ້ນ ທີ່​ສົ່ງ​ໄປ​ຂາຍ​ໃນຕະ­ຫຼາດ​ເອີ​ຣົບຈາກ​ບັນ­ດາ​ປະ­ເທດ​ທີ່​ເຊັນຂໍ້​ຕົກ­ລົງ​ ເຂົ້າ​ຮ່ວມ​ໃນ​ແຜນ​ງານ​ນີ້ ແລະ ໄດ້​ເລີ່ມ​ການ​ເຈລະ­ຈາ​ຂໍ້​ຕົກ­ລົງ​ການ​ເປັນຄູ່​ຮ່ວມ​ທາງ​ການ​ຄ້າ​ແບບ​ ສະ­ໝັກ​ໃຈສອງ​ຝ່າຍ​ກັບ​ບັນ­ດາ​ປະ­ເທດ​ທີ່​ສົ່ງ​ອອກໄມ້ ແລະ ຜະ­ລິດ​ຕະ​ພັນ​ໄມ້​ຈາກ​ທົ່ວໂລກ, ສ່ວນ​ໃນ ສປປ ລາວ ລັດ­ຖະ­ບານເຢຍ​ລະ​ມັນ​ກໍ​ໄດ້​ໃຫ້­ການ​ຊ່ວຍ­ເຫຼືອ​ລາວ ມູນ​ຄ່າ 5,8 ລ້ານ​ເອີ​ໂຣ ເພື່ອ​ສະ­ໜັບສະ​ໜູນ​ຂະ​ບວນ​ການ​ຕ່າງໆ​ພາຍ​ໃຕ້ແຜນງານ FLEGT ແລະ ການ​ເຈລະ­ຈາ​ຂໍ້​ຕົກລົງ VPA ຜ່ານ​ໂຄງ­ການ​ສະ­ໜັບ­ສະ­ໜູນແຜນ​ງານ FLEGT.

ພ້ອມ​ດຽວ​ກັນ​ນີ້ ຫາ​ກວ່າ​ໄດ້​ຕົກ­ລົງ ກັນ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ​ຂໍ້​ຕົກ­ລົງ VPA ຈະ​ໄດ້​ບັນ­ຈຸ​ເອົາ​ບັນ­ດາ​ຄວາມ​ມຸ່ງ​ຫວັງ, ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຕົວ​ຈິງ​ຂອງ​ທັງສອງ​ຝ່າຍ ເພື່ອ​ຢຸດ​ການ​ຄ້າ​ໄມ້​ທີ່​ຜິດ​ກົດໝາຍ ໂດຍ​ສະ­ເພາະການ​ສ້າງ​ຂອບ​ເພື່ອອອກ​ໃບ​ອະ­ນຸ­ຍາດ​ເປັນ​ການ​ຢັ້ງ­ຢືນຄວາມ​ ຖືກ­ຕ້ອງ​ທາງ​ກົດ­ໝາຍ​ຂອງ​ໄມ້ ແລະ ຜະ­ລິດ​ຕະ​ພັນ​ໄມ້​ທີ່​ສົ່ງ​ອອກ​ໄປ​ຕະຫຼາດ​ອີ​ຢູ, ຂໍ້​ຕົກ­ລົງ​ນີ້ ຊຶ່ງ​ສ້າງ​ຂຶ້ນ​ບົນພື້ນ­ຖານ​ຮູບ​ແບບ​ການ​ມີ​ສ່ວນ​ຮ່ວມ​ຂອງທຸກ​ພາກ­ສ່ວນ​ບໍ່​ ວ່າ​ຈະ​ເປັນ​ອົງ­ການ​ຈັດຕັ້ງ​ທາງ​ສັງ­ຄົມ ແລະ ພາກ​ເອ­ກະ​ຊົນ ນອກ​ນີ້ ຍັງ​ເປັນ​ການ​ສົ່ງ­ເສີມ​ການ​ບັງຄັບ​ໃຊ້​ກົດ­ໝາຍ​ປ່າ­ໄມ້​ໃຫ້​ໄດ້​ດີ​ຂຶ້ນ​ ກວ່າເດີມ, ເປັນ​ການ​ອຳ­ນວຍ​ຄວາມ​ສະ­ດວກໃນ​ການ​ເຂົ້າ​ເຖິງ​ຕະ­ຫຼາດ​ເອີ​ຣົບ​ໃຫ້​ໄດ້ງ່າຍ ​ຂຶ້ນ ແລະ ບາງ­ທີ​ກໍ​ອາດ​ຈະ​ລວມເຖິງ​ຕະ­ຫຼາດ​ອື່ນໆ​ທີ່​ຮຽກ­ຮ້ອງ​ໃຫ້​ມີຄວາມ​ຖືກ­ຕ້ອງ​ ທາງ​ກົດ­ໝາຍ​ໃນ​ແຫຼ່ງ​ທີ່​ມາ​ຂອງ​ໄມ້.

ເພື່ອ​ແກ້​ໄຂ​ບັນ­ຫາ​ທັງ​ໝົດ​ເຫຼົ່າ­ນັ້ນມັນ​ຮຽກ­ຮ້ອງ​ໃຫ້​ມີ​ການ​ປະ­ສານ​ ງານກັນ​ຢ່າງ​ເຂັ້ມ​ງວດ ລະ­ຫວ່າງ​ບັນ­ດາ​ເຈົ້າ ໜ້າ­ທີ່​ກ່ຽວ­ຂ້ອງ​ຂອງ​ປະ­ເທດ​ຕ່າງໆ ໃນ​ການ​ປົກ​ປັກ​ຮັກ­ສາ​ປ່າ­ໄມ້​ທຳ​ມະ​ຊາດຈາກ​ການ​ຂຸດ​ຄົ້ນ, ຊຶ່ງ​ລັດ­ຖະ­ບານ​ລາວ ໄດ້​ສະ­ແດງ​ເຈດ​ຈຳ­ນົງ​ທີ່​ຈະ​ມີ​ສ່ວນ​ຮ່ວມໃນ​ຂະ​ບວນ​ການ​ເປັນ​ຄູ່​ຮ່ວມ​ການ ​ຄ້າແບບ​ສະ­ໝັກ​ໃຈ​ກັບ​ອີ​ຢູ ໂດຍ​ຈະ​ນຳ­ໄປ​ສູ່​ການ​ເຈລະ­ຈາ​ຂໍ້​ຕົກ­ລົງ​ເພື່ອ​ທີ່​ຈະ​ສົ່ງອອກ​ໄມ້ ແລະ ຜະ­ລິດ​ຕະ​ພັນ​ໄມ້​ທີ່​ຖືກຕ້ອງ​ຕາມ​ກົດ­ໝາຍ​ຈາກ​ລາວ​ໄປ​ຍັງ​ຕະ ຫຼາດ​ອີ​ຢູ.

ບາງ​ປະ­ເທດ​ທີ່​ເປັນ​ປາຍ­ທາງ​ການ​ສົ່ງ​ອອກ​ຜະ­ລິດ​ຕະ​ພັນ​ໄມ້​ທີ່​ສຳ­ຄັນ​ ຂອງລາວ​ເຊັ່ນ ຫວຽດ­ນາມ, ໄທ ກໍ​ໄດ້​ເລີ່ມ ມີ​ສ່ວນ​ຮ່ວມ​ໃນ​ຂະ​ບວນ​ການ​ເຊັ່ນ​ດຽວກັນ​ນີ້​ກັບ​ທາງ​ອີ​ຢູ, ສ່ວນ​ປະ­ເທດ​ອິນ​ໂດເນ​ເຊຍ​ແມ່ນ​ໄດ້​ໃຫ້​ສັດ­ຕະ­ຍາ­ບັນ ຂໍ້​ຕົກ ລົງ VPA ກັບ​ອີ​ຢູ​ແລ້ວ ພວມ​ຈັດ​ຕັ້ງປະ­ຕິ­ບັດ​ຂໍ້​ຕົກ­ລົງ​ດັ່ງ­ກ່າວ, ສຳ­ລັບ​ບັນດາ​ປະ­ເທດ​ອາ​ຊຽນ ເປັນ­ຕົ້ນກຳ­ປູ­ເຈຍ, ຟີ​ລິບ​ປິນ, ມຽນ​ມາ​ກໍ​ມີ​ຄວາມ​ສົນ­ໃຈ​ໃນຂະ​ບວນ​ການ​ເປັນ​ຄູ່​ຮ່ວມ​ທາງ​ການ​ຄ້າແບບ​ ສະ­ໝັກ​ໃຈ.

ກອງ​ປະ­ຊຸມ​ທົບ​ທວນ​ກົດ­ໝາຍ​ການຄຸ້ມ​ຄອງ ແລະ ການ​ຄ້າ​ໄມ້​ຂອງ​ສະ­ຫະພາບ​ເອີ​ຣົບ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 4 ມີ­ນານີ້ ທີ່​ສຳ­ນັກ­ງານ​ໃຫຍ່​ຂອງ​ອີ​ຢູ​ປະ­ຈຳ ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ມີ​ບັນ­ດາ​ສື່ມວນ​ຊົນ​ເຂົ້າ​ຮ່ວມ.

 

ແຫລ່ງ​ຂ່າວ: ເສດ​ຖະ​ກິດ – ສັງ​ຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...