spot_img
Homeຂ່າວຕ່າງປະເທດເຮືອ​ບິນ​ໂດຍ​ສານຕຸ​ຣະ​ກີ ໄຫລ​ອອກ​ຕົກ​ຣັນ​ເວ​ຢູ່​ເນ​ປານ ເຊົ້າ​ມື້​ນີ້!

ເຮືອ​ບິນ​ໂດຍ​ສານຕຸ​ຣະ​ກີ ໄຫລ​ອອກ​ຕົກ​ຣັນ​ເວ​ຢູ່​ເນ​ປານ ເຊົ້າ​ມື້​ນີ້!

Published on

news07

ເຮືອ​ບິນ​ໂດຍ​ສານ​ເຕີ​ກິດ ແອ​ຣ໌ລາຍ ໄຫລ​ອອກ​ຕົກ​ຣັນ​ເວ​ຢູ່​ເນ​ປານ ໃນ​ລະ​ຫວ່າງ​ການ​ລົງ​ຈອດ​ຢູ່​ສະ​ໜາມ​ບິນ ນະ​ຄອນ​ຫລວງ​ກາດ​ມັນ​ດຸ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 4 ມີ​ນາ​ນີ້​ວ່າ ເກີດ​ເຫດ​ເຮືອ​ບິນ​ສາຍ​ການ​ບິນເຕີ​ກິດ ແອ​ຣ໌​ລາຍ ໄຫລ​ອອກ​ຕົກ​ຣັນ​ເວ ລະ​ຫວ່າງ​ການ​ລົງ​ຈອດ​ທີ່​ສະ​ໜາມ​ບິນ​ນະ​ຄອນ​ຫລວງ​ກາດ​ມັນ​ດຸ ປະ​ເທດ​ເນ​ປານ ທ່າມ​ກາງ​ທັດ​ສະ​ນະ​ວິ​ໄສ​ທີ່​ຫຍຸ້ງ​ຍາກ​ລຳ​ບາກ ຍ້ອນ​ໝອກ​ລົງ​ໜາ​ຈັດ ໂຊກ​ດີ​ບໍ່​ມີ​ໃຜ​ໄດ້​ຮັບ​ບາດ​ເຈັບ ຫລື ເສຍ​ຊີ​ວິດ.

ເຫດ​ການ​ດັ່ງ​ກ່າວ ເກີດ​ຂຶ້ນ​ໃນ​ເວ​ລາ​ປະ​ເທດ 07 ໂມງ​ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ ຫລື ເວ​ລາ​ປະ​ມານ 08 ໂມງ ຂອງ​ມື້​ນີ້ (4 ມີ​ນາ) ຕາມ​ເວ​ລາ​ໃນ​ປະ​ເທດ​ລາວ ໂດຍ​ເຮືອ​ບິນ​ໂດຍ​ສານ​ສັນ​ຊາດ​ຕຸ​ຣະ​ກີ​ດັ່ງ​ກ່າວ ຖ້ຽວ​ບິນ #TK726 ບິນ​ມາ​ຈາກ​ນະ​ຄອນ​ອິດ​ສະ​ຕັນ​ບູນ ປະ​ເທດ​ຕຸ​ຣະ​ກີ ກຳ​ລັງ​ຈະ​ລົງ​ຈອດ​ທີ່​ສະ​ໜາມ​ບິນ​ຕ​ຣີ​ພູ​ວັນ ນະ​ຄອນ​ຫລວງ​ກາດ​ມັນ​ດຸ ປະ​ເທດ​ເນ​ປານ ແຕ່​ຍ້ອນ​ໝອກ​ລົງ​ໜາ​ຈັດ ຈິ່ງ​ເຮັດ​ໃຫ້​ທັດ​ສະ​ນະ​ວິ​ໄສ​ບໍ່​ດີ ນຳ​ມາ​ເຊິ່ງ​ເຫດ​ການ​ສະ​ເທືອນ​ຂັວນ​ດັ່ງ​ກ່າວ.

 

 

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...