Homeຂ່າວສັ້ນຮືຮາ! ປາກົດການເທີງທ້ອງຟ້າ ງົດງາມອາລັງການປຽບດັ່ງ ປະຕູສະຫວັນ

ຮືຮາ! ປາກົດການເທີງທ້ອງຟ້າ ງົດງາມອາລັງການປຽບດັ່ງ ປະຕູສະຫວັນ

Published on

ຮືຮາ! ຂຸມເມກ ປາກົດການເທີງທ້ອງຟ້າ ວໍຊິງຕັນດີຊີ ອາລັງການຄືກັບປະຕູສະຫວັນ

เมก

ເວັບໄຊທ໌ ເດລີເມລ໌ ໄດ້ເຜີຍແຜ່ພາບສຸດອັດສະຈັນ ແລະ ສຸດຍອດຄວາມງົດງາມໂດຍເປັນພາບກ້ອນເມກປະຫຼາດ ທີ່ແຍກໂຕອອກຄ້າຍຄືກັບ ປະຕູແຫາງສະຫວັນ

ລາຍງານຂ່າວເປີດເຜີຍວ່າ ກ້ອນເມກປະຫຼາດນີ້ກໍ່ໂຕເໜືອ ວໍຊິງຕັນ ດີຊີ ແລະ ລັດບຣິຕິຊ ໂຄລໍາເບຍ ສ້າງຄວາມຕື່ນຕາຕື່ນໃຈບໍ່ໜ້ອຍ ໃຫ້ກັບປະຊາຊົນທີ່ພົບເຫັນ ຊຶ່ງຄັ້ງນີ້ບໍ່ແມ່ນຄັງທໍາອິດ ທີ່ພົບເຫັນເມັກໃນລັກສະນະນີ້ ແຕ່ມັນກໍ່ບໍ່ເກີດຂຶ້ນເລື່ອຍໆ

 

ໂດຍຜູ້ຊ່ຽວຊານດ້ານເມກເຜີຍວ່າ ເມກດັງກ່າວເປັນທີ່ຮູ້ຈັກກັນໃນ ນາມຂອງຂຸມເມກຫຼື ຂຸມຟອລສະຕຣິກ ຫາພົບເຫັນໄດຍາກ ແລະ ເປັນປາກົດການທີ່ເກີດຂຶ້ນ ເທີງຊັ້ນບັນຍາກາດ ໂດຍຫຼາຍຄົນທີ່ໄດ້ຊົມພາບນີ້ແລ້ວ ຕ່າງກໍ່ບອກເປັນຄໍາດຽວກັນວ່າຄືກັບ ປະຕູສະຫວັນ ຖືກເປີດອອກເລີຍ ຊຶ່ງເມື່ອມັນກະທົບໃສ່ ກັບແສງຕາເວັນແລ້ວຍິ່ງສ້າງຄວາມງົດງາມຫຼາຍຍິ່ງຂຶ້ນ ເໝືອນກັບວ່າແສ່ງສະຫວ່າງພຸ່ງອອກມາຈາກປະຕູນັ້ນເອງ

ອີກຢ່າງ ປາກົດການ ຟອລສະຕຣິກ (Fall streak Hole) ເປັນປາກົດການທໍາມະຊາດທີ່ເກີດຂຶ້ນຫຼັງຈາກອຸນຫະພູມຂອງນໍ້າໃນຊັ້ນບັນຍາກາດ ຢູ່ໃນລະດັບຕໍ່າາກວ່າຈຸດແຂງໂຕ ແຕ່ນໍ້າກັບບໍ່ເປັນນໍ້າແຂງ ແຕ່ກາຍເປັນຜືກໃສແທນ ກ່ອນທີ່ມັນຈະຫຼົ່ນຢູ່ໃຕ້ຊັ້ນເມກ ເຮັດໃຫ້ເກີດຂຸມໃຫຍ່ ທ່າມກາງເມກບາງໆ ເທີງທ້ອງຟ້າ ຈຶ່ງເຮັດໃຫ້ເກີດປາກົດການ ຄ້າຍໆກັບປະຕູຂຶ້ນມາ

261F88CA00000578-2970592-_they_were_all_taken_from_the_Sheraton_Guilford_Hotel_in_Surrey_-a-41_1424972089493 - Copy

261F874F00000578-2970592-_they_were_all_taken_from_the_Sheraton_Guilford_Hotel_in_Surrey_-a-43_1424972089530 - Copy

หฟด

ฟหกหก

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...