Homeຂ່າວຕ່າງປະເທດຫວຽດ​ນາມ ຈະ​ຂາຍ​ເຮືອ​ບິນ​ເກົ່າ​ອອກ 5 ລຳ ເພື່ອ​ຍົກ​ລະ​ດັບ​ສາຍ​ການ​ບິນ​ແຫ່ງ​ຊາດ

ຫວຽດ​ນາມ ຈະ​ຂາຍ​ເຮືອ​ບິນ​ເກົ່າ​ອອກ 5 ລຳ ເພື່ອ​ຍົກ​ລະ​ດັບ​ສາຍ​ການ​ບິນ​ແຫ່ງ​ຊາດ

Published on

VIETNAM-ECONOMY-AVIATION-IPO

ສາຍ​ການ​ບິນ​ຫວຽດ​ນາມ ຈະ​ຂາຍ​ເຮືອ​ບິນເກົ່າ​ອອກ 5 ລຳ ຕາມ​ແຜນ​ຍົກ​ລະ​ດັບ​ສາຍ​ການ​ບິນ ໂດຍ​ມີ​ເປົ້າ​ໝາຍ​ໃຫ້​ກາຍ​ເປັນ​ສາຍ​ການ​ບິນ​ລະ​ດັບ 4 ດາວ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ​ລາຍ​ງານ​ໃນ​ວັນ​ທີ 2 ມີ​ນາ​ຜ່ານ​ມາ​ນີ້​ວ່າ ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ ສາຍ​ການ​ບິນ​ຫວຽດ​ນາມ ໄດ້​ສະ​ເໜີ​ຂາຍ​ເຮືອ​ບິນ ATR72 ຈຳ​ນວນ 3 ລຳ ແລະ ເຮືອ​ບິນ​ໂບ​ອິ້ງ 777-200ER ອີກ 2 ລຳ ຕາມ​ແຜນ​ທີ່​ຈະ​ສະ​ເໜີ​ອະ​ນຸ​ມັດ ໃນ​ກອງ​ປະ​ຊຸມ​ຜູ້​ຖື​ຫຸ້ນ ຄັ້ງ​ວັນ​ທີ 13 ມີ​ນາ​ນີ້ ໂດຍ​ເຫດ​ຜົນ​ຍ້ອນ​ເຮືອ​ບິນ ATR ຈຳ​ນວນ 3 ລຳ ແມ່ນ​ມີ​ສະ​ພາບ​ບໍ່​ສົມ​ບູນ ແຕ່​ເຮືອ​ບິນ​ໂບ​ອິ້ງ​ອີກ 2 ລຳ​ນັ້ນ ຍັງ​ສາ​ມາດ​ໃຊ້​ງານ​ໄດ້​ຕໍ່​ອີກ​ຫລາຍ​ກ່​ວາ 4 ປີ.  ເຖິງ​ຢ່າງ​ໃດ​ກໍ​ຕາມ ສາຍ​ການ​ບິນ​ຫວຽດ​ນາມ ຍັງ​ຕ້ອງ​ການ​ທີ່​ຈະ​ຂາຍ​ອອກ​ທັງ 5 ລຳ ເນື່ອງ​ຈາກ​ບໍ່​ສາ​ມາດ​ຮັບ​ປະ​ກັນ​ຄຸນ​ນະ​ພາບ​ຂອງ​ການ​ໃຫ້​ບໍ​ລິ​ການໄດ້ ທ່າມ​ກາງ​ການ​ແຂ່ງ​ຂັນ​ຢ່າງ​ດຸ​ເດືອດ​ໃນ​ເວ​ລາ​ນີ້ ເຊິ່ງ​ສາຍ​ການ​ບິນ​ມີ​ເປົ້າ​ໝາຍ​ທີ່​ຈະ​ຍົກ​ລະ​ດັບ​ການ​ບໍ​ລິ​ການ ໃຫ້​ຢູ່​ໃນ​ລະ​ດັບ 4 ດາວ ໂດຍ​ໃນ​ປັດ​ຈຸ​ບັນ​ນີ້ ແມ່ນ​ສາຍ​ການ​ບິນ​ຫວຽດ​ນາມ ຖືກ​ຈັດ​ໃຫ້​ຢູ່​ໃນ​ປະ​ເພດ​ສາຍ​ການ​ບິນ​ລະ​ດັບ 3 ດາວ.

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...