spot_img
Homeຂ່າວຕ່າງປະເທດເວ​ເນ​ຊູ​ເອ​ລາ ຂວ້ຳ​ບາດ​ການ​ທູດສ​ະ​ຫະ​ລັດ! ຈັບ​ນັກ​ບິນ​ອາ​ເມ​ຣິ​ກັນ ຂໍ້​ຫາ​ເປັນ​ສາຍ​ລັບ!

ເວ​ເນ​ຊູ​ເອ​ລາ ຂວ້ຳ​ບາດ​ການ​ທູດສ​ະ​ຫະ​ລັດ! ຈັບ​ນັກ​ບິນ​ອາ​ເມ​ຣິ​ກັນ ຂໍ້​ຫາ​ເປັນ​ສາຍ​ລັບ!

Published on

US-Mens-Soccer-VS-Venezuela

ຜູ້​ນຳ​ເວ​ເນ​ຊູ​ເອ​ລາ ປະ​ກາດ​ມາດ​ຕະ​ການ​ຈຳ​ກັດ​ຈຳ​ນວນ​ເຈົ້າ​ໜ້າ​ທີ່​ການ​ທູດ​ສະ​ຫະ​ລັດ ແລະ ບັງ​ຄັບ​ໃຫ້​ຄົນ​ອາ​ເມ​ຣິ​ກັນເຮັດ​ວີ​ຊາກ່ອນ​ເຂົ້າ​ປະ​ເທດ ຫລັງ​ຈັບ​ນັກ​ບິນ​ອາ​ເມ​ຣິ​ກັນ ໃນ​ຂໍ້​ຫາ​ສາຍ​ລັບ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 1 ມີ​ນາ​ຜ່ານ​ມາ​ນີ້​ວ່າ ປະ​ທານ​າ​ທິ​ບໍ​ດີ ນິ​ໂຄ​ລັດ ມາ​ດູ​ໂຣ ແຫ່ງ​ປະ​ເທດ​ເວ​ເນ​ຊູ​ເອ​ລາ ໄດ້​ປະ​ກາດ​ມາດ​ຕະ​ການ​ຈຳ​ກັດ​ຈຳ​ນວນ​ເຈົ້າ​ໜ້າ​ທີ່​ການ​ທູດ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ທີ່​ເຮັດ​ວຽກ​ຢູ່​ໃນ​ພື້ນ​ທີ່​ຕ່າງໆ​ຂອງ​ເວ​ເນ​ຊູ​ເອ​ລາ ພ້ອມ​ທັງ​ມີ​ມາດ​ຕະ​ການ​ໃຫ້​ນັກ​ທ່ອງ​ທ່ຽວ​ອາ​ເມ​ຣິ​ກັນ ຕ້ອງ​ໃຊ້​ວີ​ຊາ​ເພື່ອ​ເຂົ້າ​ປະ​ເທດ​ເວ​ເນ​ຊູ​ເອ​ລາ ທ່າມ​ກາງ​ຄວາມ​ເຄັ່ງ​ຕຶງ​ບາດ​ໝາງ​ລະ​ຫວ່າງ 2 ປະ​ເທດ.

ພາຍ​ໃຕ້​ມາດ​ຕະ​ການ​ໃໝ່​ນີ້ ເວ​ເນ​ຊູ​ເອ​ລາຈະ​ຈຳ​ກັດ​ໃຫ້​ເຈົ້າ​ໜ້າ​ທີ່​ການ​ທູດ​ສະ​ຫະ​ລັດ ຢູ່​ໃນ​ປະ​ເທດ​ບໍ່​ເກີນ 100 ຄົນ ແລະ ຈະ​ເກັບ​ຄ່າ​ທຳ​ນຽມ​ວີ​ຊາ​ຂອງ​ຊາວ​ອາ​ເມ​ຣິ​ກັນ ໃນ​ລາ​ຄາ​ເທົ່າ​ກັບ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ເກັບ​ຈາກ​ຊາວ​ເວ​ເນ​ຊູ​ເອ​ລາ ເຊິ່ງ​ຍັງ​ບໍ່​ທັນ​ເປັນ​ທີ່​ຊັດ​ເຈນ​ວ່າ ມາດ​ຕະ​ການ​ດັ່ງ​ກ່າວ​ຈະ​ລິ​ເລີ່ມ​ນຳ​ໃຊ້​ໃນ​ເວ​ລາ​ໃດ.

ທ່ານ​ມາ​ດູ​ໂຣ​ເປີດ​ເຜີຍ​ວ່າ ເຂົາ​ໄດ້​ຕັດ​ສິນ​ໃຈ​ໃຊ້​ມາດ​ຕະ​ການ​ບັງ​ຄັບ​ໃຫ້​ຊາວ​ອາ​ເມ​ຣິ​ກັນ ເຮັດ​ວີ​ຊາ​ກ່ອນ​ເຂົ້າ​ປະ​ເທດ​ນັ້ນ ແມ່ນ​ເນື່ອງ​ຈາກ​ທາງ​ການ​ໄດັ​ຈັບ​ກຸມ​ຕົວ​ນັກ​ບິນ​ຊາວ​ອາ​ເມ​ຣິ​ກັນ​ຄົນ​ໜຶ່ງໄດ້ ໃນ​ລັດ​ຕາ​ຊິ​ຣາ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ໂດຍ​ຖືກ​ຂໍ້​ຫາ​ເປັນ​ສາຍ​ລັບ ເນື່ອງ​ຈາກ​ພົບ​ເອ​ກະ​ສານ​ລັບ​ເປັນ​ຈຳ​ນວນ​ຫລວງ​ຫລາຍ.

ທ່ານ​ມາ​ດູ​ໂຣ​ຍັງ​ກ່າວ​ອີກວ່າ ແກນ​ນຳ​ພັກ​ການ​ເມືອງ​ຂອງ​ສະ​ຫະ​ລັດ​ອາ​ເມ​ຮິ​ກາ​ຫລາຍ​ຄົນ ລວມ​ເຖິງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ຈ໊ອດ ດັບ​ເບິນ​ຢູ ບຸດ, ຮອງ​ປະ​ທາ​ນາ​ທິ​ບໍ​ດີ ດິດ ເຊ​ນີ ແລະ ຜູ້​ອື່ນໆ​ອີກ ແມ່ນເປັນ​ຜູ້​ກໍ່​ການ​ຮ້າຍ ແລະ ​ຫ້າມ​ເຂົ້າ​ປະ​ເທດ​ເວ​ເນ​ຊູ​ເອ​ລາ ເນື່ອງ​ຈາກ​ລະ​ເມີດ​ສິດ​ທິ​ມະ​ນຸດ ດ້ວຍ​ການ​ສະ​ໜັບ​ສະ​ໜູນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ໃນ​ຊີ​ເຣຍ, ອີ​ຣັກ ແລະ ອັບ​ກາ​ນິ​ສະ​ຖານ.

ທັງ​ນີ້ ຄວາມ​ສຳ​ພັນ​ທາງ​ການ​ທູດ ລະ​ຫວ່າງ​ສະ​ຫະ​ລັດ ແລະ ເວ​ເນ​ຊູ​ເອ​ລາບໍ່​ຄ່ອຍ​ດີ​ງາມ​ປານ​ໃດ ນັບ​ຕັ້ງ​ແຕ່​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ຮູ​ໂກ ຊາ​ເວດ ແຫ່ງ​ເວ​ເນ​ຊູ​ເອ​ລາ ຂຶ້ນ​ກຳ​ຕຳ​ແໜ່ງ​ໃນ​ປີ 1999 ໂດຍ​ໄດ້​ໂຈມ​ຕີ​ສະ​ຫະ​ລັດ​ຫລາຍ​ຄັ້ງ ວ່າ​ເປັນ​ຈັກ​ກະ​ພັດ​ນິ​ຍົມ ເຊິ່ງ​ທັງ​ສອງ​ປະ​ເທດ​ໄດ້​ຮຽກ​ຕົວ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ​ຕົນ​ເອງ ກັບ​ຄືນ​ປະ​ເທດ​ໃນ​ປີ 2010 ແລະ ສະ​ເພາະ​ໃນ​ເວ​ລາ​ທີ່​ທ່ານ ມາ​ດູ​ໂຣ ຂຶ້ນ​ກຳ​ອຳ​ນາດ ກໍ​ໄດ້​ເນ​ລະ​ເທດ​ນັກ​ການ​ທູດ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ກັບ​ຄືນ​ປະ​ເທດ​ຫລາຍ​ຄົນ​ແລ້ວ.

EyWwB5WU57MYnKOuFqNEkClmYy9ueGNaAgRpypPUllVkumVY5L9Ovf
ປະ​ທານ​າ​ທິ​ບໍ​ດີ ນິ​ໂຄ​ລັດ ມາ​ດູ​ໂຣ ແຫ່ງ​ປະ​ເທດ​ເວ​ເນ​ຊູ​ເອ​ລາ

 

ບົດຄວາມຫຼ້າສຸດ

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...

ໂດນັລ ທຣັມ ເຜີຍຈະບໍ່ລົງເລືອກຕັ້ງປະທານາທິບໍດີອີກ ຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ 2024 ນີ້.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 23 ກັນຍາ 2024 ນີ້ວ່າ: ໂດນັລ ທຣັມ ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີສະຫະລັດ ເປີດເຜີຍວ່າ: ຈະບໍ່ລົງສະມັກຊິງຕຳແໜ່ງປະທານາທິບໍດີສະຫະລັດເປັນຄັ້ງທີ 4 ອີກຖ້າຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ...

ມອບຜູ້ຖຶກຫາ ແລະ ເຄື່ອງຂອງກາງສັດປ່າຫວງຫ້າມ ໃຫ້ກອງກວດກາປ່າໄມ້ ແຂວງຄຳມ່ວນ.

ຂ່າວ ປກສ ແຂວງຄຳມ່ວນ ລາຍງານວ່າ: ໃນວັນທີ 19 ກັນຍາ 2024 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫລວດສິ່ງແວດລ້ອມ ປກສ ແຂວງຄຳມ່ວນ ໄດ້ມອບຜູ້ຖຶກຫາຈຳນວນ 02...

ການພົບປະສອງຝ່າຍ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຈີນ

ໃນວັນທີ 22 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພົບປະສອງຝ່າຍກັບທ່ານ...