spot_img
Homeຂ່າວຕ່າງປະເທດໄດ້ຮັບແຮງກະຕຸ້ນຈາກໜັງ “Fifty Shades of Grey” ເຖີງຕ້ອງ ກະທໍາຊໍາເລົາສາວເພື່ອນຮ່ວມຫ້ອງ

ໄດ້ຮັບແຮງກະຕຸ້ນຈາກໜັງ “Fifty Shades of Grey” ເຖີງຕ້ອງ ກະທໍາຊໍາເລົາສາວເພື່ອນຮ່ວມຫ້ອງ

Published on

ໄດ້ຮັບແຮງກະຕຸ້ນຈາກໜັງ “Fifty Shades of Grey” ເຖີງຕ້ອງ ກະທໍາຊໍາເລົາສາວເພື່ອນຮ່ວມຫ້ອງ

 

page011

ເປັນເລື່ອງ ນັກສຶກສາໜຸ່ມ ວິສະວະໃນສະຫະລັດອາເມລິກາ ກ່ອນເຫດກະທໍາຊໍາເລົາສາວເພື່ອນຮ່ວມຊັ້ນ ຮຽນແບບໜັງດັງເລື່່ອງ “Fifty Shades of Grey”

ວັນທີ 24 ກຸມພາ ທີ່ຜ່ານມາ ສຳນັກຂ່າວ ເດລີ ເມລ໌ ລາຍງານຂ່າວວ່າມີຊາຍໝຸ່ມຊື່ ໂມຮໍາໝັດ ຮັຊເຊນ ອາຍຸ 19ປີ ນັກສຶກສາຄະນະວິສາວະກໍາສາດ ຈາກມະຫາວິທະຍາໄລ ອິລລິນອຍສ໌ຊິກາໂກ ຖືກຕັ້ງຂໍ້ຫາທໍາຮ້າຍຮ່າງກາຍ ແລະ ລ່ວງລະເມີດທາງເພດ ສາວອາຍຸ 19 ເພື່ອນຮ່ວມຫ້ອງຮຽນດ້ວຍການລ່າມເຫຍື່ອ ແລະ ທໍາຮ້າຍຮ່າງກາຍ ລວມທັງກໍ່ອາດຊະຍາກໍາທາງເພດ ຄ້າຍຄືກັບສາກໜັງ ແນວອີໂຣຕິກ ຊື່ດັງເລື່ອງ “Fifty Shades of Grey”

ທັ່ງນີ້ ລາຍງານລະບຸວ່າ ເຫດການດັ່ງກ່າວເກີດຂຶ້ນທີ່ຫໍພັກຂອງຜູ້ກໍ່ເຫດ ໃນມະຫາວິທະຍາໄລດັ່ງກ່າວໂດຍ ຮັຊເຊນ ໃຫ້ການຮັບສາລະພາບກັບເຈົ້າໜ້າທີ່ຕໍາຫຼວດວ່າ ເຂົາໄດ້ຮັບແຮງບັນດານໃຈ ໃນການກໍ່ເຫດໃນຄັ້ງນີ້ມາຈາກໜັງດັງເລື່ອງ “Fifty Shades of Grey” ແທ້, ໂດຍຂະນະກໍ່ເຫດ ລາວໄດ້ໃຊ້ ກາລາວັດ ປິດປາກຂອງຍິງສາວໄວ້ ແລະ ປິດຕາດ້ວຍໝວກຝ້າຍທັກ ແລະ ຕີດ້ວຍສາຍແອວ ລວມທັງຊົກໃສ່ເຫຍື່ອຫຼາຍຄັ້ງ ໂດຍທີ່ຍິງສາວໄດ້ຂໍຮ້ອງໃຫ້ຢຸດທໍາຮ້າຍນາງ ແຕ່ກໍ່ບໍ່ເປັນຜົນ ເພາະຫຼັງຈາກນັ້ນເຂົ້າໄດ້ລ່ວງລະເມີດທາງເພດນາງໃນທີ່ສຸດ

ຢ່າງໃດກໍ່ຕາມ ຂະນະນີ້ ທ້າວ ໂມຮໍາໝັດ ຮັຊເຊນ ຜູ້ກໍ່ເຫດ ໄດ້ຖືກເຈົ້າໜ້າທີ່ຕໍາຫຼວດຈັບຄຸມໂຕ ແລະ ຕ້ອງໃຊ້ເງິນກວ່າ 500 000 ດອນລ່າສະຫະລັດ ໃນການປະກັນໂຕ ຢ່າງໃດກໍ່ຕາມທະນາຍຄວາມຂອງຈໍາເລີຍອ້າງວ່າ ເຫຍື່ອຍິນຍອມທີ່ຈະມີຄວາມສໍາພັນທາງເພດກັບຝ່າຍຊາຍໃນຂະນະນັ້ນ

ທັ່ງນີ້ ພາບພະຍົນເລື່ອງ “Fifty Shades of Grey” ສ້າງຈາກນະວະນິຍາຍຊື່ດັງຂອງນັກຂຽນຊາວອັງກິດ ຊຶ່ງຂະນະນີ້ສ້າງລາຍຮັບຫຼາຍກວ່າ 410 ລ້ານດອນລ່າ ທົ່ວໂລກໃນເວລາພຽງ 2 ອາທິດຫຼັງຈາກເຂົ້າສາຍໃນໂຮງ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...