ປືນໃຫຍ່ ໝົດທ່າ! ໂມນາໂກ ບຸກມາຍິງຮອດຖິ່ນ 3-1 ລຸ້ນນັດທີ່2
“ປຶນໃຫຍ່” ອາຣ໌ເຊນ່ອລ ຫຼິ້ນໄດ້ຜິດຟອຣ໌ມ ຫຼັງຈາກເປັນຝ່າຍເປີດບ້ານຖືກ ອາແອສ ໂມນາໂກ ສະໂມສອນຈາກຝຣັງເສດ ບຸກມາຄວ້າໄຊເຖີງຖິ່ນ 3-1 ເຮັດໃຫ້ຕ້ອງພົບກັບງານໜັກໃນເກັມນັດທີ່2 ທີ່ຈະຕ້ອງເປັນຝ່າຍອອກໄປເຢືອນ, ໃນເກັມການແຂ່ງຂັນ ບານເຕະ ຢູຟ່າແຊ່ມປ່ຽນລີກ ຮອບ16ທີມສຸດທ້າຍ ນັດທໍາອິດ ເມື່ອວັນພຸດທີ່ 25 ກຸມພາ 2015 ທີ່ຜ່ານມາ.