spot_img
Homeຂ່າວພາຍ​ໃນຍີ່ປຸ່ນ ໃຫ້ການຊ່ວຍເຫລືອ ລະບົບນໍ້າສະອາດ ແລະ ສຸກສາລາ

ຍີ່ປຸ່ນ ໃຫ້ການຊ່ວຍເຫລືອ ລະບົບນໍ້າສະອາດ ແລະ ສຸກສາລາ

Published on

timthumb (1)

ພິທີເຊັນສັນຍາຊ່ວຍເຫລືອລ້າ ຈາກລັດຖະບານຍີ່ປຸ່ນ 4 ໂຄງການ ໄດ້ມີຂຶ້ນ
ໃນວັນທີ 12 ກຸມພາ 2013 ທີ່ກະຊວງສາທາລະນະສຸກ ໂດຍການຮ່ວມລົງນາມ
ລະຫວ່າງ ທ່ານນາງ ຈຸນໂກະ ໂຢໂກຕະ ເອກອັກຄະລາຊະທູດຍີ່ປຸ່ນປະຈຳລາວ
ແລະ ທ່ານ ດຣ.ວິນຍານ ເຈີ້ຢ່າງໄຊຈູ ຫົວໜ້າພະແນກສາທາລະນະສຸກ
ແຂວງຊຽງຂວາງ ທ່ານ ດຣ.ພອນສະຫວັນ ອິນສີຊຽງໃໝ່ ຫົວໜ້າຫ້ອງການ
ສາທາລະນະສຸກເມືອງຈຳພອນ ແລະ ທ່ານ ດຣ.ບຸນໂຮມ ແສງອາລຸນ
ຫົວໜ້າຫ້ອງການສາທາລະນະສຸກເມືອງອຸທຸມພອນ ແຂວງສະຫວັນນະເຂດ
ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສຈ.ດຣ.ເອກສະຫວ່າງ ວົງວິຈິດ
ລັດຖະມົນຕີວ່າການກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນທີ່
ກ່ຽວຂ້ອງເຂົ້າຮ່ວມ.

ໂຄງການຊ່ວຍເຫລືອລ້າຈາກລັດຖະບານຍີ່ປຸນຄັ້ງນີ້ ປະກອບດ້ວຍ 4
ໂຄງການ ອັນໄດ້ແກ່ໂຄງການກໍ່ສ້າງລະບົບນໍ້າລິນ 2 ໂຄງການ ໃນແຂວງ
ຊຽງຂວາງ ປະກອບມີບ້ານບົວເໜືອ ຄຸ້ມໜອງໄຜ່ ບ້ານນໍ້າຕົ້ມ ແລະ
ບ້ານນາໂອ ບ້ານທ່າແຂກ ບ້ານມອນ ໂຄງການກໍ່ສ້າງລະບົບນໍ້າປະປາ
1 ໂຄງການ ທີ່ບ້ານໂນນເຮັງ ເມືອງຈຳພອນ ແຂວງສະຫວັນນະເຂດ ແລະ
ໂຄງການກໍ່ສ້າງສຸກສາລາ 1 ແຫ່ງ ທີ່ເຂດບ້ານດົງທ່າ ເມືອງອຸທຸມພອນ
ແຂວງສະຫວັນນະເຂດ ຮວມມູນຄ່າທັງໝົດປະມານ 2.525 ລ້ານກວ່າກີບ.
ໂຄງການນີ້ ຈະຊ່ວຍໃຫ້ປະຊາຊົນຈໍານວນເກືອບ 6.000 ຄົນ ຈາກ
7 ບ້ານ ມີນໍ້າສະອາດໃຊ້ຕະຫລອດປີ ຈະຊ່ວຍອຳນວຍຄວາມສະດວກ
ໃນການເຂົ້າເຖິງສຸກສາລາຂອງປະຊາຊົນຈຳນວນ 5.300 ກວ່າຄົນຈາກ
5 ບ້ານໃນເຂດດັ່ງກ່າວ.
ມາຮອດປັດຈຸບັນ ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອໃນໂຄງການ
ລະບົບນໍ້າສະອາດແລ້ວ 22 ໂຄງການ ແລະ ໃນດ້ານສາທາລະນະສຸກ
66 ໂຄງການ ໃນນັ້ນລວມມີໂຄງການກໍ່ສ້າງສຸກສາລາ 16 ແຫ່ງ
ໃນອະນາຄົດ ລັດຖະບານຍີ່ປຸ່ນຈະສືບຕໍ່ຊ່ວຍເຫລືອ ເພື່ອໃຫ້ມີລະບົບນໍ້າ
ສະອາດໃຊ້ໄດ້ຢ່າງຍາວນານ ມີສຸກສາລາທີ່ສາມາດຊ່ວຍປະຖົມພະຍາບານ
ແລະ ປິ່ນປົວຢ່າງທັນການໃນບ່ອນທີ່ບໍ່ຫ່າງໄກ

ທີ່ມາ:http://vtetoday.la

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...